ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ ແລະ ຈີນຮ່ວມກັນພັດທະນາອຸດສາຫະກຳດ້ານການຢາພື້ນເມືອງ

Mar 19, 2024

ພິທີລົງນາມການຮວ່ມມືກັນພັດທະນາອຸດສາຫະກຳດ້ານການຢາພື້ນເມືອງລະຫວ່າງລາວແລະຈີນໄດ້ຈັດຂື້ນເມື່ອວັນທີ 18 ມີນາ 2024 ທີ່ນະຄອນຫຼວງວຽງຈັນ, ລະຫວ່າງ ດຣ. ລາຫຸນ ຈັນທະບຸດ ຜູ່ອຳນວຍການ ບໍລິສັດລັດວິສາຫະກິດໂຮງງານຜະ ລິດຢາເລກ 3 ກະຊວງສາທາລະນະສຸກຝ່າຍລາວ ແລະ ທ່ານ Tao Zhu Chairman ສູນວິໃຈວິສະວະກຳກວາງຕຸ່ງດ້ານການຢາ ພື້ນເມືອງຈີນ ແລະ ຄວາມອ່ອນໄຫວຕໍ່ພະຍາດຂອງມະຫາວິ ທະຍາໄລຈິໜານໃນນາມຝ່າຍຈີນ.
ຈຸດປະສົງຂອງການຮວ່ມມືແມ່ນເພື່ອຮວ່ມກັນການພັດ ທະນາດ້ານນະວັດຕະກຳ ແລະ ເຕັກໂນໂລຊີຂອງຢາພື້ນເມືອງ ລາວ-ຈີນ ໃນຂະບວນການຄົ້ນຄ້ວາ ເພື່ອຊຸກຍູ້ການຮ່ວມມືສາກົນຕາມລະບຽບກົດໝາຍ ພ້ອມຮັບປະກັນຄຸນນະພາບ ແລະ ຄວາມປອດໄພ, ເພື່ອຂະຫຍາຍການຄ້າ ແລະ ຕ່ອງໂສ້ກ່ຽວກັບການຢາ ໃຫ້ເຂັ້ມແຂງຂື້ນ ລະຫວ່າງ ສປປ ລາວ ແລະ ສປ ຈີນ.
Cr: ສູນຂ່າວສານການແພດ ແລະ ສຸຂະສຶກສາ