ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ຫວຽດນາມ ຈັດພິທີພົບປະມິດຕະພາບຢ່າງຍິ່ງໃຫຍ່

Apr 26, 2025

ໃນວັນທີ 25 ເມສານີ້ ທີ່ນະຄອນຫລວງວຽງຈັນ. ສປປ ລາວ ແລະ ສສ ຫວຽດນາມ ໄດ້ຈັດພິທີພົບປະມິດຕະພາບ “ຮັກ ຫອມກັນໝາຍໝັ້ນ ຫຼາຍສັນພູກໍປີນໄຕ່ ຫຼາຍນໍ້າໃຫຍ່ ແລະ ໂຄກຄ້ອຍ ຂວາງຂັ້ນກໍດຸ່ງໄປ, ສອງຊາດລາວ-ຫວຽດ ໄດ້ຝັງຄວາມຮັກຢູ່ໃນໃຈ, ຮົ່ງຮາທັງແມ່ຂອງ ບໍ່ເລິກປຸນປານໄດ້” ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາ ທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ເລືອງເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ.
ໃນພິທີ, ສະຫາຍ ເລືອງ ເກືອງ ໄດ້ກ່າວປາໄສ ໂດຍໄດ້ທົບທວນຄືນມູນເຊື້ອສຳພັນສູ້ຮົບຫວຽດນາມ-ລາວ ໃນສະໄໝຕໍ່ສູ້ກູ້ຊາດທີ່ລະອິດລະອ້ຽວ ແລະ ທໍລະຫົດອົດທົນຈົນສາມາດຍາດໄດ້ຮັບໄຊຊະນະອັນສະຫງ່າລາສີຂອງແຕ່ລະປະເທດ ແລະ ໄຊຊະນະຮ່ວມກັນຂອງປະຊາຊົນສອງຊາດ, ພ້ອມທັງສະແດງຄວາມຈົດຈຳລໍ້າລຶກເຖິງບຸນຄຸນ, ຜົນງານການປະກອບສ່ວນຂອງບັນດາຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາ, ເປັນຕົ້ນ: ປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ, ພ້ອມດ້ວຍບັນດາວິລະຊົນ, ບັນດາສະຫາຍ, ເພື່ອນຮ່ວມຮົບ, ນັກຮົບຂອງສອງປະເທດທີ່ໄດ້ເສຍສະຫຼະຊີວິດເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ.
ສະຫາຍ ເລືອງ ເກືອງ ຍົກໃຫ້ເຫັນຕື່ມວ່າ: ທຸກໆ ໄຊຊະນະຂອງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ ໃນປັດຈຸບັນ ແມ່ນລ້ວນແຕ່ໄດ້ຮັບການສະໜັບສະໜູນອັນລ້ຳຄ່າ ແລະ ການຊ່ວຍ ເຫຼືອຢ່າງໝົດຈິດ ໝົດໃຈ ແລະ ມີປະສິດທິຜົນຂອງພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງ. ພ້ອມນີ້ ສະຫາຍໄດ້ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ມາຍັງພັກປະຊາຊົນປະຕິວັດລາວ, ລັດຖະບານ ສປປ ລາວ ແລະ ປະຊາຊົນລາວອ້າຍນ້ອງທີ່ຍາມໃດກໍຄຽງບ່າຄຽງໄຫຼ່, ຕິດພັນກັນຢ່າງໜຽວ ແໜ້ນ, ຮ່ວມສຸກຮ່ວມທຸກນຳກັນຕະຫຼອດມາ.
