ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນຄໍ່າວັນທີ 6 ທັນວາ 2022, ທີ່ ໂຮງແຮມ ຄຣາວ ພຼາຊາ ນະຄອນຫລວງວຽງຈັນ, ລາວ ແລະ ລຸກຊໍາບວກ ໄດ້ຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 25 ປີ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ພ້ອມດ້ວຍບັນດາການນໍາຂັ້ນສູງຂອງສອງປະເທດເຂົ້າຮ່ວມ.
ງານລ້ຽງສະເຫຼີມສະຫຼອງຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນຢ່າງຍິ່ງທາງປະຫວັດສາດ ແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ-ລຸກຊໍາບວກ. ຕະຫຼອດໄລຍະ 25 ປີ ທີ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ຄືແຕ່ວັນທີ 25 ກັນຍາ 1997 ເຖິງວັນທີ 25 ກັນຍາ 2022, ພິເສດ ແມ່ນມີຂຶ້ນໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ຄັ້ງປະຫວັດສາດຂອງ ສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ.
ສປປ ລາວ ແລະ ຣາຊະອານາຈັກ ລຸກຊໍາບວກ ມີທີ່ຕັ້ງພູມສາດຢູ່ຫ່າງໄກກັນ ແລະ ມີຄວາມແຕກຕ່າງກັນໃນຫຼາຍດ້ານ, ແຕ່ສິ່ງເຫຼົ່ານັ້ນ ບໍ່ໄດ້ເປັນອຸປະສັກ ຕໍ່ຄວາມພະຍາຍາມໃນການຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືອັນດີ ລະຫວ່າງ ສອງປະເທດ ໂດຍສະເພາະແມ່ນການຊ່ວຍເຫຼືອ ແລະ ສະໜັບສະສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຢ່າງສະເໝີຕົ້ນສະເໝີປາຍ, ເຊິ່ງຖືວ່າ ເປັນແບບຢ່າງແຫ່ງການພົວພັນທີ່ດີ ໃນການພົວພັນລະຫວ່າງປະເທດ.
ລຸກຊໍາບວກ ຖືວ່າເປັນຄູ່ຮ່ວມມືເພື່ອການພັດທະນາທີ່ສໍາຄັນຂອງ ສປປ ລາວ. ການຮ່ວມມື ລະຫວ່າງ ສປປ ລາວ ແລະ ລຸກຊຳບວກ ໄດ້ເລີ່ມຕົ້ນມີມາແຕ່ປີ 1996 ໂດຍລັດຖະບານ ຣາຊະອານາຈັກ ລຸກຊຳບວກ ໄດ້ເລີ່ມໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ດ້ວຍມູນຄ່າ 2 ລ້ານ ໂດລາສະຫະລັດຕໍ່ປີ. ສິ່ງທີ່ພົ້ນເດັ່ນທີ່ສຸດແມ່ນໃນປີ 2003, ລຸກຊໍາບວກ ໄດ້ເອົາ ສປປ ລາວ ເຂົ້າເປັນປະເທດເປົ້າໝາຍໃຫ້ການຊ່ວຍເຫຼືອ (Target Country) ແລະ ສອງປະເທດໄດ້ລົງນາມໃນແຜນງານທີ່ມີທິດຊີ້ນຳ (PrgrammeIndicatif de Cooperation ຫຼື PIC-ICP) ໄລຍະ 1, ນັບແຕ່ປີ 2003-2006 ຫຼື ເອີ້ນວ່າ (1) ICP I ປີ 2003-2006:ມີມູນຄ່າການຊ່ວຍເຫຼືອ ຈໍານວນ18 ລ້ານເອີໂຣ, ນຳໃຊ້ເຂົ້າໃນການພັດທະນາ 3 ແຂວງບຸລິມະສິດຄື: ແຂວງວຽງຈັນ, ບໍລິຄຳໄຊ ແລະ ຄຳມ່ວນ ໃນຂະແຫນງການພັດທະນາຊົນນະບົດ,ການສຶຶກສາ,ສາທາລະນະສຸກ ແລະ ປະກັນສັງຄົມ; (2) ICP II ປີ2006-2010: ມີມູນຄ່າ 35 ລ້ານເອີໂຣ, ສຸມໃສ່ຊ່ວຍເຫຼືອ 3 ຂະແໜງການຫຼັກຄື: ພັດທະນາຊົນນະບົດ,ສາທາລະນະສຸກ ແລະ ການສຶກສາ; (3) ICP III ປີ 2011-2015: ມູນຄ່າ 50 ລ້ານເອີໂຣ, ແຜນການຊ່ວຍເຫຼືອຄັ້ງນີ້ ລັດຖະບານ ລຸກຊຳບວກ ໄດ້ກຳນົດໜ້າວຽກບຸລິມະສິດທີ່ຈະປະຕິບັດໂດຍໃຫ້ການຊ່ວຍເຫຼືອໃສ່ໃນ 6 ຂະແໜງການຄື: ພັດທະນາຊົນນະບົດ,ສາທາລະນະສຸກ,ການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ, ດ້ານອຸດສາຫະກຳທ່ອງທ່ຽວ-ໂຮງແຮມ ແລະ ການບໍລິການ, ດ້ານການເງິນ-ທະນາຄານ ແລະ ດ້ານພັດທະນາພື້ນຖານໂຄງລ່າງຂອງພາກລັດ; (4) ICP IV ປີ 2016-2022: ມູນຄ່າ 94 ລ້ານເອີໂຣ, ນໍາໃຊ້ເຂົ້າໃນຂົງເຂດສາທາລະນະສຸກ,ການພັດທະນາທ້ອງຖິ່ນ,ການຝຶກອົບຮົມດ້ານການທ່ອງທ່ຽວ,ການປົກຄອງ ແລະ ທຶນສຳລັບການສຶກສາ ແລະ ໃຫ້ການຊ່ວຍເຫຼືອໃນຮູບແບບການຮ່ວມມືສອງຝ່າຍ,ຫຼາຍຝ່າຍ,ຮ່ວມມືດ້ານວິຊາການລະດັບພາກພື້ນ ຫຼື ເອີ້ນວ່າ: ການຮ່ວມມືໃຕ້ໆ (South to South Coopération)ໂດຍສະເພາະຮ່ວມມືກັນ ສາມຝ່າຍ ລະຫວ່າງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ທະນາຄານແຫ່ງ ສປປ ລາວ, ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ທະນາຄານ ແຫ່ງ ສສ. ຫວຽດນາມ ແລະ ສະຖານທູດລຸກຊໍາບວກ ເພື່ອຊ່ວຍພັດທະນາຕະຫຼາດທຶນ ສປປ ລາວ (ໂຄງການ ລາວ/032)ແລະ ການຮ່ວມມືກັບອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ສະມາຄົມ,ຮ່ວມມືກັບພາກເອກະຊົນ ແລະ ທີ່ໃຫ້ການສະໜັບສະໜູນການຊ່ວຍເຫຼືອດ້ານມະນຸດສະທໍາ. ເຊິ່ງຕອນບ່າຍວັນທີ 5 ພະຈິກ 2022 ໄດ້ມີການລົງນາມ ໃນ 4 ອະນຸສັນຍາ ເພື່ອຈັດຕັ້ງປະຕິບັດແຜນງານຍຸດທະສາດການຮ່ວມມື ລາວ-ລຸກຊຳບວກ ຄັ້ງທີ 5, ສົກປີ 2023-2027 (ICP IV): ມູນຄ່າ 95 ລ້ານເອີໂຣ, ໃນນີ້ໄດ້ສຸມໃສ່ 4 ແຜນງານ ເປັນມູນຄ່າ 78,5 ລ້ານເອີໂຣ ຄື: (1) ວຽກງານສາທາລະນະສຸກແລະວຽກໂພຊະນາການ(ລາວ/035); (2) ວຽກງານກົດໝາຍ,ການປົກຄອງທີ່ດີ ແລະນິຕິກຳ(ລາວ/037); (3) ການຝຶກທັກສະສຳລັບວຽກງານທ່ອງທ່ຽວ, ກະສິກຳ ແລະປ່າໄມ້(ລາວ/336); (4) ວຽກງານພັດທະນາທ້ອງຖິ່ນຢູ່ແຂວງເປົ້າໝາຍ(ລາວ/338); ແລະ ຊ່ວຍສະໜັບສະໜູນໂຄງການອື່ນໆ ປະມານ 16,5 ລ້ານເອີໂຣ ທີ່ຕິດພັນກັບການຊ່ວຍເຫຼືອໃນຂົງເຂດດັ່ງກ່າວ.ລວມມູນຄ່າການຊ່ວຍເຫຼືອທັງໝົດ ນັບແຕ່ ICP I-Vແມ່ນມີປະມານ 292 ລ້ານເອີໂຣ.
