ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ຫວຽດນາມ ປຶກສາຫາລືການເປີດນໍາໃຊ້ທ່າທຽບເຮືອ ເບີ 3 ທ່າເຮືອ ສາກົນ ຫວຸ້ງອາງ ຮາຕິງ

Feb 22, 2025

ລາວ-ຫວຽດນາມ ປຶກສາຫາລືການເປີດນໍາໃຊ້ທ່າທຽບເຮືອ ເບີ 3 ທ່າເຮືອ ສາກົນ ຫວຸ້ງອາງ ຮາຕິງ
ກອງປະຊຸມປຶກສາຫາລືການເປີດນໍາໃຊ້ທ່າທຽບເຮືອ ເບີ 3 ທ່າເຮືອ ສາກົນ ລາວ-ຫວຽດນາມ ຫວຸ້ງອາງ ຮາຕິງ ໄດ້ຈັດຂຶ່ນຢູ່ແຂວງຮາຕິງ ສສ ຫວຽດນາມ ໃນວັນທີ 21 ກຸມພາ 2025 ນີ້, ໂດຍການເປັນປະທານຮ່ວມ ຂອງ ສະຫາຍ ພົນໂທ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ເຈິນເບົາຮາ ຮອງເຈົ້າແຂວງ ແຂວງຮາຕີງ ແຫ່ງ ສສ ຫວຽດນາມ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານ ເຂດ 4 ກອງທັບປະຊາຊົນຫວຽດນາມ, ລັດວິສາຫະ ກິດ ລາວ ເອເຊຍ ໂທລະຄົມ, ກົມເສດຖະກິດ ກະຊວງປ້ອງກັນ ປະເທດຫວຽດນາມ, ບໍລິສັດຮຸ້ນນສ່ວນທ່າເຮືອສາກົນ ລາວ- ຫວຽດນາມ (ຫວຸ້ງອາງ ) , ບໍລິສັດ ໂກເອັດໂກ, ບໍລິສັດເຕິນກາງໄຊງ່ອນ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ເຈົ້າແຂວງ ແຂວງຮາຕີງ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ຕໍ່ ສະຫາຍ ພົນໂທ ວົງຄໍາ ພົມມະກອນ ພ້ອມດ້ວຍຄະນະ ພ້ອມທັງຕີລາຄາສູງຕໍ່ສາຍພົວພັນ ແລະ ການ ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງສອງຊາດ, ສອງພັກ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນໄລຍະຜ່ານມາ ໃນຫຼາຍດ້ານ ແລະ ສືບຕໍ່ພົວພັນຮ່ວມມືກັນຫຼາຍດ້ານໃນຕໍ່ໜ້າ ນັບມື້ເພີ່ມທະວີຍິ່ງໆ ຂຶ້ນ, ເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມສ້າງສາຍພົວ ພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍສະເພາະ ຂົງເຂດທ່າເຮືອສາກົນ ລາວ-ຫວຽດ ນາມ ຫວຸ້ງອາງ ຮາຕິງ.
ສະຫາຍ ພົນໂທ ວົງຄໍາ ພົມມະກອນ ໄດ້ສະແດງຄວາມຂອບ ໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ສະຫາຍ ເຈົ້າແຂວງ ແຂວງຮາຕີງ ພ້ອມດ້ວຍຄະນະ ພ້ອມທັງຕີລາສູງເຖິງຄວາມເອົາໃຈຂອງການນໍາ ພັກ-ລັດຖະບານຫວຽດນາມໃນຫຼາຍດ້ານ ໂດຍສະເພາະແມ່ນຂົງເຂດທ່າເຮືອສາກົນ ລາວ-ຫວຽດນາມ ຫວຸ້ງອາງ ແຂວງຮາຕິງ. ນອກຈາກນັ້ນ, ໃນອະນາຄົດ ຍິ່ງຈະໄດ້ຮັບການເສີມ ຂະຫຍາຍການຮ່ວມມືກັນຢ່າງໃກ້ຊິດ ແລະ ແໜ້ນແຟ້ນ ພ້ອມທັງ ອວຍພອນໃຫ້ມິດຕະພາບການຮ່ວມມືຮອບດ້ານ ຂອງສອງພັກ, ສອງກອງທັບ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວເພີ່ມພູນຄູນສ້າງຂຶ້ນສູ່ລະດັບສູງຍິ່ງໆຂຶ້ນ.
ໃນກອງປະຊຸມ, ທັງສອງຝ່າຍໄດ້ຜັດປ່ຽນກັນມີຄໍາເຫັນ ແລະ ຮ່ວມກັນປຶກສາຫາລືແລກປ່ຽນສະພາບການຂອງແຕ່ລະຝ່າຍ ໂດຍສະເພາະແມ່ນການເອກະພາບກະກຽມຄວາມພ້ອມໃນການ ເປີດພິທີນໍາໃຊ້ທ່າທຽບເຮືອ ເບີ 3 ຢູ່ ແຂວງຮາຕິງ ຫວຽດນາມ ເຊິ່ງຢູ່ໃນໄລຍະທີ່ສອງປະເທດສະເຫຼີມສະຫຼອງ 2 ວັນປະຫວັດ ສາດ ລາວ-ຫວຽດນາມ, ຫວຽດນາມ- ລາວ ກໍຄືວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ວັນປົດປ່ອຍພາກໃຕ້ເອກະພາບທົ່ວປະເທດຫວຽດນາມ ຄົບຮອບ 50 ປີ.
ທີ່ມາ: ໜັງສືພິມກອງທັບ