ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ສະວິດສືບຕໍ່ຮັດແໜ້ນແລະເສີມຂະຫຍາຍການພົວພັນຮ່ວມມື

Feb 28, 2024

ລາວ-ສະວິດສືບຕໍ່ຮັດແໜ້ນແລະເສີມຂະຫຍາຍການພົວພັນຮ່ວມມື
ໃນລະຫວ່າງວັນທີ 24-28 ກຸມພາ 2024, ທ່ານສະເຫຼີມໄຊ ກົມມະສິດ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມສະມາພັນທະລັດສະວິດຢ່າງເປັນທາງການ, ຕາມການເຊື້ອເຊີນຂອງທ່ານອິກນາຊີໂອກາດຊີດສ໌, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສະມາພັນທະລັດສະວິດ,ເພື່ອເປັນການສືບຕໍ່ຮັດແໜ້ນ ແລະເສີມຂະຫຍາຍສາຍພົວພັນມິດຕະພາບ ແລະການຮ່ວມມືທີ່ດີທີ່ມີມາແຕ່ດົນນານລະຫວ່າງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະສະມາພັນທະລັດສະວິດ.
ໃນໄລຍະການເຄື່ອນໄຫວຢູ່ສະມາພັນທະລັດສະວິດໃນຄັ້ງນີ້, ທ່ານສະເຫຼີມໄຊກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະຄະນະໄດ້ພົບປະເຮັດວຽກກັບຄູ່ຮ່ວມຕຳແໜ່ງ ທ່ານອິກນາຊີໂອກາດຊີດສ໌, ລັດຖະມົນຕີກະຊວງການຕ່າງປະເທດສະວິດ,ທີ່ນະຄອນຫຼວງເບີນ, ເຊິ່ງສອງຝ່າຍໄດ້ທົບທວນຄືນການພົວພັນຮ່ວມມືໃນໄລຍະຜ່ານມາ ແລະປືກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ, ພ້ອມທັງແລກປ່ຽນຄໍາຄິດເຫັນຕໍ່ບັນຫາສະພາບພາກພື້ນ ແລະສາກົນທີ່ສອງຝ່າຍມີຄວາມສົນໃຈ. ໃນການພົບປະ, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບແລະການຮ່ວມມືອັນດີລະຫວ່າງ ສປປ ລາວ ແລະສະວິດຕະຫຼອດໄລຍະ 60 ກວ່າປີຜ່ານມາທັງໃນຂອບສອງຝ່າຍແລະຫຼາຍຝ່າຍ. ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 4 ກັນຍາ 1963 ເປັນຕົ້ນມາ, ສປປ ລາວແລະສະວິດໄດ້ມີການພົວພັນຮ່ວມມືທີ່ດີນຳກັນ ແລະມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ, ສະແດງອອກຄືສອງຝ່າຍໄດ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນແລະກັນຢ່າງເປັນປົກກະຕິ ລະຫວ່າງການນຳຂັ້ນສູງຂອງທັງສອງປະເທດ ແລະສະວິດກໍ່ສືບຕໍ່ໃຫ້ການສະໜັບສະໜູນການພັດທະນາຢູ່ ສປປ ລາວ ຢ່າງຕໍ່ເນື່ອງບໍ່ວ່າທາງດ້ານເຕັກນິກກໍຄືທາງດ້ານແຫຼ່ງທຶນໃນຫຼາຍຂະແໜງການເປັນຕົ້ນ: ການສຶກສາ (ອາຊີວະສຶກສາ), ກະສິກຳ ແລະປ່າໄມ້, ການປົກຄອງ, ພະລັງງານ ແລະບໍ່ແຮ່, ສາທາລະນະສຸກ, ສິ່ງແວດລ້ອມແລະອື່ນໆ. ພ້ອມດຽວກັນນັ້ນ, ເພື່ອເປັນການຊຸກຍູ້ສົ່ງເສີມການພົວພັນ ແລະການຮ່ວມມືໃນຕໍ່ໜ້າ, ສອງຝ່າຍເຫັນວ່າຈະໄດ້ເພີ່ມທະວີຊຸກຍູ້ການຮ່ວມມືທາງດ້ານການຄ້າ-ການລົງທຶນໃຫ້ຫຼາຍຂຶ້ນໂດຍສະເພາະຂະແໜງການທີ່ສອງຝ່າຍມີທ່າແຮງ.
