ສະບາຍດີທ່ານຜູ້ຊົມ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກປະຊາຊົນປະຕິວັດລາວ ທີ່ຈັດຂຶ້ນລະຫວ່າງວັນທີ 6-8 ມັງກອນນີ້ ໄດ້ພິຈາລະນາ ແລະ ຮັບຮອງເອົາເອກະສານສຳຄັນຕ່າງໆ ເຊັ່ນ: “ບົດລາຍງານສະຫຼຸບຕີລາຄາການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 9 (ປີ2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 10 (ປີ 2026-2030)” ເປັນຕົ້ນ. ເມື່ອສົມທຽບກັບຂໍ້ສະເໜີກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ຂອງຈີນ ທີ່ໄດ້ຮັບຮອງເອົາໃນປີຜ່ານມາ, ເອກະສານຂອງສອງປະເທດ ຖືເປັນເອກະສານທີ່ມີຄວາມໝາຍຍຸດທະສາດຕໍ່ສອງປະເທດ ແລະ ໄດ້ສະແດງໃຫ້ເຫັນເຖິງພຶດຕິກຳຕົວຈິງ ໃນການສ້າງຄູ່ຮ່ວມຊາຕາກຳລາວ-ຈີນຢ່າງມີຊີວິດຊີວາ.

ການໃຊ້ແຜນການ 5 ປີ ເພື່ອກຳນົດທິດທາງການພັດທະນາປະເທດ ແມ່ນຄວາມເຫັນທີ່ເປັນເອກະພາບກັນຂອງສອງປະເທດຈີນ ແລະ ລາວ ໃນພຶດຕິກຳແຫ່ງການປົກຄອງປະເທດ. ຈີນໄດ້ສ້າງລະບົບການວາງແຜນພັດທະນາ ແລະ ການປະຕິບັດຕົວຈິງທີ່ບັງເກີດຜົນ ມາເປັນເວລາຫຼາຍສິບປີ, ໂດຍສະເພາະແມ່ນແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 14 ຂອງຈີນ ໄດ້ຮັບຜົນສຳເລັດຢ່າງໂດດເດັ່ນ ເຊັ່ນ: ໄດ້ສ້າງລະບົບປະກັນສັງຄົມທີ່ໃຫຍ່ທີ່ສຸດໃນໂລກ, ອັດຕາປົກຄຸມຂອງລະບົບ 5G ໄດ້ກວມ 90% ຂອງກຸ່ມບ້ານບໍລິຫານໃນທົ່ວປະເທດ, ຄຸນນະພາບດ້ານສິ່ງແວດລ້ອມນິເວດ ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງໜັກແໜ້ນ, ຈີນໄດ້ຮັບການບຸກທະລຸໃນດ້ານວິທະຍາສາດເຕັກໂນໂລຊີທີ່ສຳຄັນ ເຊັ່ນ: ການຜະລິດເຮືອບິນໃຫຍ່ C919, ກຳປັ່ນບັນທຸກເຮືອບິນຝູຈ້ຽນ ແລະອື່ນໆ ເຊິ່ງໄດ້ກາຍເປັນບົດຮຽນທີ່ດີ ໃຫ້ແກ່ບັນດາປະເທດກຳລັງພັດທະນາ. ລາວກໍປະສົບຜົນສຳເລັດທີ່ໂດດເດັ່ນ ໃນໄລຍະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 9 ເຊັ່ນດຽວກັນ: ຫຼາຍເປົ້າໝາຍທີ່ກຳນົດໄວ້ໃນແຜນດັ່ງກ່າວຂອງລາວ ເຊັ່ນ: ອັດຕາເຕີບໂຕດ້ານເສດຖະກິດ, ລາຍຮັບງົບປະມານ, ຍອດມູນຄ່າການຄ້າກັບຕ່າງປະເທດ ແລະ ອື່ນໆ ລ້ວນແຕ່ບັນລຸເກີນຄາດໝາຍ, ອັດຕາຄວາມທຸກຍາກໄດ້ຫຼຸດລົງຈາກ 18,3% ໃນປີ 2019 ມາເປັນ 15% ໃນປີ 2025. ຜົນງານເຫຼົ່ານີ້ບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນເຖິງສະຕິປັນຍາໃນການພັດທະນາຂອງລາວ ທີ່ອີງໃສ່ສະພາບເງື່ອນໄຂຕົວຈິງຂອງປະເທດເທົ່ານັ້ນ, ຍັງມີຄວາມຄ້າຍຄືກັນກັບແນວຄິດແກນກາງຂອງຈີນ ທີ່ຖືເອົາປະຊາຊົນເປັນໃຈກາງຂອງແຜນພັດທະນາແຫ່ງຊາດ.

