ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ – ອັງກິດ ເພີ່ມທະວີການຮ່ວມມືສອງຝ່າຍ

Sep 7, 2025

ໂດຍຕອບສະໜອງຕາມຄໍາເຊີນຂອງ ​ທ່ານ ນາງ ແຄັດເທີຣິນ ເວສທ໌, ຮອງລັດຖະມົນຕີ ຮັບຜິດຊອບວຽກງານອິນໂດ-ປາຊີຟິກ, ກະຊວງການຕ່າງປະເທດ ແລະ ການພັດທະນາ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ, ​ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມປຶກສາຫາລືທາງດ້ານການເມືອງ ລະຫວ່າງ ສປປ ລາວ ແລະ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຢູ່ ລອນດອນ, ປະເທດ ອັງກິດ ໃນລະຫວ່າງວັນທີ 2-5 ກັນຍາ 2025.
ກອງປະຊຸມຄັ້ງນີ້ ຈັດຂຶ້ນເປັນຄັ້ງທີ 4, ຊຶ່ງເປັນກົນໄກປຶກສາຫາລືທາງດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ. ທັງສອງຝ່າຍ ໄດ້ຕີລາຄາການຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລືຂົງເຂດວຽກງານທີ່ຈະຮ່ວມມືກັນໃນອະນາຄົດ, ເປັນຕົ້ນໃນດ້ານ ການຄ້າ ແລະ ການລົງທຶນ, ການສຶກສາ, ສາທາລະນະສຸກ, ການເກັບກູ້ລະເບີດບໍ່ທັນແຕກ ແລະ ອື່ນໆ.
May be an image of 2 people
ນອກຈາກນີ້, ທັງສອງຝ່າຍໄດ້ຮ່ວມກັນຈັດງານສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ອັງກິດ ຄົບຮອບ 70 ປີ (05/09/1955-05/09/2025), ຊຶ່ງມີເຈົ້າໜ້າທີ່ກ່ຽວຂ້ອງຂອງປະເທດອັງກິດ, ບັນດາທຸຕານຸທູດ, ທ່ານທູດ ອັງກິດ ປະຈໍາລາວ ແລະ ທ່ານທູດ ລາວ ປະຈໍາອັງກິດ ພ້ອມດ້ວຍພະນັກງານຈາກສະຖານທູດລາວ ທີ່ ລອນດອນ ແລະ ຄົນເຊື້ອຊາດລາວ ທີ່ ດໍາລົງຊີວິດ ຢູ່ ປະເທດ ອັງກິດ ເຂົ້າຮ່ວມເປັນຈໍານວນຫຼາຍ.
ເພື່ອສົ່ງເສີມການຮ່ວມມືທາງດ້ານເສດຖະກິດ ທ່ານ ໄມທອງ ທໍາມະວົງສາ ຍັງໄດ້ພົບປະກັບ ຜູ້ຕາງໜ້າພິເສດດ້ານການຄ້າຂອງອັງກິດ ທີ່ຮັບຜິດຊອບ ສປປ ລາວ ເພື່ອແລກປ່ຽນຂໍ້ມູນ ແລະ ປຶກສາຫາລື ເພື່ອເປັນການສົ່ງເສີມການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ, ໂດຍສະເພາະ ເພື່ອດຶງດູດການລົງທຶນຢູ່ ສປປ ລາວ. ນອກຈາກນີ້, ທ່ານ ໄມທອງ ຍັງໄດ້ພົບປະກັບຫົວໜ້າອົງການ MAG ຊຶ່ງເປັນອົງການ NGO ຂອງອັງກິດ ທີ່ໄດ້ມາດໍາເນີນການເກັບກູ້ລະເບີດບໍ່ທັນແຕກ ຢູ່ ສປປ ລາວ ເປັນເວລາຫຼາຍປີແລ້ວ.
May be an image of 2 people and text
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ຍາດໂອກາດ ພົບປະກັບຄົນເຊື້ອຊາດລາວ ທີ່ດໍາລົງຊີວິດຢູ່ປະເທດ ອັງກິດ ເພື່ອຢື້ຢາມຖາມຂ່າວ ແລະ ໃຫ້ຂໍ້ມູນທີ່ສໍາຄັນກ່ຽວກັບນະໂຍບາຍຂອງລັດຖະບານລາວ ຕໍ່ພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ ທີ່ຍາມໃດກໍ່ຖືວ່າເຂົາເຈົ້າເປັນວົງຄະນາຍາດຮ່ວມຊາດ ແລະ ເຊື້ອເຊີນໃຫ້ເຂົາເຈົ້າກັບເມືອຢ້ຽມຢາມ, ທ່ອງທ່ຽວ ແລະ ຊອກຫາໂອກາດໃນການເຮັດທຸລະກິດຢູ່ ສປປ ລາວ.