ສະຫາຍ ເລືອງ ເກືອງ ຍັງໄດ້ກ່າວກ່ຽວກັບການສ້າງອະນາຄົດຮ່ວມກັນວ່າ: ກ່ອນອື່ນໝົດ, ແມ່ນຄວາມສາມັກຄີພິເສດ ລະ ຫວ່າງ ສອງພັກ ແລະ ປະຊາຊົນສອງຊາດ ແມ່ນ “ເສັ້ນດ້າຍສີ ແດງ” ທີ່ສອດຫ້ອຍ ແລະ ເຊື່ອມປະສານ ສາຍພົວພັນມິດຕະ ພາບ ຫວຽດນາມ – ລາວ ແລະ ລາວ – ຫວຽດນາມ. ວິໄສທັດຍຸດທະສາດດັ່ງກ່າວນີ້ ແມ່ນໄດ້ຮັບການຢືນຢັນ ແລະ ອອກເຫື່ອ ເທແຮງເພີ່ມພຸນຄູນສ້າງຈາກບັນດາຜູ້ນໍາຂອງສອງປະເທດ; ຈິດໃຈດັ່ງກ່າວນີ້ ຈະຄົງຕົວຕະຫຼອດໄປຕາມການເວລາ. ປະທານ ໂຮ່ຈິມິນ ໄດ້ຢືນຢັນວ່າ: “ປະຊາຊົນສອງຊາດ ຫວຽດນາມ – ລາວ ຮ່ວມດຳລົງຊີວິດຢູ່ຜືນແຜ່ນດິນອັນດຽວກັນ, ມີສາຍພູຫຼວງຮ່ວມກັນ, ປະຊາຊົນສອງຊາດ ເພິ່ງພາອາໄສກັນ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຄືອ້າຍນ້ອງ”. ປະທານ ສຸພານຸວົງ ກໍໄດ້ຕີລາຄາຢ່າງເລິກເຊິ່ງສາຍພົວພັນ ຫວຽດນາມ-ລາວ ວ່າ: “ການພົວພັນ ລາວ -ຫວຽດນາມ ແມ່ນຍິ່ງໃຫຍ່ມະຫາສານ, ບໍ່ມີບົດເພງ ແລະ ບົດກາບກອນໃດໆ ທີີ່ສາມາດພັນລະນາໄດ້, ມິດຕະພາບດັ່ງກ່າວສູງຍິ່ງກວ່າພູເຂົາ, ຍາວກວ່າແມ່ນໍ້າ, ກວ້າງໃຫຍ່ກວ່າມະຫາສະໝຸດ, ງາມກວ່າເດືອນເພັງ ແລະ ຫອມຫວນກວ່າດອກໄມ້ນາໆຊະນິດທີ່ຫອມຫວນທີ່ສຸດ”.
ອັນທີສອງ, ນັ້ນແມ່ນຈິດໃຈ “ຮ່ວມສຸກ ຮ່ວມທຸກ”, ເອື້ອເຟື້ອເພື່ອແຜ່. ພັກ, ລັດ ແລະ ປະ ຊາຊົນຫວຽດນາມ ໄດ້ກຳນົດທັດ ສະນະຢ່າງຈະແຈ້ງວ່າ: ບໍ່ວ່າສິ່ງໃດທີ່ຫວຽດນາມມີ, ພວກເຮົາຍິນ ດີແບ່ງປັນກັບສະຫາຍລາວ ດ້ວຍຄຳຂວັນປະຈຳໃຈ ທີ່ວ່າ: “ເຂົ້າເມັດຫັກ ຜັກເສັ້ນໜຶ່ງ ກໍແບ່ງປັນກັນກິນ”. ສະຫາຍເລຂາທິ ການໃຫຍ່ ໂຕເລິມ ໄດ້ກ່າວວ່າ ຖ້າ ຫວຽດນາມ ມີທະເລ, ແມ່ນລາວກໍມີທະ ເລ. ໂຄງການທ່າເຮືອຫວຸງອາງ ເປັນສັນຍາລັກແຫ່ງຄວາມສາມັກຄີ, ບິແບ່ງ, ປະກອບສ່ວນເຮັດໃຫ້ຄວາມມຸ່ງຫວັງໃນການໃຫ້ລາວມີທາງອອກສູ່ທະເລ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງລາວ ກາຍເປັນຄວາມຈິງ.
