ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ຫວຽດນາມເພີ່ມທະວີການສ້າງບຸກຄະລາກອນສື່ມວນຊົນ

Oct 29, 2025

ວັນທີ 28 ຕຸລາ 2025 ທີ່ນະຄອນຫຼວງຮ່າໂນ້ຍ ຂອງຫວຽດນາມ, ສະຫາຍນາງ ວິລະວອນ ພັນທະວົງ, ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ພົບປະເຮັດວຽກກັບສະຫາຍ ຟ້າມມິງເຊິນ ຫົວໜ້າສະຖາບັນສື່ມວນຊົນ ແລະ ໂຄສະນາຫວຽດນາມ ພ້ອມດ້ວຍຄະນະ.
ສະຫາຍ ຟ້າມມິງເຊິນ ໄດ້ລາຍງານໂດຍຫຍໍ້ກ່ຽວກັບໂຄງການຮ່ວມມືບໍາລຸງສ້າງ ແລະ ຝຶກອົບຮົມໃຫ້ພະນັກງານສື່ມວນຊົນ ແລະ ໂຄສະນາ ຊຶ່ງສະຖາບັນດັ່ງກ່າວ ສ້າງຕັ້ງຂຶ້ນໃນປີ1962. ປີ 1992 ໄດ້ເປີດໃຫ້ນັກສຶກສາ ແລະ ພະນັກງານລາວມາສຶກຮໍ່າຮຽນຢູ່ສະຖາບັນແຫ່ງນີ້. ຜ່ານມາສະຖາບັນດັ່ງກ່າວໄດ້ບຳລຸງສ້າງນັກສຶກສາແລະພະນັກງານລາວໄດ້ 700 ຄົນ, ໃນນັ້ນນັກສຶກສາ, ພະນັກງານລາວຍັງສືບຕໍ່ສຶກສາຮ່ຳຮຽນຢູ່ສະຖາບັນແຫ່ງນີ້ຫຼາຍຫົວຂໍ້ວິຊາ ໃນນັ້ນລວມມີບຸກຄະລາກອນວຽກງານສື່ມວນຊົນລາວກໍ່ໄດ້ສືບຕໍ່ຮຽນຢູ່ສະຖາບັນແຫ່ງນີ້ເຊັ່ນກັນ.
May be an image of one or more people and text that says 'HỌC VIÊN BÁO CHÍ A VA ΤυγΝ YENT ỌCVIỆNBÁOCHİVÄTUYÊNTRUYỄ I HE ACADEMY OF JOURNALIS II SM AND COMMUN' May be an image of ‎text that says '‎BAVILAVONEPHANTHAVONG BÀ VILAVONE PHANTHAVONG PHO TRƯONG TUYỀN HUẨN TRUNG MOTR/OMBANTDIEANATAMGUNGANG ƯƠNG DANG NHÀND DAN NC CAC MANG LÁO 準口 یر‎'‎
ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ແລກປ່ຽນນຳກັນຫຼາຍບັນຫາ ໂດຍສະເພາະການສ້າງບຸກຄະລາກອນໃນໄລຍະຜ່ານມານັບແຕ່ປີ 2012-2019, ສະຖາບັນສື່ມວນຊົນ ແລະໂຄສະນາໄດ້ໄດ້ຮ່ວມມືກັບສະຖາບັນສື່ມວນຊົນ, ວັດທະນາທຳ ແລະທ່ອງທ່ຽວລາວ, ໄດ້ຈັດຊຸດຝຶກອົບຮົມ 6 ຊຸດ, ມີສຳມະນາກອນເຂົ້າຮ່ວມຈຳນວນ 132 ຄົນ, ໃນຂະນະດຽວກັນຍ້ອນເກີດສະພາບໂຄວິດ19 ເຮັດໃຫ້ການພົວພັນຂອງສອງສະຖາບັນບໍ່ໄດ້ດຳເນີນບັ້ນຮົມໄລຍະໜຶ່ງ. ມາຮອດປີ 2023 ຫາ 2024 ຈຶ່ງໄດ້ຝຶກອົບຮົມຄືນໃໝ່ຈຳນວນ 2 ຊຸດ ຢູ່ຫວຽດນາມ, ຊຸດລະ 15 ຄົນ, ມາຮອດເດືອນຕຸລາ 2025 ໄດ້ຈັດຊຸດອົບຮົມອີກ 1 ຊຸດມີຜູ້ເຂົ້າຮ່ວມ 15 ຄົນ ໂດຍແມ່ນສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນ.
