ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ຫວຽດນາມ ລົງນາມແຜນການຮ່ວມມືດ້ານວັດທະນະທຳ ແລະ ການທ່ອງທ່ຽວ 5 ປີ (2026-2030) ເພື່ອຍົກລະດັບການພົວພັນເຂົ້າສູ່ລວງເລິກ

May 13, 2026

​ ເນື່ອງໃນໂອກາດການເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວວຽກງານ ຢູ່ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ, ໃນຕອນບ່າຍຂອງວັນທີ 12 ພຶດສະພາ 2026, ໄດ້ມີການພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ທ່ານ ນາງ ເລີມ ທິ ເຟືອງ ແທງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ.


ໃນກອງປະຊຸມ ທັງສອງຝ່າຍໄດ້ຮ່ວມກັນຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືໃນໄລຍະປີ 2021-2025 ທີ່ຜ່ານມາ ເຊິ່ງມີຜົນສຳເລັດທີ່ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນ:
ດ້ານມໍລະດົກ: ຜົນສຳເລັດໃນການຂຶ້ນທະບຽນອຸທິຍານແຫ່ງຊາດຫີນໜາມໜໍ່ (ລາວ) ຮ່ວມກັບ ອຸທິຍານແຫ່ງຊາດຟອງຫຍາ-ແກບາງ (ຫວຽດນາມ) ເປັນມໍລະດົກໂລກຮ່ວມຊາຍແດນແຫ່ງທຳອິດ.
ດ້ານການທ່ອງທ່ຽວ: ໃນໄລຍະສົກປີ 2022-2025 ມີນັກທ່ອງທ່ຽວຫວຽດນາມເຂົ້າມາທ່ຽວລາວທັງໝົດ 3,3 ລ້ານກວ່າເທື່ອຄົນ.


ການເຊັນສັນຍາໃໝ່: ທັງສອງຝ່າຍໄດ້ຮ່ວມກັນ ລົງນາມໃນແຜນການຮ່ວມມືດ້ານວັດທະນະທຳ ແລະ ການທ່ອງທ່ຽວ ສົກປີ 2026-2030 ເພື່ອກຳນົດທິດທາງຍຸດທະສາດໃນໄລຍະ 5 ປີຕໍ່ໜ້າ ມີຄື:
ວຽກງານວັດທະນະທຳ: ສືບຕໍ່ສົມທົບກັນຈັດກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ແລະ ວັນສົນທິສັນຍາມິດຕະພາບ ຄົບຮອບ 50 ປີ ໃນປີ 2027. ພ້ອມທັງສ້າງຕັ້ງຄະນະກຳມະການປະສານງານຮ່ວມ ເພື່ອຄຸ້ມຄອງມໍລະດົກໂລກຮ່ວມຊາຍແດນໃຫ້ມີປະສິດທິຜົນ.


ວຽກງານການທ່ອງທ່ຽວ: ຝ່າຍຫວຽດນາມ ຈະໃຫ້ການສະໜັບສະໜູນລາວໃນການນຳໃຊ້ AI ເຂົ້າໃນການໂຄສະນາການທ່ອງທ່ຽວ ແລະ ການແກ້ໄຂບັນຫາທົວສູນຫຼຽນ.
ຍຸດທະສາດຮ່ວມ: ເລັ່ງຜັນຂະຫຍາຍຂໍ້ລິເລີ່ມ 3 ປະເທດ 1 ຈຸດໝາຍປາຍທາງ (ລາວ-ຫວຽດນາມ-ກຳປູເຈຍ).


ການພົບປະ ແລະ ເຊັນສັນຍາໃນຄັ້ງນີ້ ຖືເປັນຂີດໝາຍອັນສຳຄັນໃນການຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.
ພາຍຫຼັງສຳເລັດພິທີພົບປະຢ່າງເປັນທາງການ ກໍໄດ້ມີພິທີເຊັນສັນຍາສອງຝ່າຍ ລະຫວ່າງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ໂດຍໃຫ້ກຽດລົງນາມຮ່ວມກັນຂອງລັດຖະມົນຕີທັງສອງປະເທດ ຄື: ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ທ່ານ ນາງ ເລີມ ທິ ເຟືອງ ແທງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ. ເອກະສານທີ່ລົງນາມໃນຄັ້ງນີ້ ແມ່ນແຜນການຮ່ວມມືດ້ານວັດທະນະທຳ ແລະ ການທ່ອງທ່ຽວ ສົກປີ 2026-2030 ເພື່ອເປັນບ່ອນອີງອັນສຳຄັນໃນການເພີ່ມທະວີການພົວພັນຮ່ວມມືຂອງສອງກະຊວງໃຫ້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນສູງຂຶ້ນໃນຕໍ່ໜ້າ.
ຂ່າວ-ພາບ: ຫ້ອງການກະຊວງ