ລັດຖະບານລາວ ໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີຂອງລັດຖະບານ ລຸກຊໍາບວກ, ພ້ອມທັງການຊ່ວຍເຫຼືອອັນລ້ຳຄ່າ ແລະ ມີປະສິດທິຜົນສູງສຸດ ຕະຫຼອດໄລຍະ 25 ປີ ຜ່ານມາ. ເນື່ອງຈາກ ການຂະຫຍາຍຕົວ ຂອງການພົວພັນຮ່ວມມື ມີບາດກ້າວທີ່ດີ, ມີຄວາມຄືບໜ້າ, ໜັກແໜ້ນ ແລະ ແໜ້ນແຟ້ນລວມທັງ ສປປ ລາວ ໄດ້ຮັບການຊ່ວຍເຫຼືອຈາກລຸກຊຳບວກ ນັບມື້ນັບເພີ່ມຂຶ້ນໃນແຕ່ລະໄລຍະ, ຣາຊະອານາຈັກ ລຸກຊໍາບວກ ໄດ້ຕັດສິນໃຈເປີດສະຖານທູດ ຂອງຕົນຢ່າງເປັນທາງການ ທີ່ ນະຄອນຫຼວງວຽງຈັນ ໃນປີ 2016.
ໃນໂອກາດດັ່ງກ່າວ, ສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊຳບວກ ໄດ້ຖືໂອກາດນີ້ ສະແດງຄວາມຂອບໃຈ ມາຍັງບັນດາຄູ່ຮ່ວມມື ກໍຄືລັດຖະບານ ສປປ ລາວ ຕະຫຼອດຮອດອຳນາດການປົກຄອງຂັ້ນສູນກາງ, ແຂວງ ແລະທ້ອງຖິ່ນໃນການພົວພັນຮ່ວມມື,ດ້ວຍການຊ່ວຍເຫຼືອ ແລະ ການຮ່ວມມືທີ່ບໍ່ຮູ້ອິດຮູ້ເມື່ອຍ, ລຸກຊໍາບວກ ສາມາດປະຕິບັດໄດ້ສຳເລັດຫຼາຍກວ່າ 45 ໂຄງການ ຕະຫຼອດໄລຍະ 25 ປີຜ່ານມາ. ລຸກຊໍາບວກ ສາມາດຢັ້ງຢືນໄດ້ວ່າ ໄດ້ຮັບໝາກຜົນອັນພົ້ນເດັ່ນໃນຫຼາຍຂະແໜງການ, ພິເສດແມ່ນຂົງເຂດສາທາລະນະສຸກ ແລະໂພຊະນາການ, ພັດທະນາທ້ອງຖິ່ນ, ບຳລຸງສ້າງວິຊາການ ແລະລະບຽບກົດໝາຍ ແລະການສົ່ງເສີມການປົກຄອງທີ່ດີ.
ປະຈຸບັນ, ເຖິງແມ່ນວ່າ ລາວ ແລະ ລຸກຊໍາບວກ ຍັງບໍ່ທັນມີການຂະຫຍາຍການພົວພັນຮ່ວມມືດ້ານການຄ້າ ແລະ ການລົງທຶນນຳກັນເທົ່າທີ່ຄວນ, ແຕ່ສອງຝ່າຍ ກໍມີເຈດຈຳນົງ ແລະ ຄວາມພະຍາຍາມ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນຮ່ວມກັນໃນຂະແໜງການທີ່ສອງປະເທດມີທ່າແຮງ ເພື່ອນຳເອົາຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນສອງຊາດ ລາວ-ລຸກຊຳບວກ.
ຕະຫຼອດໄລຍະ 25 ປີ ທີ່ຜ່ານມາເຫັນວ່າ ການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ລຸກຊໍາບວກ ໄດ້ນັບມື້ນັບຮັດແໜ້ນ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ອັນເປັນການຕອບສະໜອງຕໍ່ຜົນປະໂຫຍດອັນຊອບທຳຂອງປະຊາຊົນສອງຊາດ ທັງເປັນການປະກອບສ່ວນເຂົ້າໃນພາລະກິດສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືສາກົນ.