ໃນຕອນບ່າຍຂອງວັນທີ 10 ຕຸລາ 2024, ທີ່ ຫໍປະຊຸມແຫ່ງຊາດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ຊາວີເອ ເບັດແຕນລ໌ (Mr. Xavier Bettel), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າສາກົນ, ລັດຖະມົນຕີກະຊວງຮ່ວມມືເພື່ອການພັດທະນາ ແລະ ວຽກງານມະນຸດສະທໍາ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຮ່ວມພິທີເຊັນສົນທິສັນຍາ ໄມຕີຈິດ ແລະ ການຮ່ວມມື ໃນອາຊີຕາເວັນອອກສຽງໃຕ້ (TAC) ໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ່ 44 ແລະ 45 ທີ່ ສປປ ລາວ.
ໃນການພົບປະຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາເຂົ້າຮ່ວມກອງປະຊຸມ ຢູ່ ສປປ ລາວ ຄັ້ງນີ້, ເຊິ່ງເປັນການເດີນທາງມາ ສປປ ລາວ ຄັ້ງທີສອງ ໃນປີ 2024 ຂອງ ທ່ານ ຮອງນາຍົກລັດຖະມົນຕີ ລຸກຊໍາບວກ ທີ່ມີຄວາມໝາຍຄວາມສຳຄັນຫຼາຍ, ທັງເປັນການຢໍ້າຄືນ ໃຫ້ເຫັນເຖິງການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ລຸກຊໍາບວກ ໃຫ້ສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນໄປ ໂດຍສະເພາະ ການແລກປ່ຽນການຢ້ຽມຢາມເຊິ່ງກັນແລະກັນ ແລະ ການຮ່ວມມືເພື່ອການພັດທະນາ ໃນຂົງເຂດຕ່າງໆ ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ, ການສຶກສາ, ວຽກງານສົ່ງເສີມວິຊາຊີບ, ສາທາລະນະສຸກ ແລະ ອື່ນໆ. ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ແຈ້ງສະພາບການພັດທະນາ-ເສດຖະກິດສັງຄົມ ຢູ່ ສປປ ລາວ ແລະ ການດໍາເນີນຍຸດທະສາດ ຫັນປະເທດທີ່ບໍ່ມີຊາຍແດນຕິດຈອດທະເລ ໄປເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ການເປັນປະທານ ອາຊຽນຂອງ ສປປ ລາວ.
ໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ ຝ່າຍລຸກຊໍາບວກ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ເຊິ່ງການຊ່ວຍເຫຼືອດັ່ງກ່າວ ປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍ່ຄື ການພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແນໃສ່ເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ໃນຊຸມປີຕໍ່ໜ້າ ແລະ ຊ່ວຍໃຫ້ ສປປ ລາວ ບັນລຸເປົ້າໝາຍແຜນການພັດທະນາແບບຍືນຍົງຂອງ ອົງການ ສປຊ ໃນປີ 2030.
ສອງຝ່າຍ ໄດ້ມີການປຶກສາຫາລືແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ແລະ ເຫັນດີຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດໃນການຊຸກຍູ້ສົ່ງເສີມ ການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມືຂອງສອງລັດຖະບານທີ່ມີຢູ່ແລ້ວ ໃຫ້ສໍາເລັດຜົນຕາມຄາດໝາຍ. ພ້ອມທັງ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ການສົ່ງເສີມການຮ່ວມມືທາງດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ ໃນ ສປປ ລາວ.
ໂອກາດນີ້, ທ່ານ ຊາວີເອ ເບັດແຕນລ໌ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ອີກຄັ້ງ ໃນຄັ້ງນີ້ ແລະ ຊົມເຊີຍການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ, ພ້ອມທັງ ສະແດງຄວາມຍິນດີທີ່ຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ລຸກຊຳບວກ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ, ຢືນຢັນຈະສືບຕໍ່ໃຫ້ການຊ່ວນເຫຼືອການພັດທະນາຢູ່ ສປປ ລາວ ຕື່ມອີກໃນຕໍ່ຫນ້າ.
ນອກຈາກການປຶກສາຫາລືວຽກງານສອງຝ່າຍ, ທັງສອງທ່ານ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.





