ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ອົດສະຕຣາລີ ຮ່ວມມືສົ່ງເສີມການລົງທຶນ ສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ

Jun 25, 2025

ລັດຖະບານ ສປປ ລາວ ແລະ ລັດຖະບານ ອົດສະຕຣາລີ ຮ່ວມກັບ ອົງການສະຫະປະຊາຊາດດ້ານເສດຖະກິດ ແລະ ສັງຄົມ ສໍາລັບພາກພື້ນອາຊຽນ (ESCAP) ເປີດໂຄງ ການຮ່ວມມືລະຫວ່າງ ລາວ-ອົສຕຣາລີ ເພື່ອປັບປຸງວຽກງານສົ່ງເສີມການລົງທຶນ ເພື່ອສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ຫຼື ໂຄງການລິບໂຟລາວ (LIFT 4 Laos) ໃນວັນທີ 24 ມິຖຸນາ 2025 ທີ່ ນະຄອນຫຼວງວຽງຈັນ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ປະທານສະມາຄົມມິດຕະພາບລາວ-ອົດສະຕຣາລີ ມີຜູ້ຕາງໜ້າສະຖານ ທູດອົດສະຕຣາລີ ແລະ ຜູ້ຕາງໜ້າອົງການ ESCAP ປະຈໍາໄທ ອົງການຈັດຕັ້ງສາກົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບໍວອນທັດ ດວງຈັກ ຫົວໜ້າຫ້ອງການ ກະຊວງການຕ່າງປະເທດ ກ່າວວ່າ: ໂຄງການຮ່ວມມືນີ້ ໂດຍແມ່ນລັດຖະບານອົດສະຕຣາລີໃຫ້ການຊ່ວຍເຫຼືອ ມີມູນຄ່າ 2,1 ລ້ານໂດລາອົດສະຕຣາລີ ແລະ ໄດ້ຮັບການສະໜັບສະໜູນຜ່ານ Mekong-Australia Partnership (MAP) ໂດຍມີຈຸດມຸ່ງໝາຍໃນການຍົກລະດັບຂີດຄວາມສາມາດຂອງ ສປປ ລາວ ໃນການດຶງດູດການລົງທຶນຕ່າງປະເທດທີ່ມີຄຸນນະພາບ ສົ່ງເສີມການພັດທະນາເສດຖະກິດຢ່າງຍືນຍົງ ເພີ່ມຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະ ສົ່ງເສີມການຮ່ວມມືໃນພາກພື້ນ ໂຄງການ LIFT 4 Laos ແມ່ນເປັນການຮ່ວມມືລະຫວ່າງກົມສົ່ງເສີມການລົງທຶນ ກະຊວງການເງິນສະຖານທູດອົສຕຣາລີ ປະຈໍາ ສປປ ລາວ ແລະ ອົງການ ESCAP ໂດຍປະກອບມີ 5 ວຽກງານຫຼັກຄື ຍົກສູງຄວາມອາດສາມາດຂອງກົມກອງ ການພັດທະນາເຄື່ອງມືການສົ່ງເສີມການລົງທຶນ ພັດທະນາຍຸດທະສາດການລົງທຶນ ສ້າງເຄື່ອງມືສົ່ງເສີມແບບມືອາຊີບ ແລະ ອໍານວຍຄວາມສະດວກໃນການເຂົ້າຮ່ວມເວທີການສົ່ງເສີມລົງທຶນລະດັບພາກພື້ນ ແລະ ສາກົນ (Roadshows).
ການເປີດໂຄງການຮ່ວມມືດັ່ງກ່າວຍັງເປັນການຮັດແໜ້ນການພົວພັນຄູ່ຮ່ວມມື 3 ຝ່າຍທີ່ສໍາຄັນລະຫວ່າງ ສປປ ລາວ ອົດສະຕຣາລີ ແລະ ອົງການ ESCAP ເຊິ່ງເປັນການຈັດຕັ້ງປະຕິບັດໂຄງການຂະໜາດໃຫຍ່ໃນໄລຍະ 30 ເດືອນ ຕິດພັນວຽກງານການສົ່ງເສີມການລົງທຶນພາກເອກະຊົນ ສະແດງເຖິງວິໄສທັດ ແລະ ຄວາມພະຍາ ຍາມ ໃນການຍົກລະດັບ ແລະ ມາດຕະຖານວຽກງານການສົ່ງເສີມການລົງທຶນເອກະຊົນ ເພື່ອດຶງດູດເອົາການລົງທຶນທີ່ມີຄຸນນະພາບ ແລະ ປະກອບສ່ວນເຂົ້າມາພັດທະ ນາເສດຖະກິດຕາມທິດຍືນຍົງ ແລະ ສີຂຽວຂອງ ສປປ ລາວ.
ການດຶງດູດການລົງທຶນ ມີຄວາມສຳຄັນຫຼາຍຕໍ່ການຂະຫຍາຍຕົວຢ່າງຍືນຍົງຂອງລາວເພາະຈະນຳເອົາເຕັກໂນໂລຊີ ທັກສະ ແລະ ວິທີການຕ່າງໆ ທີ່ຊ່ວຍຍົກລະດັບການຜະລິດ ແລະ ສ້າງວຽກເຮັດງານທຳໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດໃນໄລຍະຍາວ ພ້ອມນັ້ນ ຍັງເປັນການຊ່ວຍໃຫ້ເສດຖະກິດມີຄວາມຫຼາກຫຼາຍ ແລະ ຮັບປະກັນວ່າການພັດທະນາຈະເປັນປະໂຫຍດຕໍ່ຊຸມຊົນ ໂຄງການ LIFT 4 Laos ຈະສ້າງຄວາມເຂັ້ມແຂງດ້ານພາລະບົດບາດ ພັດທະນາເຄື່ອງມືຂອງກົມກອງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການເຊື່ອມໂຍງພາກພື້ນ ແລະ ຍົກລະດັບຂີດຄວາມສາມາດໃນການກໍານົດເປົ້າໝາຍ ການດຶງດູດ ແລະ ການອໍານວຍຄວາມສະດວກການລົງທຶນຈະຊ່ວຍສະໜັບສະໜູນ ສປປ ລາວ ໃນການຂັບເຄື່ອນຍຸດທະສາດພັດທະນາປະເທດ ຊາດ ໂດຍການສ້າງຄວາມເຂັ້ມແຂງໃຫ້ແກ່ລັດຖະບານພາກກາງ ແລະ ທ້ອງຖິ່ນ ໃນການສົ່ງເສີມການລົງທຶນທີ່ມີຄຸນນະພາບ ນອກຈາກກົມສົ່ງເສີມການລົງທຶນ ໂຄງການຍັງຈະເຮັດວຽກຢ່າງໃກ້ຊິດກັບອົງການປົກຄອງແຂວງ ເພື່ອຮັບປະກັນຄວາມເຂົ້າໃຈ ແລະ ການນຳໃຊ້ຢ່າງສອດຄ່ອງທົ່ວປະເທດ.