ສປປ ລາວ ແລະ ສ ອິນເດຍ ໄດ້ຈັດພິທີລົງນາມເອກະສານຮ່ວມມືສອງຝ່າຍຈໍານວນ 7 ສະບັບ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ນາເລັນ ດຣາ ໂມດີ (H.E. Mr. Narendra Modi) ນາຍົກລັດຖະມົນຕີແຫ່ງສາທາລະນະລັດ ອິນເດຍ ຊຶ່ງປະກອບມີ:
1) ການຮ່ວມມືຂົງເຂດວຽກງານປ້ອງກັນຊາດ.
2) ສັນຍາວ່າດ້ວຍການຮ່ວມມືການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນດ້ານວຽກງານພາສີ.
3) ການຮ່ວມມືການກະຈາຍສຽງ ແລະ ພາບ ລະຫວ່າງລາວ- ອິນເດຍ.
4) ໂຄງການອະນຸລັກມໍລະດົກດ້ານສິລະປະພະລັກພະລາມ ແຂວງຫຼວງພະບາງ.
5) ໂຄງການປະຕິສັງຂອນວັດຜາເກຍ ແຂວງຫຼວງພະບາງ.
6) ໂຄງການປົກປັກຮັກສາການສະແດງປະລັດຕື້ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ເພື່ອໃຫ້ສະມາຄົມປະລັດຕື້ມີຄວາມຍືນຍົງຢູ່ ແຂວງຈໍາປາສັກ.
7) ໂຄງການກໍ່ສ້າງທາງຮ່ອມ ແລະ ຮ່ອງລະບາຍນໍ້າຢູ່ຮ່ອມ 5 ບ້ານໂສກປ່າຫຼວງ ນະຄອນຫຼວງວຽງຈັນ.
ພິທີລົງນາມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 11 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ໃນໄລຍະກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 21 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງທີ່ ສປປ ລາວ ເປັນເຈົ້າພາບໃນລະຫວ່າງວັນທີ 8-11 ຕຸລາ 2024. ກ່ອນພິທີລົງນາມ, ສອງນາຍົກລັດຖະມົນຕີລາວ-ອິນເດຍ ໄດ້ພົບປະສອງຝ່າຍນໍາກັນເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນເພື່ອສົ່ງເສີມການຮ່ວມມືລະຫວ່າງສອງປະເທດໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
ໃນໂອກາດນີ້, ສອງຝ່າຍໄດ້ສະແດງຄວາມຍິນດີທີ່ເຫັນວ່າ ຕະຫຼອດ 68 ປີແຫ່ງການພົວພັວຮ່ວມມືຂອງສອງປະເທດຍັງສືບຕໍ່ຮັກສາໄວ້ມິດຕະພາບ, ມູນເຊື້ອອັນດີງາມທີ່ມີຮີດຄອງປະເພນີ ແລະ ວັດທະນະທໍາຄ້າຍຄຽງກັນ, ປະຊາຊົນສອງຊາດມີການໄປມາຫາສູ່ກັນ, ມີການພົບປະຢ້ຽມຢາມຊຶ່ງກັນ ແລະ ກັນ ລະຫວ່າງການນໍາຂັ້ນສູງຂອງສອງປະເທດຢ່າງເປັນປົກກະຕິ ລວມທັງມີການຊ່ວຍເຫຼືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍໃນຂົງເຂດພາກພື້ນ ແລະ ສາກົນ. ສອງຝ່າຍເປັນເອກະພາບຈະສືບຕໍ່ຊຸກຍູ້ ແລະ ລົງເລິກການຮ່ວມມືບາງດ້ານໃນຕໍ່ໜ້າ ໂດຍສະເພາະການຮ່ວມມືດ້ານພະລັງງານແສງຕາເວັນ, ການຊຸກຍູ້ນັກທຸລະກິດອິນເດຍເຂົ້າມາລົງທຶນຢູ່ ສປປ ລາວ ໃນຂົງເຂດທີ່ ສປປ ລາວ ມີທ່າແຮງ ເປັນຕົ້ນ ດ້ານພະລັງງານສະອາດ, ກະສິກໍາ, ອຸດສາຫະກໍາປຸງແຕ່ງ, ວັດທະນະທໍາ ແລະ ການທ່ອງທ່ຽວແບບທໍາມະຊາດ ແລະ ຂົງເຂດອື່ນໆ.
ພ້ອມນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ກັບການຮ່ວມມືອາຊຽນ-ອິນເດຍ ແລະ ຕໍ່ກັບສະພາບການພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານ ນາເລັນດຣາ ໂມດີ ທີ່ໄດ້ຖືກເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີແຫ່ງ ສ. ອິນເດຍ ອີກສະໄໝໜຶ່ງ ພ້ອມທັງສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ລັດຖະບານ ແລະ ປະຊາຊົນອິນເດຍທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະບັນດາໂຄງການຊ່ວຍເຫຼືອເພື່ອການພັດທະນາ ແລະ ເສດຖະກິດຂອງອິນເດຍ (The Indian Development and Economic Assistance Scheme (IDEAS), ໂຄງການເຫັນຜົນໄວ (Quick Impact Project) ພາຍໃຕ້ຂອບແມ່ນໍ້າຂອງ-ແມ່ນໍ້າຄົງຄາ, ການຊ່ວຍ ເຫຼືອທຶນຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວ, ການຊ່ວຍເຫຼືອວຽກງານບູລະນະບູຮານສະຖານຂອງ ສປປ ລາວ ແລະ ການຊ່ວຍເຫຼືອເຄື່ອງບັນເທົາທຸກສຸກເສີນໄພນໍ້າຖ້ວມແກ່ ສປປ ລາວ.
ໃນຂະນະດຽວກັນ, ທ່ານ ນາເລັນດຣາ ໂມດີ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຢືນຢັນວ່າຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນຕໍ່ໜ້າ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໃຫ້ການເປັນເຈົ້າພາບ ແລະ ປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້ປະສົບຜົນສໍາເລັດຢ່າງຈົບງາມ.
ຂໍ້ມູນ: ກົມການຂ່າວ ກະຊວງການຕ່າງປະເທດ






