ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ສ ເກົາຫຼີ ຫາລືວຽກງານປຸກລະດົມຜູ້ບໍລິຈາກເລືອດແບບສະໝັກໃຈ

Dec 13, 2024

ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ຮ່ວມກັບສູນເລືອດແຫ່ງຊາດ ອົງການກາແດງ ສ ເກົາຫຼີ ຈັດກອງປະຊຸມປຶກສາຫາລື ວຽກງານການປຸກລະດົມຜູ້ບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ຂຶ້ນວັນທີ 12 ທັນວາ 2024 ທີ່ສະຖາບັນເລືອດແຫ່ງຊາດ ໂດຍເປັນປະທານ ຮ່ວມຂອງ ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ທ່ານ ດຣ ນາງ Kwon S0-Yong ຜູ້ອໍານວຍການ ສູນເລືອດແຫ່ງຊາດ ອົງການກາແດງ ສ ເກົາຫຼີ ພ້ອມດ້ວຍບັນດາທ່ານຜູ້ຕາງໜ້າຈາກກະຊວງ ສຳນັກງານອົງການ ສະຖາບັນການສຶກສາ ທັງພາກລັດ ແລະ ເອກະຊົນ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.
ໂອກາດນີ້ ທັງສອງຝ່າຍ ໄດ້ພັດປ່ຽນກັນຂຶ້ນນຳສະເໜີ ສະພາບລວມກ່ຽວກັບວຽກງານການບໍລິຈາກເລືອດ ພາຍໃນປະເທດຂອງຕົນ ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຊາບ ທ່ານ ດຣ ຈັນທະລາ ສຸກສາຄອນ ໄດ້ຍົກໃຫ້ ເຫັນຫຼາຍບັນຫາທີ່ເປັນສິ່ງທ້າຍທາຍ ໃນສປປ ລາວ ໂດຍສະເພາະ ປັດຈຸບັນ 80% ຂອງການຮັບບໍລິຈາກເລືອດ ແມ່ນໄດ້ມາຈາກການອອກຮັບບໍລິຈາກເລືອດເຄື່ອນທີ່ ຕາມສະຖານທີ່ຕ່າງໆ ຕົວເລກຂອງຜູ້ບໍຈາກເລືອດສ່ວນໃຫຍ່ ຍັງແມ່ນຜູ້ບໍລິຈາກເລືອດໃຫ້ກັບຍາດພີ່ນ້ອງ ເຊິ່ງຕົວເລກຄາດໝາຍໃນປີ 2024 ມາຮອດ ປັດຈຸບັນຖືວ່າຍັງຫຼຸດຄາດໝາຍທີ່ວາງໄວ້ ຕົວເລກທີ່ຫຼຸດຄາດໝາຍຍັງແມ່ນຢູ່ໃນບັນດາແຂວງ ທີ່ມີການບໍລິຈາກເລືອດໜ້ອຍ ສ່ວນໃນຕົວເມືອງນະຄອນຫຼວງວຽງຈັນ ແມ່ນສາມາດບັນລຸຕົວເລກຄາດໝາຍ.
ທ່ານ Dr Kwon S0-Yong ກ່າວໃຫ້ຮູ້ວ່າ: ສະເພາະຢູ່ ສ ເກົາຫຼີ ກ່ອນໜ້ານີ້ ກໍ່ພົບອຸປະສັກຄືກັນ ແຕ່ປັດຈຸບັນແມ່ນສາມາດຜ່ານຈຸດນັ້ນມາໄດ້ແລ້ວ ຍ້ອນທຸກພາກສ່ວນໃນສັງຄົມໄດ້ໃຫ້ຄວາມສຳຄັນວຽກງານນີ້ ອີກທັງໄດ້ຮັບນານສະໜັບສະໜູນຢ່າງແຂງແຮງຈາກພາກລັດ ແລະ ສັງຄົມ ມີກົດໝາຍນິຕິກຳຈະແຈ້ງ ເຮັດໃຫ້ທົ່ວສັງຄົມມີຄວາມຕື່ນຕົວເຂົ້າໃຈວຽກງານນີ້ຫຼາຍຂຶ້ນ ເຊິ່ງປັດຈຸບັນ ໃນຕົວເລກຜູ້ບໍລິຈາກເລືອດເກືອບ 3 ລ້ານຄົນ ມີຈຳນວນ 99,4% ແມ່ນຜູ້ບໍລິຈາກເລືອດແບບສະໝັກໃຈ ມີພຽງ 6% ເທົ່ານັ້ນ ທີ່ແມ່ນບໍລິຈາກໃຫ້ກັບຍາດພີ່ນ້ອງ ເຊິ່ງສ່ວນໃຫຍ່ແມ່ນມາໃຫ້ການບໍລິຈາກເລືອດຢູ່ສູນເລືອດ.
ກອງປະຊຸມໃຫ້ຄັ້ງນີ້ ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ແລກປ່ຽນປະສົບການຕົວຈິງ ໃນວຽກງານດັ່ງກ່າວ ໃນຂົງເຂດຂອງຕົນ ເຊິ່ງເຮັດໃຫ້ກອງປະຊຸມຄັ້ງນີ້ ມີບັນຍາກາດຄຶກຄັກ ພ້ອມທັງມີຫຼາຍບົດຮຽນອັນເປັນປະໂຫຍດ ເພື່ອນຳໄປປັບປຸງແກ້ໄຂ ໃຫ້ການປຸກລະດົມວຽກງານການບໍລິຈາກເລືອດ ຊ່ວຍເຫຼືອສັງຄົມ ໂດຍສະເພາະບົດຮຽນຈາກ ສ ເກົາຫຼີ ເມື່ອທຽບກັບປະເທດເຮົາແລ້ວ ຍັງມີຫຼາຍບັນເປັນສິ່ງທ້າທາຍ ທີ່ຈະຕ້ອງພ້ອມກັນນຳໄປປັງປຸງແກ້ໄຂ ນັບແຕ່ຂັ້ນສູນກາງ ລົງເຖິງທ້ອງຖິ່ນ ເພື່ອເຮັດໃຫ້ວຽກງານການປຸກລະດົມຜູ້ບໍລິຈາກເລືອດຊ່ວຍເຫຼືອສັງຄົມ ເປັນພັນທະໜ້າທີ່ຂອງໝົດທຸກຄົນທົ່ວສັງຄົມ.
ທີ່ມາ: ວຽງຈັນໃໝ່