ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ຫວຽດນາມ ສືບຕໍ່ປຶກສາຫາລືສົ່ງເສີມການພົວພັນຮ່ວມມືສອງຝ່າຍ

Oct 25, 2024

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ. ຣັດ ເຊຍ, ໃນວັນທີ 23 ຕຸລາ 2024, ສະຫາຍ ທອງລຸນ ສີສຸລິດ, ເລ ຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດ ນາມ ເພື່ອປຶກສາຫາລື ໃນການເສີມຂະຫຍາຍສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ຕີລາຄາການພົວພັນຮ່ວມມື ລະຫວ່າງສອງປະເທດ ໃນໄລຍະຜ່ານມາ ພ້ອມທັງໄດ້ປຶກສາຫາລື ເພື່ອສົ່ງເສີມການຮ່ວມມືໃນຕໍ່ໜ້າ, ຊຶ່ງສອງຝ່າຍໄດ້ເຫັນດີຈະສືບ ຕໍ່ຜັນຂະຫຍາຍຢ່າງມີປະສິດທິພາບ ຕໍ່ຜົນສໍາເລັດຂອງການເດີນ ທາງຢ້ຽມຢາມລັດຖະກິດ ທີ່ ສສ. ຫວຽດນາມ ຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມ ດ້ວຍຄະນະ ກໍ່ຄື ຜົນການພົບປະຂອງສອງກົມການເມືອງ ລາວ- ຫວຽດນາມ ໂດຍສະເພາະບັນດາໂຄງການທີ່ສອງຝ່າຍໄດ້ເປັນເອກະພາບກັນ ເຊັ່ນ: ການເຊື່ອມຈອດທາງດ້ານພື້ນຖານໂຄງລ່າງ ໂດຍສະເພາະແມ່ນທາງດ້ານຄົມມະນາຄົມ ຜ່ານໂຄງການເສັ້ນທາງລົດໄຟ ວຽງຈັນ-ທ່າແຂກ-ຫວຸງອາງ ແລະ ໂຄງການເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ, ການເຊື່ອມໂຍງທາງດ້ານລະບົບ, ລະບຽບ, ນະ ໂຍບາຍ, ການເງິນ ແລະ ພະລັງງານ. ພ້ອມນັ້ນ, ສອງຝ່າຍຍັງເຫັນ ດີຈະສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ.
ໃນໂອກາດນີ້, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ຝາກຄວາມຢ້ຽມຢາມຖາມຂ່າວ ເຖິງ ສະຫາຍ ເລຂາທິການໃຫຍ່ ໂຕເລິມ ແລະ ບັນດາສະຫາຍການນໍາຂອງຫວຽດນາມ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ຕໍ່ ສະຫາຍ ເລືອງເກື່ອງ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ປະທານປະເທດ ແຫ່ງ ສສ. ຫວຽດນາມ ຄົນໃໝ່ ໃນກອງປະຊຸມ ຄັ້ງທີ 8 ຂອງສະພາແຫ່ງຊາດ ຊຸດທີ 15 ຂອງ ສສ. ຫວຽດນາມ. ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ບັນດາການນໍາພັກ-ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການສະໜັບສະ ໜູນ ແລະ ຊ່ວຍເຫຼືອ ເພື່ອໃຫ້ ສປປ ລາວ ສາມາດເຮັດສໍາເລັດໜ້າທີ່ການເປັນປະທານອາຊຽນ 2024 ແລະ ເປັນເຈົ້າພາບຈັດກອງປະຊຸມ ໄອປາ ຄັ້ງທີ 45.