ລາວ-ອິນເດຍ ສືບຕໍ່ຮ່ວມມືດ້ານການຄ້າ ແລະ ອຸດສາຫະກຳ

ວັນທີ 27 ມິຖຸນາ 2025 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າພົບປະຂອງທ່ານ Yogerhwar Sangwan ເອກອັກຄະລັດຖະທູດອິນເດຍ ປະຈຳລາວ ພ້ອມດ້ວຍຄະນະ ເພື່ອປຶກສາຫາລືການຮ່ວມມືສອງຝ່າຍດ້ານການຄ້າ ອຸດສາຫະກຳ ແລະ ການລົງທຶນດ້ານຕ່າງໆ ລະຫວ່າງ ລາວ ແລະ ອິນເດຍ ທີ່ມີມາແລ້ວນັ້ນໃຫ້ນັບມື້ຈະເລີນງອກງາມຍິງຂຶ້ນເລື້ອໆ.
ການຮ່ວມມືດ້ານການຄ້າ ປີ 2024 ສິນຄ້າຂອງລາວທີ່ສົ່ງອອກໄປຍັງອິນເດຍ ມູນຄ່າ 51.149.184 ໂດລາສະຫະລັດ ແລະ ສິນຄ້ານໍາເຂົ້າຈາກອິນເດຍ ມູນຄ່າ 32.023.048 ໂດລາ ສິນຄ້າຫຼັກທີ່ລາວສົ່ງອອກໄດ້ແກ່ຄຳປະສົມ ຄຳແທ່ງ ເຄື່ອງໃຊ້ໄຟຟ້າ ອຸປະກອນເຄື່ອງໃຊ້ໄຟຟ້າ ຜະລິດຕະພັນປະສົມເຄມີສຳເລັດຮູບ ຊືນ ເຄື່ອງທີ່ເຮັດດ້ວຍຊືນ ໄມ້ແປຮູບ ເຄື່ອງສຳເລັດຮູບ ເກີບ ແລະ ອື່ນໆ ສ່ວນສິນຄ້າຫຼັກທີ່ລາວນໍາເຂົ້າມີຜະລິດຕະພັນການຢາ (ເພສັດຊະກຳ) ພາຫະນະທາງບົກ (ນອກຈາກລົດໄຖນາ ແລະ ລົດຈັກ) ອາຫານສັດ ໜັງດິບ ໜັງຟອກ ຜະລິດຕະພັນດິນເຜົາ ເສັ້ນທາງສັງເຄາະ ເພັດ ແລະ ອື່ນໆ ກົນໄກການຄ້າລະຫວ່າງລາວ-ອິນເດຍ ສ່ວນໃຫຍ່ແມ່ນປະຕິບັດພາຍໃຕ້ຂອບສັນຍາອາຊຽນບວກອິນເດຍ.
ການພົບປະຄັ້ງນີ້ສອງຝ່າຍໄດ້ແລກປ່ຽນ ແລະ ສະເໜີການຮ່ວມມືສອງຝ່າຍໃນຕໍ່ໜ້າສະເໜີໃຫ້ມີການແລກປ່ຽນຂໍ້ມູນລະຫວ່າງນັກທຸລະກິດ ລາວ-ອິນເດຍ ຢ່າງເປັນປະຈຳຜ່ານສະຖານທູດ ຫຼື ກອງປະຊຸມພົບປະສອງປະເທດເພື່ອດຶງດູດນັກລົງທຶນສອງປະເທດ ໃຫ້ນັບມື້ຫຼາຍຂຶ້ນ ແລະ ເພື່ອຊອກຫາຊ່ອງທາງໃນການສົ່ງເສີມອອກສິນຄ້າຂອງລາວໄປຍັງຕະຫຼາດອິນເດຍ ສະເໜີໃຫ້ມີການແລກປ່ຽນບົດຮຽນເພື່ອສຶກສາຄວາມເປັນໄປໄດ້ໃນການຮ່ວມມືພັດທະນາອຸດສາຫະກຳປຸງແຕ່ສິນຄ້າກະສິກຳ ອຸດສາຫະກຳ ໄອທີ ແລະ ອື່ນໆ ສ້າງແຜນສົ່ງເສີມການຕະຫຼາດເປັນຕົ້ນອຳນວຍຄວາມສະດວກໃຫ້ແກ່ພາກລັດ ແລະ ພາກທຸລະກິດໄດ້ເຂົ້າຮ່ວມງານວາງສະແດງວສິນຄ້າໃນງວານສຳຄັນຕ່າງໆຢູ່ອິນເດຍ ຈັດກອງປະຊຸມພົບປະແລກປ່ຽນລະຫວ່າງພາກລັດ ແລະ ພາກເອກະຊົນຂອງສອງປະເທດ ສະເໜີພິຈາລະນາການສ້າງແຜນສົ່ງເສີມການຕະຫຼາດເປັນຕົ້ນການອຳນວຍຄວາມສະດວກໃຫ້ແກ່ພາກລັດ ແລະ ພາກທຸລະກິດໄດ້ເຂົ້າຮ່ວມງານວາງວສະແດງສິນຄ້າໃນງານສຳຄັນຕ່າງໆຢູ່ອິນເດຍ ເຊັ່ນກົນຈັກ ພັດທະນາປຸງແຕ່ງສິຄ້າກະສິກຳ ການແປຮູບສິນຄ້າ ແລະ ນະວັດຕະກຳໃໝ່.
ທີ່ມາ: ວຽງຈັນໃໝ່