6 ເປົ້າໝາຍແກນກາງທີ່ລະບຸໄວ້ໃນແຜນພັດທະນາແຫ່ງຊາດ 5 ປີຄັ້ງທີ 10 ຂອງລາວ ມີຄວາມຄ້າຍຄືກັບແນວຄິດການພັດທະນາຂອງຈີນ ເຊັ່ນ: ໃນຂົງເຂດການພັດທະນາສີຂຽວ, ລາວໄດ້ສະເໜີອອກມາວ່າ ໃຫ້ອັດຕາປົກຫຸ້ມຂອງປ່າໄມ້ບັນລຸເຖິງ 70%, ລະດັບພື້ນຖານໃນການປ່ອຍອາຍພິດເຮືອນແກ້ວຫຼຸດລົງ 60% ເຊິ່ງຈີນກໍໄດ້ສະເໜີຍຸດທະສາດການປ່ອຍກາກບອນໃຫ້ເຖິງຈຸດສູງສຸດ ແລະ ປອດການປ່ອຍກາກບອນ ລວມເຖິງແນວຄິດການພັດທະນາສີຂຽວ ໃນຂໍ້ສະເໜີກ່ຽວກັບແຜນພັດທະນາແຫ່ງຊາດ 5 ປີຄັ້ງທີ 15. ໃນດ້ານການເຊື່ອມໂຍງເຊື່ອມຈອດກັບພາກພື້ນ, ລາວໄດ້ຈັດເອົາເສັ້ນທາງລົດໄຟລາວ-ຈີນໄລຍະ 2 ແລະ ເສັ້ນທາງລົດໄຟລາວ-ໄທ ເຂົ້າໃນແຜນພັດທະນາແຫ່ງຊາດ ເຊິ່ງຈະກາຍເປັນກຳລັງແຮງທີ່ຊ່ວຍຊູຍູ້ໜູນການກໍ່ສ້າງພື້ນຖານໂຄງລ່າງຂ້າມຊາດ ພາຍໃຕ້ຂອບ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ. ໃນດ້ານການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ລາວໄດ້ສະເໜີເປົ້າໝາຍຫຼຸດຜ່ອນອັດຕາຄວາມທຸກຍາກໃຫ້ຕ່ຳລົງ ແລະ ສ້າງວຽກເຮັດງານທຳຫຼາຍຂຶ້ນ, ສ່ວນຈີນກໍມີການສ້າງລະບົບປະກັນຊີວິດການເປັນຢູ່ຂອງປະຊາຊົນ ພາຍໃຕ້ທິດຊີ້ນຳ “ການສ້າງຄວາມຮັ່ງມີຮ່ວມກັນ”. ນອກຈາກນີ້, ຈີນມີບົດຮຽນອັນໃຫຍ່ຫຼວງ ໃນຂົງເຂດຫຼຸດຜ່ອນຄວາມທຸກຍາກ ແລະ ການສ້າງຄວາມຈະເລີນຮຸ່ງເຮືອງຢູ່ເຂດຊົນນະບົດ ເຊິ່ງຖືເປັນບົດຮຽນສຳຄັນທີ່ສຸດ ໃນການນຳໄປຈັດຕັ້ງປະຕິບັດຕົວຈິງ ຜ່ານໂຄງການທົດລອງຫຼຸດຜ່ອນຄວາມທຸກຍາກຢູ່ພາກພື້ນອາຊີຕາເວັນອອກ ແລະ ຢູ່ບ້ານຊຽງລ້ອມນະຄອນຫຼວງພະບາງຂອງລາວ. ສິ່ງທີ່ໜ້າສັງເກດນັ້ນກໍຄື: ລາວໄດ້ສະເໜີໃຫ້ຖືເອົາການຫັນເປັນແບບດີຈິຕອນ ເປັນຂອດບຸກທະລຸໃນການພັດທະນາ, ຈີນກໍມີຍຸດທະສາດຂັບເຄື່ອນການພັດທະນາດ້ວຍການປະດິດສ້າງໃໝ່ເຊັ່ນດຽວກັນ. ຈີນ ແລະ ລາວ ສາມາດດຳເນີນການຮ່ວມມືໃນຂົງເຂດການພັດທະນາທີ່ມີຄຸນນະພາບສູງຕ່າງໆ ເຊັ່ນ: ເສດຖະກິດດີຈິຕອນ, ການບໍລິຫານດ້ວຍປັນຍາປະດິດ ແລະ ອື່ນໆ ເຊິ່ງຈະສາມາດເພີ່ມພະລັງຂັບເຄື່ອນອັນແຂງແຮງເຂົ້າໃນການພັດທະນາຂອງລາວ.

