ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ຫວຽດນາມ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍໃຫ້ເຂົ້າສູ່ລວງເລິກ

Dec 1, 2025

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ແຫ່ງ ສສ. ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ, ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ເປັນປະທານຮ່ວມກອງປະຊຸມພົບປະຂັ້ນສູງ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ປະຈໍາປີ 2026 ລະຫວ່າງວັນທີ 1-2 ທັນວາ 2025, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ພິທີຕ້ອນຮັບສະຫາຍ ໂຕ ເລິມ ແລະ ຄະນະຢ່າງເປັນທາງການ ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດໃນຕອນເຊົ້າຂອງວັນທີ 1 ທັນວາ 2025, ທີ່ ທໍານຽບປະທານປະເທດ. ຫຼັງຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ໂຕ ເລິມ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງສອງປະເທດ ພົບປະສອງຝ່າຍຢ່າງເປັນທາງການ.

ໃນໂອກາດນີ້, ສອງຝ່າຍໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ ໃຫ້ກັນຊາບໂດຍຫຍໍ້ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດໃນການພັດທະນາປະເທດທີ່ສອງຝ່າຍຍາດມາໄດ້ ໃນໄລຍະຜ່ານມາ. ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ໃນຕະຫຼອດໄລຍະຜ່ານມາ ທີ່ສືບຕໍ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດ ໂດຍສະເພາະການພົວພັນຮ່ວມມືທາງດ້ານການເມືອງ ສອງຝ່າຍສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈກັນ ຢູ່ໃນລະດັບສູງສຸດ; ວຽກງານການຕ່າງປະເທດ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ສືບຕໍ່ເປັນເສົາຫຼັກ ໃນການພົວພັນຮ່ມມມືສອງຝ່າຍ, ພິເສດແມ່ນການເດີນທາງຢ້ຽມຢາມເຊິ່ງກັນ ແລະ ກັນຂອງການນໍາຂັ້ນສູງຂອງສອງພັກ, ສອງລັດ ຢ່າງເປັນປົກກະຕິ; ການຮ່ວມມືດ້ານການຄ້າ-ການລົງທຶນຂອງສອງປະເທດ ມີມູນຄ່າເພີ່ມຂຶ້ນ, ຊຶ່ງມູນຄ່າການຄ້າສອງສົ້ນ ໃນຕົ້ນປີ 2025 ມາຮອດປັດຈຸບັນສາມາດບັນລຸໄດ້ເກືອບ 3 ຕື້ໂດລາ ແລະ ຈະໃຫ້ບັນລຸ 5 ຕື້ໂດລາ ຕາມທີ່ສອງຝ່າຍວາງຄາດໝາຍໄວ້ໃນເວລາອັນໃກ້ນີ້; ການລົງທຶນຂອງຫວຽດນາມຢູ່ລາວ ສືບຕໍ່ຢູ່ແຖວໜ້າຂອງບັນດາປະເທດທີ່ມາລົງທຶນຢູ່ລາວແລະ ການຮ່ວມມືດ້ານວັດທະນະທໍາ-ສັງຄົມ ສືບຕໍ່ໄດ້ຮັບການຮັດແໜ້ນ ໂດຍສະເພາະການຮັບຮອງເອົາສວນອຸທິຍານທໍາມະຊາດຫີນໜາມໜໍ່ ທີ່ແຂວງຄໍາມ່ວນ ເປັນມໍລະດົກໂລກທາງທໍາມະຊາດ ທີ່ຄູ່ຂະໜານກັບສວນອຸທິຍານມໍລະດົກໂລກທາງທໍາມະຊາດ ຟອງຍາແກບາງ ທີ່ແຂວງກວາງບິງ, ສສ. ຫວຽດນາມ, ຊຶ່ງເປັນຄວາມພະຍາຍາມລວມ ແລະ ຄວາມພາກພູມໃຈຂອງສອງປະເທດ.

