ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ສ.ເກົາຫລີ ຮັດແໜ້າການຮ່ວມມືໃນຂະແໜງກະສິກຳ ແລະ ພັດທະນາຊົນນະບົດ ໃນໄລຍະໃໝ່

Oct 3, 2024

ລາວ-ສ.ເກົາຫລີ ຮັດແໜ້າການຮ່ວມມືໃນຂະແໜງກະສິກຳ ແລະ ພັດທະນາຊົນນະບົດ ໃນໄລຍະໃໝ່
ເມື່ອບໍ່ດົນມານີ້, ທ່ານ ຮສ. ປອ. ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ແລະ ທ່ານ ນາງ Song Miryung ລັດຖະມົນຕີ ກະຊວງກະສິກໍາ, ອາຫານ ແລະ ກິດຈະການຊົນນະບົດ ສ. ເກົາຫຼີ ໄດ້ພົບປະປຶກສາຫາລື ແລະ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຮ່ວມມືໃນຂົງເຂດກະສິກຳ ແລະ ພັດທະນາຊົນນະບົດ, ໃນໂອກາດທີ່ ທ່ານ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກທີ່ ສ. ເກົາຫຼີ ຢ່າງເປັນທາງການໃນລະ ຫວ່າງວັນທີ 27 ກັນຍາ ຫາ 03 ຕຸລາ 2024.
ການເຊັນບົດບັນທຶກ ແມ່ນເປັນການຜັນຂະຫຍາຍ ແລະ ປັບປຸງບົດບັນທຶກຄວາມເຂົ້າໃຈ ລະຫວ່າງ 2 ກະຊວງ ທີ່ໄດ້ເຊັນຮ່ວມກັນໃນປີ 2019 (ຄັ້ງທໍາອິດ) ທີ່ຜ່ານມາ ເພື່ອໃຫ້ເນື້ອໃນບົດບັນທຶກດັ່ງກ່າວ ມີຄວາມສອດ ຄ່ອງກັບສະພາບຕົວຈິງໃນປັດຈຸບັນ ແລະ ເພີ່ມປະສິດທິພາບ-ປະສິດທິຜົນ ຂອງການຮ່ວມມືຂອງທັງສອງພາກ ສ່ວນ.
ໃນບົດບັນທຶກຄວາມເຂົ້າໃຈ ແມ່ນເນັ້ນໜັກໃສ່ການແລກປ່ຽນບົດຮຽນທາງດ້ານເຕັກນິກວິຊາການ, ຂໍ້ມູນຂ່າວສານ ແລະ ການຈັດຕັ້ງປະຕິບັດກິດຈະກຳການພັດທະນາ ຂອງຂະແໜງການທີ່ມີປະສິດທິພາບ ແລະ ປະສິດທິຜົນຮ່ວມກັນເປັນຕົ້ນ: ການພັດທະນາພື້ນຖານໂຄງລ່າງດ້ານກະສິກຳ; ການຍົກສູງສະມັດຕະພາບການຜະລິດ ໂດຍສະເພາະ ຜະລິດຕະພັນກະສິກຳ; ການພັດທະນາຄວາມອາດສາ ມາດໃຫ້ແກ່ພະນັກງານວິຊາການ; ການນຳໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີທີ່ທັນ ສະໄໝ; ການປັບໂຕຕໍ່ການປ່ຽນແປງດິນຟ້າອາກາດ; ການສົ່ງເສີມອົງການຈັດຕັ້ງຊາວກະສິ ກອນ ແລະ ຊຸມຊົນ; ການສົ່ງເສີມການຮ່ວມມືຂອງພາກລັດ; ເອກະຊົນ ແລະ ການຮ່ວມມືອື່ນໆ.
ທີ່ມາ: ຂ່າວກະຊວງກະສິກໍາ ແລະປ່າໄມ້