ຈາກແຜນພັດທະນາກາຍເປັນການພັດທະນາຕົວຈິງ ຈະຕັດແຍກອອກຈາກຄູ່ຮ່ວມຊາຕາກຳລາວ-ຈີນທີ່ໝັ້ນແກ່ນບໍ່ໄດ້. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກປະຊາຊົນປະຕິວັດລາວ ໄດ້ສະເໜີໃຫ້ເປີດກວ້າງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານກັບຈີນຢ່າງຈະແຈ້ງ, ສ່ວນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ ທີ່ລະບຸໄວ້ໃນຂໍ້ສະເໜີກ່ຽວກັບແຜນພັດທະນາແຫ່ງຊາດ 5 ປີຄັ້ງທີ 15 ຂອງຈີນ ຈະເປັນທິດຊີ້ນຳທາງຍຸດທະສາດໃຫ້ແກ່ສອງປະເທດຈີນ ແລະ ລາວ ລົງເລິກການປະສານສົມທົບກັນ, ການຮ່ວມມືຕົວຈິງຕ່າງໆ ເຊັ່ນ: ການເຊັນສັນຍາກ່ຽວກັບການກວດກາປະຕູດຽວ, ຄັ້ງດຽວຢູ່ດ່ານສາກົນທາງລົດໄຟລາວ-ຈີນ, ການສ້າງຕັ້ງສູນການຮ່ວມມືການປະດິດສ້າງໃໝ່ດ້ານປັນຍາປະດິດ ແລະ ອື່ນໆ ຈະຊ່ວຍຊຸກຍູ້ການປະຕິບັດແຜນພັດທະນາແຫ່ງຊາດຂອງສອງປະເທດ ໃຫ້ປະສົບຜົນສຳເລັດຢ່າງຕໍ່ເນື່ອງ.

ສອງປະເທດຈີນ ແລະ ລາວພັດທະນາປະເທດແບບຊ່ວຍຊູຍູ້ໜູນກັນ ທາດແທ້ແລ້ວແມ່ນການສະໜັບສະໜູນເຊິ່ງກັນແລະກັນລະຫວ່າງປະເທດກຳລັງພັດທະນາ ໃນການເລືອກເສັ້ນທາງການພັດທະນາດ້ວຍຕົນເອງ ແລະ ເປັນພຶດຕິກຳຕົວຈິງແບບມີຊີວິດຊີວາ ໃນການຈັດຕັ້ງປະຕິບັດແນວຄິດການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ພາຍໃຕ້ສະພາບແວດລ້ອມສາກົນທີ່ເຕັມໄປດ້ວຍຄວາມບໍ່ແນ່ນອນ, ສອງປະເທດໄດ້ຖອດຖອນບົດຮຽນເຊິ່ງກັນແລະກັນ ແລະ ປະສານສົມທົບກັນໃນດ້ານການພັດທະນາ ດ້ວຍຮູບແບບການວາງແຜນພັດທະນາແຫ່ງຊາດທີ່ຄ້າຍຄືກັນ ເຊິ່ງບໍ່ພຽງແຕ່ສາມາດແກ້ໄຂຄວາມຫຍຸ້ງຍາກດ້ານການພັດທະນາຂອງໃຜລາວເທົ່ານັ້ນ, ຍິ່ງສາມາດເປັນແບບຢ່າງທີ່ດີ ໃຫ້ແກ່ການຮ່ວມມືພາກພື້ນ. ຄຽງຄູ່ກັບການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ໄດ້ຮັບການຈັດຕັ້ງປະຕິບັດນັບມື້ກ້າວສູ່ລວງເລິກ, ນີ້ຍ່ອມຈະກາຍເປັນຜົນການຮ່ວມມືຕົວຈິງທີ່ເປັນຮູບປະທຳຫຼາຍຂຶ້ນຢ່າງແນ່ນອນ ແລະ ຊ່ວຍໃຫ້ປະຊາຊົນສອງປະເທດຊົມໃຊ້ໂອກາດໃນການພັດທະນາໄດ້ດີກວ່າເກົ່າ.