ອັນທີສາມ, ແມ່ນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ – ລາວ ຢ່າງບໍ່ຢຸດຢັ້ງ. ຄວາມເຊື່ອໝັ້ນທາງດ້ານການ ເມືອງ, ການຮ່ວມມືດ້ານເສດຖະກິດ ແລະ ການລົງທຶນ, ການ ແລກປ່ຽນໄປມາຫາສູ່ ຂອງປະຊາຊົນແມ່ນຈຸດພົ້ນເດັ່ນໃນການພົວພັນລະຫວ່າງສອງພັກ, ລັດ ແລະ ປະຊາຊົນສອງຊາດ. ພິເສດ, ຫວຽດນາມ ຈະສືບຕໍ່ຍົກສູງຄຸນນະພາບການສຶກສາ, ບຳລຸງສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ແກ່ລາວ, ຊ່ວຍເຫຼືອໃນການສ້າງຍຸດທະສາດການພັດທະນາເສດຖະກິດ – ສັງຄົມ ຂອງລາວ ໄລຍະ 2026 – 2035 ແລະ ວິໄສທັດຮອດປີ 2045, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງດິນແດນແຫ່ງດອກຈໍາປາ.
ສະຫາຍ ເລືອງ ເກືອງ ຍັງໄດ້ຝາກຝັງຄວາມເຊື່ອໝັ້ນ ແລະ ຄວາມມຸ່ງຫວັງຕໍ່ຊາວໜຸ່ມ ທີ່ເປັນດັ່ງ ສະດູບານໃໝ່ຂອງປະເທດທີ່ເປັນຜູ້ສືບທອດທີ່ຄູ່ຄວນ ຕໍ່ຄວາມສາມັກຄີແບບພິເສດອັນຍິ່ງໃຫຍ່ຂອງ ຫວຽດນາມ – ລາວ. ເປັນຜູ້ທີ່ຖືໂຄມໄຟ, ເປັນຕໍ່ຂົວຕໍ່ອະດີດອັນສະຫງ່າລາສີ ກັບ ອະນາຄົດອັນສົດໃສຂອງສອງຊາດ. ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີອັນລ້ຳຄ່າ ທີ່ຄົນຮຸ່ນພໍ່ ແລະ ຮຸ່ນອ້າຍ ໄດ້ມານະພະຍາຍາມກໍ່ສ້າງ, ພ້ອມນີ້ ສະຫາຍ ສະແດງຄວາມຫວັງວ່າ: ສອງພັກ, ສອງລັດຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ທຸກຊັ້ນຄົນ ແລະ ທຸກຂະແໜງການຂອງປະຊາ ຊົນສອງປະເທດ, ພິ ເສດແມ່ນຄົນຮຸ່ນໜຸ່ມ ໄດ້ພົບປະແລກປ່ຽນ, ປຶກສາຫາລື ແລະ ຮ່ວມມືຢ່າງເປັນປົກກະຕິ; ສືບຕໍ່ສືບທອດມູນເຊື້ອຄວາມສາມັກ ຄີ ແລະ ມີຫົວຄິດປະດິດສ້າງໃນການຈັດຕັ້ງ.
ພ້ອມນີ້, ສະຫາຍ ຍັງໄດ້ຢືນຢັນວ່າ: ຫວຽດນາມ ຈະສືບຕໍ່ເປັນເພື່ອນຮ່ວມທາງທີ່ໄວ້ເນື້ອເຊື່ອໃຈ, ສະໜັບສະໜູນຢ່າງແຂງ ແຮງ ແລະ ຮອບດ້ານຕໍ່ພາລະກິດປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດ. ດ້ວຍຄວາມຕັດສິນໃຈໃນທຸກໆ ການກະທຳ ແລະ ຄວາມມານະພະຍາຍາມຈາກໃຈຂອງປະຊາຊົນລາວ ແລະ ຫວຽດນາມ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ຈະໄດ້ຮັບການຮັດແໜ້ນ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.
May be an image of 3 people and text