ໂອກາດດຽວກັນນີ້, ທ່ານສະເຫຼີມໄຊກົມມະສິດໄດ້ຕາງໜ້າໃຫ້ລັດຖະບານ ແລະປະຊາຊົນລາວສະແດງຄວາມຂອບໃຈມາຍັງລັດຖະບານແລະປະຊາຊົນ ສະວິດທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອແລະການຮ່ວມມືແກ່ ສປປ ລາວ,ອັນໄດ້ປະກອບສ່ວນອັນສຳຄັນເຂົ້າໃນການສ້າງສາແລະພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຕະຫຼອດໄລຍະຜ່ານມາ, ພ້ອມທັງໄດ້ເຊື້ອເຊີນທ່ານອິກນາຊີໂອກາດຊີດສ໌ໄປຢ້ຽມຢາມ ສປປ ລາວຕື່ມອີກໃນເວລາທີ່ສະດວກ,ໂດຍສະເພາະໄປຢ້ຽມຢາມບັນດາແຂວງຕ່າງໆທີ່ ສະວິດໄດ້ໃຫ້ການຊ່ວຍເຫຼືອ ແລະ ຖືໂອກາດທ່ອງທ່ຽວແຂວງດັ່ງກ່າວ, ຊຶ່ງປະຈຸບັນກໍ່ສາມາດເດີນທາງໄປທາງພາກເໜືອໄດ້ດ້ວຍລົດໄຟຄວາມໄວສູງ.ພ້ອມກັນນັ້ນ, ທ່ານສະເຫຼີມໄຊກົມມະສິດຍັງໄດ້ແຈ້ງໃຫ້ຊາບການເປັນປະທານອາຊຽນຂອງ ສປປ ລາວໃນປີ2024 ໂດຍເນັ້ນການສົ່ງເສີມການເຊື່ອມຕໍ່ພາກພື້ນ ແລະສ້າງຄວາມເຂັ້ມແຂງແກ່ອາຊຽນ ແລະເສີມຂະຫຍາຍການພົວພັນຮ່ວມມືກັບບັນດາຄູ່ຮ່ວມພັດທະນາຕ່າງໆ, ພ້ອມທັງເຊີນຊວນຊາວສະວິດໄປທ່ອງທ່ຽວລາວໃນໂອກາດປີທ່ອງທ່ຽວລາວ2024ນີ້.
ໃນໂອກາດຢ້ຽມຢາມສະມາພັນທະລັດສະວິດຢ່າງເປັນທາງການຂອງທ່ານສະເຫຼີມໄຊກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຄັງນີ້ ໄດ້ເປັນຂີດໝາຍອັນສຳຄັນໃນທ່າມກາງບັນຍາກາດທີ່ສອງປະເທດກຳລັງສະເຫຼີມສະຫຼອງຄົບຮອບ 60 ປີແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວແລະສະວິດ; ໃນຂະນະດຽວກັນທ່ານຮອງນາຍົກລັດຖະມົນຕີຍັງໄດ້ເຂົ້າຮ່ວມ ແລະກ່າວບົດປາໄສໃນວາລະອະພິປາຍລະດັບສູງຂອງກອງປະຊຸມສະພາສິດທິມະນູດຄັ້ງທີ 55, ທີ່ຫ້ອງການ ສປຊ ທີ່ເຊີແນວ ແລະພົບປະສອງຝ່າຍກັບທ່ານໂວລເກີ້ເຕີກ, ຂ້າຫຼວງໃຫຍ່ສປຊເພື່ອສິດທິມະນຸດ.