ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືສົ່ງເສີມດ້ານວິຊາການ ລະ ຫວ່າງ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ, ສປປ ລາວ ແລະ ເມືອງ ຢອງວອນ, ອົງການສົ່ງເສີມອຸດສາຫະກຳຢອງວອນ (YIPA), ບໍລິສັດ ຊໍກັງ (SEOGANG), ສ ເກົາຫຼີ ຈັດຂຶ້ນທີ່ແຂວງອຸດົມໄຊ ໃນວັນທີ່ 13 ພະຈິກ 2024 ໂດຍມີ ທ່ານ ແຊ ເມືອງໂຊ ເຈົ້າເມືອງຢອງວອນ, ສ. ເກົາ ຫຼີ ພ້ອມດ້ວຍຄະນະ, ທ່ານ ພີມມະເສນ ຄູນສິລິວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ທ່ານ ອາລຸນ ບຸນວິໄລ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ເພື່ອເສີມຂະຫຍາຍການຮ່ວມມືທະວີພາຄີ ໂດຍສ້າງຊ່ອງທາງການຮ່ວມມືໃໝ່ ແລະ ການຈັດຕັ້ງປະຕິບັດໂຄງການຕ່າງໆ ເພື່ອເພີ່ມຂີດຄວາມສາມາດໃນການແຂ່ງຂັນຂອງພາກສ່ວນອຸດສາຫະ ກຳ ແລະ ສົ່ງເສີມການພັດທະນາອຸດສາຫະກຳທີ່ຢືນຍົງໃນຂົງເຂດວຽກງານຂະແໜງ ພະລັງງານ ໂດຍໃຫ້ການສະໜັບສະໜູນພະນັກງານລັດຖະກອນໃນຂະແໜງພະລັງ ງານໄປທັດສະນະສຶກສາແລກປ່ຽນບົດຮຽນ, ຢ້ຽມຢາມກ່ຽວກັບວຽກພະລັງງານ ຢູ່ໂຄງການຜະລິດພະລັງງານໄຟຟ້າ, ສະຖາບັນຄົ້ນຄວ້າ, ສະຖາບັນການສຶກສາ ຫຼື ຫ້ອງທົດລອງກ່ຽວກັບວຽກງານພະລັງງານ ແລະ ຝຶກອົບຮົມເຕັກນິກການວາງແຜນພັດ ທະນາພະລັງງານແບບຍືນຍົງ, ການນໍາໃຊ້ໂປຼແກມຕ່າງໆ ເປັນຕົ້ນ: ການຄິດໄລ່ໂລດໂຟຣ (loadflow), ການນໍາໃຊ້ໂປຼແກ້ມ GIS (ArcMap) ແລະ ອື່ນໆ ຢູ່ ສ. ເກົາຫຼີ.
ສຳລັບວຽກງານກະສິກຳ ແລະ ປ່າໄມ້ ແມ່ນຮ່ວມມືໂດຍອີງຕາມບົດບັນທຶກຄວາມເຂົ້າໃຈ, ທັງສອງຝ່າຍຕົກລົງທີ່ຈະຮ່ວມມືກັນໃນຂົງເຂດຊັບພະຍາກອນທຳມະຊາດ ແລະ ອຸດສາຫະກຳ ພາຍໃຕ້ຫົວຂໍ້ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພ້ອມທັງເສີມຂະ ຫຍາຍນໍ້າໃຈມິດຕະພາບ ແລະ ການພົວພັນຮ່ວມມືອັນດີທີ່ເປັນມູນເຊື້ອລະຫວ່າງສອງຝ່າຍ ແລະ ວຽກງານດ້ານອື່ນ.
ຂ່າວ: ແສງອາທິດ




