ຄະນະຜູ້ແທນອົງການກວດສອບແຫ່ງລັດ ສປປ ລາວ ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດ ສອບແຫ່ງລັດ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ທີ່ອົງ ການກວດສອບແຫ່ງລັດ ສ ລັດເວຍ. ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ເອດກາສ ຄໍເຄກິນສ ປະທານອົງການກວດສອບແຫ່ງລັດ ສ ລັດເວຍ ໃນລະຫວ່າງວັນທີ 24-28 ມີນານີ້.
ໃນການເດີນທາງ ແລະ ເຮັດວຽກໃນຄັ້ງນີ້, ນອກຈາກເປັນການຢ້ຽມຢາມພົບປະປົກກະຕິຂອງຄະນະນຳຂອງສອງອົງການກວດ ສອບແຫ່ງລັດແລ້ວ ຍັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ.
ໃນກອງປະຊຸມພົບປະສອງຝ່າຍ, ຄະນະຜູ້ແທນທັງສອງຝ່າຍ ໄດ້ແຈ້ງກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ເຄື່ອນໄຫວທີ່ພົ້ນເດັ່ນ ຂອງວຽກງານການກວດສອບ ແລ້ວ, ຄະນະຜູ້ແທນສອງຝ່າຍຍັງໄດ້ແລກປ່ຽນບົດຮຽນດ້ານວິຊາການໃນຫົວຂໍ້: “ການມີສ່ວນຮ່ວມໃນການພິຈາລະນາງົບປະມານແຫ່ງລັດ ແລະ ການມີສ່ວນຮ່ວມໃນການພັດທະນາສະຖາບັນຫຼັກສູດການຮຽນ-ການສອນ ໃນວຽກງານກວດສອບ” ພ້ອມທັງທົບທວນຄືນຜົນສໍາເລັດ ແລະ ທິດທາງການຮ່ວມມື ເພື່ອພັດທະນາຂະແໜງການກວດສອບແຫ່ງລັດ ຂອງສອງປະເທດ ໃຫ້ມີການເຕີບໃຫຍ່, ເຂັ້ມແຂງ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ.
1). ສະເໜີໃຫ້ມີການຜັດປ່ຽນ ພົບປະ-ຢ້ຽມຢາມ ຂອງການນຳຂັ້ນສູງສອງຝ່າຍຢ່າງເປັນປົກກະຕິ ເພື່ອແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ;
2). ສະເໜີສ້າງຄວາມເຂັ້ມແຂງໃຫ້ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ ໃນການພັດທະນາດ້ານບົດຮຽນໃນການສິດສອນ;
3). ສືບຕໍ່ສ້າງກິດຈະກໍາໃນແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ໂດຍສະເພາະຊ່ວຍໃນການສ້າງນັກກວດສອບ ໂດຍການແລກ ປ່ຽນບົດຮຽນ ໃຫ້ແກ່ອົງການກວດສອບແຫ່ງລັດ ເປັນຕົ້ນ: ການແກ້ໄຂຜົນການກວດສອບ ແລະ ການກວດສອບງົບປະມານແຫ່ງລັດຕັ້ງແຕ່ເບື້ອງຕົ້ນໃນການຂຶ້ນແຜນ;
4). ພ້ອມນັ້ນ, ສອງຝ່າຍຍັງສະເໜີສືບຕໍ່ຄົ້ນຄວ້າກິດຈະກໍາຮ່ວມ ກັນໂດຍສະເພາະກິດຈະກໍາພາຍໃຕ້ກອບການຮ່ວມມືຂອງອິນໂຕ ຊາຍ ແລະ ກິດຈະກໍາທີ່ມີການຊ່ວຍເຫຼືອຜ່ານໂຄງການຂອງເອີຣົບຊາຍ ແລະ ອີຢູ ທີ່ເຫັນວ່າມີຄວາມເປັນໄປໄດ້.
ຂ່າວ: ກວດສອບແຫ່ງລັດ



