ຕອນບ່າຍວັນທີ 14 ກຸມພານີ້, ຍ້ອນໄດ້ຮັບການມອບໝາຍຈາກ ທ່ານນາງ ຟ່າງຫົງ ເອກອັກຄະລັດຖະທູດຈີນປະຈໍາລາວ, ທ່ານ ຈ່າງເຊີ້ຜິງ (Zhang Sheping) ຫົວໜ້າກົງສູນຈີນປະຈຳແຂວງຫຼວງພະບາງ ໄດ້ນຳພາທີມງານ ເດີນທາງໄປແຂວງອຸດົມໄຊ ເພື່ອສົມທົບກັບທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ແກ້ໄຂເຫດການໄຟໄໝ້ຢູ່ບ້ານນາໝີ ເມືອງໄຊ ທີ່ເກີດຂຶ້ນໃນຕອນເຊົ້າຂອງມື້ດຽວກັນ.
ສອງຝ່າຍໄດ້ກວດກາສະຖານທີ່ໄຟໄໝ້ ແລະໄປຢາມຜູ້ບາດເຈັບຢູ່ໂຮງໝໍ, ພ້ອມທັງສະແດງຄວາມເສົ້າສະຫຼົດໃຈຕໍ່ປະຊາຊົນລາວ ແລະຈີນ ທີ່ເສຍຊີວິດໃນເຫດການຄັ້ງນີ້ ແລະສະແດງຄວາມເຫັນໃຈຕໍ່ຄອບຄົວເຂົາເຈົ້າ.
ທ່ານ Zhang Sheping ກ່າວວ່າ : ເຫດໄຟໄໝ້ໄດ້ເຮັດໃຫ້ຊາວຈີນ ແລະຊາວລາວບາດເຈັບ ແລະເສຍຊີວິດຈໍານວນໜຶ່ງ ເຊິ່ງເປັນເລື່ອງທີ່ໜ້າເສົ້າໃຈທີ່ສຸດ. ວຽກທີ່ຮີບດ່ວນທີ່ສຸດແມ່ນຕ້ອງປິ່ນປົວຜູ້ບາດເຈັບ ແລະມ້ຽນຄາບອາບສົບຜູ້ເສຍຊີວິດໃຫ້ເປັນຢ່າງດີ. ຫວັງວ່າຝ່າຍລາວຈະເລັ່ງສືບສວນ-ສອບສວນຫາສາເຫດທີ່ເກີດຂຶ້ນ ແລະແຈ້ງໃຫ້ຝ່າຍຈີນຊາບ. ຈີນຍິນດີຮ່ວມມືກັບລາວຢ່າງໃກ້ຊິດ ເພື່ອແກ້ໄຂເຫດການດັ່ງກ່າວໃຫ້ດີ.
ທ່ານ ບຸນຄົງ ກ່າວວ່າ: ພາຍຫຼັງເກີດເຫດໄຟໄໝ້ແລ້ວ, ຝ່າຍລາວໄດ້ເອົາໃຈໃສ່ເປັນຢ່າງສູງ, ອົງການປົກຄອງທ້ອງຖິ່ນໄດ້ສົ່ງໜ່ວຍງານມອດໄຟ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າໄປຊ່ວຍເຫຼືອ ແລະກອບກູ້ທັນທີ. ຝ່າຍລາວພວມດຳເນີນການສືບສວນ-ສອບສວນ ຫາສາເຫດທີ່ເກີດຂຶ້ນຢ່າງເປັນຂັ້ນຕອນ ແລະຍິນດີເພີ່ມທະວີການປະສານງານກັບຝ່າຍຈີນເພື່ອຮ່ວມກັນແກ້ໄຂບັນຫານີ້.
Cr: CMG FM93