ພ້ອມດຽວກັນນັ້ນ, ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ສອງລັດຖະບານ ທີ່ໄດ້ປະສານສົມທົບກັນ ຢ່າງແໜ້ນແຟ້ນ ແລະ ມີປະສິດທິພາບສູງໃນການຈັດຕັ້ງປະຕິບັດ ໂຄງການຮ່ວມມືຂອງສອງປະເທດ, ມາຮອດປັດຈຸບັນ ມີຫຼາຍໂຄງການໄດ້ສໍາເລັດ ເຊັ່ນ: ການມອບ-ຮັບໂຄງການສ້າງຖານຂໍ້ມູນໃນການຄຸ້ມຄອງສໍາມະໂນຄົວ ແລະ ບັດປະຈໍາຕົວຂອງພົນລະເມືອງລາວ, ໂຄງການກໍ່ສ້າງສູນບໍາບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ, ການເປີດນໍາໃຊ້ທ່າທຽບເຮືອເລກ 3 ຂອງທ່າເຮືອຫວຸງອາງ, ການປະກາດຮັບຮອງເອົາສະຖານທີ່ຮ່ອງຮອຍປະຫວັດສາດເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈິມິນ ເບື້ອງດິນລາວ ເປັນມໍລະດົກແຫ່ງຊາດ ລະດັບຊາດທາງດ້ານປະຫວັດສາດຂອງ ສປປ ລາວ, ສວນອຸທິຍານ ມິດຕະພາບ ລາວ-ຫວຽດນາມ ທີ່ຈະມີພິທີເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 2 ທັນວາ 2025. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້, ຊຶ່ງຖືເປັນຄັ້ງທໍາອິດຂອງ ສະຫາຍ ໂຕ ເລິມ ໃນຕໍາແໜ່ງເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ພ້ອມທັງໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ຄໍາອວຍພອນໄຊອັນປະເສີດ ໄປຍັງບັນດາສະຫາຍການນໍາພັກ-ລັດ ສສ. ຫວຽດນາມ ທຸກທົ່ວໜ້າ. ສະຫາຍ ທອງລຸນ ສີສຸລິດ ໄດ້ຢືນຢັນຄືນວ່າ: ພັກ, ລັດ ແລະ ປະຊາຊົນລາວ ຈະສືບຕໍ່ຮັກສາມູນເຊື້ອ, ຖະນຸຖະໜອມສາຍພົວພັນຂອງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ, ພ້ອມທັງໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈ ມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ກໍຄື ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ.

ໃນຂະນະດຽວກັນ, ສະຫາຍ ໂຕ ເລິມ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຢ່າງສຸດໃຈ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ 2025, ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ກໍຄື ການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ.

ພາຍຫຼັງສໍາເລັດການພົບປະ, ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ໂຕ ເລິມ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີແລກປ່ຽນເອກະສານຮ່ວມມືສອງຝ່າຍ ຈໍານວນ 12 ສະບັບ, ຊຶ່ງກວມເອົາຂົງເຂດການຮ່ວມມືດ້ານວຽກງານປ້ອງກັນຄວາມສະຫງົບ, ປ້ອງກັນປະເທດ, ການຕ່າງປະເທດ, ວຽກງານຍຸຕິທໍາ, ການທະນາຄານ, ອຸດສາຫະກໍາ-ການຄ້າ, ວຽກງານໂຄສະນາ ແລະ ການພົວພັນລະຫວ່າງແຂວງທ້ອງຖິ່ນ.


ຫຼັງຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ໄດ້ໃຫ້ກຽດປະດັບຫຼຽນຄໍາແຫ່ງຊາດ ໃຫ້ແກ່ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຜົນງານການປະກອບສ່ວນຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ໃນຕະຫຼອດໄລຍະຜ່ານມາ.

ໃນວັນດຽວກັນ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ແລະ ຄະນະ ຍັງໄດ້ໄປວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບຕໍ່ຜູ້ທີ່ເສຍສະຫຼະເລືອດເນື້ອເພື່ອປະເທດຊາດ, ພ້ອມທັງໄດ້ເຂົ້າຮ່ວມງານລ້ຽງອາຫານຄໍ່າ ຈັດໂດຍ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ.

ກົມການຂ່າວ, ກະຊວງການຕ່າງປະເທດ
ພາບ : ພ.ບົວທອງ