ພິທີພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ສ ຣັດເຊຍ ຈັດຂຶ້ນໃນວັນທີ 28 ພຶດສະ ພາ 2025, ຝ່າຍລາວ ນຳໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ຝ່າຍ ຣັດເຊຍ ນຳໂດຍ ທ່ານ ອີກໍຣ ວິກຕໍຣໍຈ ກຣາສນົບ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 27-29 ພຶດສະພາ 2025 ນີ້.
ການພົບປະໃນຄັ້ງນີ້, ເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບ ວຽກງານໄອຍະການ, ການທົບທວນຄືນໝາກຜົນການຮ່ວມມືໃນໄລຍະຜ່ານມາ ແລະ ວາງທິດທາງໃນຕໍ່ໜ້າ ເພື່ອຍົກລະດັບສາຍພົວພັນຮ່ວມມືຂອງສອງອົງການໄອຍະການ ໃຫ້ນັບມື້ເຂົ້າສູ່ລວງເລິກ, ມີປະສິດທິພາບ ແລະ ເກີດດອກອອກຜົນຕົວຈິງໃນອະນາຄົດ; ສອງປະເທດ ລາວ-ຣັດເຊຍ ແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນຕະຫລອດມາ, ໃນໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດ ກໍຄື ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສິ່ງນີ້ແມ່ນພື້ນຖານອັນໜັກແໜ້ນທີ່ສຸດ ໃຫ້ແກ່ການຮ່ວມມືໃນທຸກຂົງເຂດ, ລວມທັງການຮ່ວມມືໃນຂົງເຂດຍຸຕິ ທໍາ ແລະ ວຽກງານໄອຍະການ. ການຮ່ວມມືລະຫ່ວາງອົງການໄອຍະການປະຊາຊົນ ຂອງສອງປະເທດ ໄດ້ຮັບການເພີ່ມທະວີຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນພາຍຫລັງການລົງນາມບົດບັນທຶກຄວາມເຂົ້າ ໃຈວ່າດ້ວຍການຮ່ວມມືໃນ ປີ 2023 ແລະ 2024 ທີ່ຜ່ານມາ, ດ້ວຍການນໍາພາ-ຊີ້ນໍາ ຈາກການນໍາຂອງສອງປະເທດ ແລະ ການນໍາພາໂດຍກົງຂອງອົງການໄອຍະການສູງສຸດ ຂອງສອງປະເທດ ການຮ່ວມມືຈະຍິ່ງແໜ້ນແຟ້ນ ແລະ ເຂົ້າສູ່ລວງເລິກກວ່າເກົ່າ.
ເພື່ອສືບຕໍ່ເສີມຂະຫຍາຍການຮ່ວມມື ລະຫວ່າງສອງອົງການໄອຍະການ ໃຫ້ມີບາດກ້າວໃໝ່ ໂດຍຕ່າງຝ່າຍຕ່າງມີຄວາມເພິ່ງພໍໃຈ ໃນການສືບຕໍ່ການແລກປ່ຽນຄະນະຜູ້ແທນຂອງສອງຝ່າຍ ໂດຍສະເພາະແມ່ນການຢ້ຽມຢາມ ແລະ ແລກປ່ຽນບົດຮຽນຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ແລະ ການແລກປ່ຽນບົດຮຽນດ້ານວິຊາການ ກ່ຽວກັບວຽກງານໄອຍະການ ເພື່ອຮັດແໜ້ນສາຍພົວພັນຮ່ວມມື ເຊິ່ງກັນ ແລະ ກັນ ລະຫວ່າງສອງອົງການໄອຍະການ ສປປ ລາວ ແລະ ສ ຣັດເຊຍ ກ້າວສູ່ລວງເລິກຢ່າງຮອບດ້ານ ຕາມເງື່ອນໄຂທີ່ເໜາະສົມ, ຈັດກິດຈະກໍາແລກປ່ຽນຄວາມຮູ້ທາງດ້ານວິຊາສະເພາະ ໂດຍການຈັດການສົນທະນາ ຫລື ຝຶກອົບຮົມທາງໄກ ໃນຫົວຂໍ້ທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການຕ້ານອາຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງ, ການຮ່ວມມືລະຫວ່າງປະເທດທາງອາຍາ, ການຕ້ານອາຊະຍາກໍາຢາເສບຕິດ, ການປົກປ້ອງສິດທິເດັກ ແລະ ອື່ນໆ, ແລກປ່ຽນຂໍ້ມູນຂ່າວສານ ແລະ ເອກະສານທາງວິຊາການ ເປັນຕົ້ນ ແລກປ່ຽນຂໍ້ມູນກ່ຽວກັບກົດໝາຍ, ນິຕິກໍາ ແລະ ສິ່ງພິມວາລະສານຕ່າງໆ ທີ່ກ່ຽວຂ້ອງກັບວຽກງານໄອຍະການ ແລະ ການຮ່ວມມືໃນລະດັບທ້ອງຖິ່ນ. ໃນອະນາຄົດຫາກມີເງື່ອນໄຂ ອາດຈະພິຈາລະນາຈັດກິດຈະກໍາແລກປ່ຽນບົດຮຽນລະຫວ່າງ ອົງການໄອຍະການປະຊາຊົນ ໃນລະດັບທ້ອງຖິ່ນຂອງສອງປະເທດ ເຊິ່ງອາດຈັດຜ່ານລະບົບທາງໄກ ຫລື ຮູບແບບອື່ນໆທີ່ເໝາະສົມ.
ຂ່າວ: ອອປສ
ພາບ: ທະນູທອງ