ຝ່າຍຫວຽດນາມໄດ້ສະເໜີໃຫ້ນັກສຶກສາລາວເຂົ້າມາຮຽນຢູ່ສະຖາບັນແຫ່ງນີ້ຫຼາຍກວ່າເກົ່າ ແລະ ໃຫ້ເຂົ້າຮຽນຫຼາຍຂະແໜງການ ເພາະຜ່ານມານັກສຶກສາລາວຮຽນແຕ່ 5-6 ຂະແໜງການເທົ່ານັ້ນ ແຕ່ສະຖາບັນດັ່ງກ່າວມີ 32 ຂະແໜງການ, ພ້ອມດຽວກັນນັ້ນຍັງສະເໜີໃຫ້ສ້າງຕັ້ງສະມາຄົມອະດີດນັກສຶກສາລາວທີ່ຮຽນຈົບຈາກສະຖາບັນແຫ່ງນີ້ອີກດ້ວຍ
 May be an image of one or more people and text that says 'AJC HOC VIỆN BÁO CHÍ VÀ TUYỀN TUYÊNTRUY TRUYỀ HF OF URNAI ICM AND COMM SPERN' May be an image of one or more people, suit and text
ຝ່າຍລາວໄດ້ເຫັນດີເປັນເອກະພາບກັບການສະເໜີຂອງຝ່າຍຫງຽດນາມ ແລະ ຈະນໍາເອົາຄຳສະເໜີດັ່ງກ່າວສົ່ງໃຫ້ກະຊວງສຶກສາທິການ ແລະກິລາຮັບຮູ້ ເພື່ອຄົ້ນຄວ້າ, ຄັດເລືອກເອົານັກສຶກສາມາຮຽນໃຫ້ມີຫຼາຍຂະແໜງການຕື່ມອີກ ໂດຍສະເພາະຂະແໜງການສື່ມວນຊົນ ສືບຕໍ່ເຊັນ MOU ນຳກັນເພື່ອສ້າງວຽກງານໂຄສະນາ ແລະ ສື່ມວນຊົນໃຫ້ມີຄຸນະພາບຍິ່ງຂຶ້ນ
ໃນໂອກາດນີ້, ສະຫາຍນາງ ວິລະວອນ ພັນທະວົງ ໄດ້ສະແດງຄວາມຂອບໃຈຕໍ່ຫົວໜ້າສະຖາບັນສື່ມວນຊົນ ແລະ ໂຄສະນາທີ່ໃຫ້ການການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ລາຍງານໃຫ້ຝ່າຍຫວຽດນາມຮູ້ກ່ຽວກັບການໂອນວຽກງານສື່ມວນຊົນມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ພ້ອມທັງຖືໂອກາດນີ້, ສະແດງຄວາມຂອບໃຈຕໍ່ສະຖາບັນໄດ້ໃຫ້ການຊ່ວຍເຫຼືອບຳລຸງສ້າງບຸກຄະລາກອນລາວ ຕະຫຼອດໄລຍະທີ່ຜ່ານມາ ຈົນເຖິງປັດຈຸບັນ, ໃນນັ້ນ ບຸກຄະລາກອນສື່ມວນຊົນລາວ ໄດ້ຮັບທຶນການຊ່ວຍເຫຼືອ ບຳລຸງກໍ່ສ້າງ ແລະ ພັດທະນາຄວາມຮູ້, ຄວາມສາມາດແຕ່ລະໄລຍະ ຢູ່ສະຖາບັນດັ່ງກ່າວຫຼາຍຊຸດ, ທັງໄດ້ໄປຝຶກອົບຮົມໃຫ້ພະນັກງານຢູ່ລາວຕື່ມອີກ, ປັດຈຸບັນນີ້, ມີພະນັກງານຈາກພາກສ່ວນສື່ມວນຊົນ ແລະ ໂຄສະນາຢູ່ສູນກາງ ແລະ ທ້ອງຖິ່ນຂອງລາວ ພວມໄດ້ຮັບການບຳລຸງໄລຍະສອງເດືອນ. ສະນັ້ນ, ເພື່ອສືບຕໍ່ຍົກລະດັບການກໍ່ສ້າງບຸກຄະກອນລາວ ໂດຍສະເພາະຂະແໜງການສື່ມວນຊົນລາວ, ຈົ່ງສືບຕໍ່ໃຫ້ການຮ່ວມມືຊ່ວຍເຫຼືອກໍ່ສ້າງບຸກຄະກອນລາວຕໍ່ໄປ, ຢ່າງເປັນລະບົບ ແລະ ຕໍ່ເນື່ອງເພື່ອເຮັດແນວໃດເຮັດໃຫ້ວຽກງານສື່ມວນຊົນລາວພັດທະນານັບດີຂຶ້ນເລື້ອຍໆ.
ຕອນທ້າຍສະຫາຍ ຟ້າມມີງເຊິນ ໄດ້ອວຍພອນໃຫ້ຄະນະຜູ້ແທນລາວ ຈົ່ງປະສົບຜົນສຳເລັດໃນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູຫວຽດນາມໃນຄັ້ງນີ້.