ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ເບລາຣຸດ ເສີມສ້າງຄວາມເຂົ້າໃຈແກ່ການຮ່ວມມືດ້ານເສດຖະກິດ

Jul 22, 2025

ກອງປະຊຸມພົບປະທຸລະກິດລາວ-ເບລາຣຸດ ໄດ້ຈັດຂຶ້ນວັນທີ 18 ກໍລະກົດ 2025 ທີ່ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ນະຄອນຫຼວງວຽງຈັນ ມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ທ່ານ ມັກຊິມ ຣິເຊັນກົບ ລັດຖະມົນຕີກະຊວງການຕ່າງປະເທດເບລາຣຸດ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ໂອກາດນີ້ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ພ້ອມດ້ວຍຄະນະປະທານ ສຄອຊ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນຕໍ່ ທ່ານ ມັກຊິມ ຣິເຊັນກົບ ພ້ອມດ້ວຍຄະນະຜູ້ແທນຈາກພາກລັດ ແລະ ພາກທຸລະກິດຂອງເບລາຣຸດ ທີ່ມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 50 ທ່ານ ຈາກຂະແໜງການຕ່າງໆ ເຊັ່ນ: ການຄ້າ ທະນາຄານ ຢາ ແລະ ອຸປະກອນການແພດ, ຕັດຫຍິບ, ຍານພາຫະນະ ແລະ ອື່ນໆ.
May be an image of 5 people and text that says 'S-BELARUS BUSINESS FORU CO-HOST BY: LAO NATIONA AND BELARUSIAN BEL CHAMv MBER OF COMMERS AND INDUSTRY (LNCCI) OF COMMERCE AND INDUSTRY (BELCCI) So% /ient A' May be an image of 4 people, dais and text that says '- BY: LAO NATIONA AND BELARUSIAN CHAi AOS-BELARUS AOS- BUSINESS FOR MBER OF COMMERS AND INDUSTRY (LNCCI) OF COMMERC INDUSTRY(BELCO BELCCI) Vientia A'
ທ່ານ ມະໄລທອງ ກົມມະສິດ ໄດ້ເນັ້ນໜັກເຖິງຂະແໜງການທີ່ມີທ່າແຮງສຳລັບການຮ່ວມມື ລະຫວ່າງ ລາວ ແລະ ເບລາຣຸດ ລວມມີ: ຂະແໜງກະສິກຳ ແລະ ການປຸງແຕ່ງກະສິກຳ ຂະແໜງບໍ່ແຮ່ ແລະ ພະລັງງານ ຂະແໜງອຸດສາຫະກຳການຜະລິດ ການສ້າງສູນເຝິກອົບຮົມວິຊາຊີບ ແລະ ສະຖາບັນການສຶກສາຮ່ວມກັນ ລວມເຖິງການພັດທະນາການ ທ່ອງທ່ຽວຮ່ວມກັນໃນອະນາຄົດ.
ໃນໂອກາດດຽວກັນ ທ່ານ ມັກຊິມ ຣິເຊັນກົບ ໄດ້ສະແດງທັດສະນະຂອງຝ່າຍເບລາຣຸດຊີ ໂດຍເນັ້ນໃສ່ການຮ່ວມມືກັນພັດທະນາອຸດສາຫະກຳ-ເຕັກໂນໂລຊີ ການພັດທະນາການຮ່ວມມືຂອງພາກທຸລະກິດ ລວມເຖິງການຮ່ວມກັນນຳໃຊ້ເຕັກໂນໂລຊີ ໃນຂະແໜງການຢາ ແລະ ກະສິກຳ ທ່ານຍັງໄດ້ເຊື້ອເຊີນນັກທຸລະກິດລາວໄປຢ້ຽມຢາມ ເພື່ອເສີມຂະຫຍາຍສາຍພົວພັນ ລະຫວ່າງ ລາວ ແລະ ເບລາຣຸດ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ຫຼັງຈາກນັ້ນ ຍັງໄດ້ມີພິທີເຊັນສັນຍາການຮ່ວມມືກັນລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ກັບ ສະພາການຄ້າ ແລະ ອຸດສາຫະກຳ ເບລາຣຸດ ຝ່າຍລາວລົງນາມໂດຍ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ ແລະ ຝ່າຍເບລາຣຸດ ລົງນາມໂດຍ ທ່ານນາງ Helen Malinowskaya ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ເບລາຣຸດ ສັນຍາດັ່ງກ່າວເນື້ອໃນເວົ້າເຖິງ ການສົ່ງເສີມການຄ້າ ການລົງທຶນທາງດ້ານທຸລະກິດຂອງທັງສອງຝ່າຍ ການແລກປ່ຽນຂໍ້ມູນຂ່າວສານລະຫວ່າງສອງພາກສ່ວນ ການຮ່ວມກັນຈັດກອງປະຊຸມ ງານສຳມະນາ ແລະ ງານວາງສະແດງຕ່າງໆ.
May be an image of 3 people and text that says 'AOS-BELARUS@USINFGSFORUM D-H AOS-BELARUS USINESS FORUM co-H ELAO JDUSTR LARUSI D-CuA COM combl con'
ທີ່ມາ : ວຽງຈັນໃໝ່