ລະຫວ່າງວັນທີ 27-30 ກັນຍາ 2025, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງລາວ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ນະຄອນຫຼວງວໍຊິງຕັນ ດີຊີ, ສ. ອາເມລິກາ ເພື່ອເສີມຂະຫຍາຍການພົວພັນ ຮ່ວມມືດ້ານເສດຖະກິດ ແລະ ການຄ້າ ລະຫວ່າງ ສອງປະເທດ. ໃນໂອກາດດັ່ງກ່າວ, ນາຍົກລັດຖະມົນຕີ ໄດ້ພົບປະກັບ ທ່ານ Jamieson Greer, ຜູ້ຕາງໜ້າດ້ານການຄ້າຂອງປະທານາທິບໍດີ ສ. ອາເມລິກາ (US Trade Representative) ເພື່ອຊຸກຍູ້ຂະບວນການການເຈລະຈາດ້ານການຄ້າ ແລະ ການຫຼຸດຜ່ອນອັດຕາພາສີ ພາຍຫຼັງທີ່ຄະນະເຈລະຈາຂອງທັງສອງຝ່າຍໄດ້ເຮັດວຽກຮ່ວມກັນດ້ວຍຄວາມເອົາໃຈໃສ່ໃນໄລຍະຜ່ານມາ. ໃນການພົບປະ ທັງສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ເພື່ອສຸມໃສ່ຊອກຫາວິທີແກ້ໄຂບັນຫາທີ່ຍັງຄົງຄ້າງ. ນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຝ່າຍ ອາເມລິກາຮູ້ກ່ຽວກັບເຈດຈໍານົງ ຂອງລັດຖະບານລາວ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນ ແລະ ການຮ່ວມມືທີ່ດີດ້ານເສດຖະກິດ ແລະ ການຄ້າ ລະຫວ່າງສອງປະເທດ ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ລາວ ໃນຖານະເປັນປະເທດນ້ອຍ, ບໍ່ມີຊາຍແດນຕິດກັບທະເລ ພວມສ້າງທຸກເງື່ອນໄຂອຳນວຍໃຫ້ແກ່ການກຽມພ້ອມຫຼຸດພົ້ນອອກຈາກສະຖານະພາບດ້ວຍພັດທະນາໃນອະນາຄົດ ໄດ້ໃຫ້ຄວາມສໍາຄັນເປັນພິເສດ ແກ່ການຮ່ວມມືດ້ານການຄ້າ ແລະ ການລົງທຶນກັບທຸກປະເທດ. ໄລຍະຜ່ານມາ ລັດຖະບານລາວ ໄດ້ເອົາໃຈໃສ່ຍົກສູງການຮ່ວມມືກັບລັດຖະບານ ສ. ອາເມລິກາ ໃນການຄົ້ນຫາຜູ້ທີ່ສູນຫາຍຈາກປາງສົງຄາມ (MIA), ການແກ້ໄຂບັນຫາລະເບີດບໍ່ທັນແຕກຕົກຄ້າງ (UXO),ການຈັດສົ່ງຄົນເຊື້ອຊາດລາວກັບຄືນປະເທດ (Deportation) ແລະອື່ນໆ. ປີ 2025 ຍັງເປັນປີທີ່ມີຄວາມໝາຍສໍາຄັນເພື່ອສະເຫຼີມສະຫຼອງ 70 ປີ ຂອງການສ້າງຕັ້ງສາຍພົວພົວພັນການທູດ ລະຫວ່າງ ລາວ ແລະ ສ. ອາເມລິກາ. ໃນປີ 2026 ສອງປະເທດ ຈະຮ່ວມກັນສະເຫຼີມສະຫຼອງຄົບຮອບ 10 ປີ ຂອງການເປັນຄູ່ຮ່ວມມືແບບກວມລວມ. ໃນການພົບປະຄັ້ງນີ້,ນາຍົກລັດຖະມົນຕິ ໄດ້ຊີ້ແຈງອະທິບາຍ ກ່ຽວກັບບັນຫາຕ່າງໆ ທີ່ຝ່າຍ ອາເມລິກາ ມີຄວາມສົນໃຈ ໂດຍສະເພາະ ຂະບວນການເຈລະຈາດ້ານການຄ້າ ລະຫວ່າງຄະນະວິຊາການຂອງສອງປະເທດໄດ້ດໍາເນີນການຮ່ວມກັນ ພ້ອມທັງ ໄດ້ສະເໜີບາງມາດຕະການທີ່ລັດຖະບານ ລາວ ພວມດໍາເນີນການ, ຄວາມກຽມພ້ອມໃນການຍົກເວັ້ນອັດຕາພາສີນໍາເຂົ້າຕໍ່ສິນຄ້າຂອງອາເມລິກາ ມາຍັງລາວ ແລະ ການສືບຕໍ່ປັບປຸງມາດຕະການກີດຂວາງທີ່ບໍ່ແມ່ນພາສີ, ການອໍານວຍຄວາມສະດວກດ້ານການຄ້າ ແລະ ເພີ່ມທະວີການສົ່ງເສີມ ນໍາໃຊ້ຜະລິດຕະພັນທີ່ຜະລິດຢູ່ພາຍໃນປະເທດໃຫ້ຫຼາຍຂຶ້ນ. ຜູ້ຕາງໜ້າດ້ານການຄ້າຂອງປະທານາທິບໍດີ ສ. ອາເມລິກາ ໄດ້ສະແດງຄວາມເພິ່ງພໍໃຈ ແລະ ຕີລາຄາສູງຕໍ່ການເດີນທາງມາພົບປະແລກປ່ຽນຂໍ້ມູນຢ່າງກົງໄປກົງມາ ດ້ວຍຕົນເອງຂອງນາຍົກລັດຖະມົນຕີລາວ ທີ່ຈະເປັນປະໂຫຍດຍິ່ງ ໂດຍຈະນໍາເອົາຜົນການພົບປະເປິກສາຫາລືໃນຄັ້ງນີ້ ໄປລາຍງານຕໍ່ ປະທານາທິບໍດີ ສ.ອາເມລິກາ ເພື່ອພິຈາລະນາກ່ຽວກັບການຜ່ອນຜັນດ້ານອັດຕາພາສີໃຫ້ແກ່ລາວ ແລະ ຊຸກຍູ້ການຮ່ວມມືດ້ານເສດຖະກິດໃນຕໍ່ຫນ້າ.

ໃນການເຄື່ອນໄຫວ ແລະ ເຮັດວຽກ ຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ ຄັ້ງນີ້, ນາຍົກລັດຖະມົນຕີ ຍັງໄດ້ເຂົ້າຮ່ວມພົບປະກັບພາກທຸລະກິດ ອາເມລິກາ-ລາວ (Business Roundtable) ຊຶາງເປັນເວທີທີ່ມີຄວາມສຳຄັນ ເພື່ອສົ່ງເສີມການຮ່ວມມືລະຫວ່າງພາກທຸລະກິດຂອງທັງສອງຝ່າຍ. ຄະນະຜູ້ແທນລາວ ໄດ້ຖືໂອກາດນີ້ ໃຫ້ຂໍ້ມູນລະອຽດ ກ່ຽວກັບນະໂຍບາຍເພື່ອສົ່ງເສີມດ້ານການຄ້າ ແລະ ການລົງທືນ, ລວມທັງທ່າແຮງບົ່ມຊ້ອນໃນແຕ່ລະດ້ານຂອງລາວ ແລະ ໃຫ້ຄວາມກະຈ່າງແຈ້ງຕໍ່ຂໍ້ສົນໃຈຂອງບັນດາບໍລິສັດ ແລະ ນັກລົງທຶນອາເມລິກາ ຈໍານວນໜຶ່ງ. ນາຍົກລັດຖະມົນຕີ ໄດ້ເຊີນຊວນບັນດານັກທຸລະກິດ ແລະ ນັກລົງທຶນອາເມລິກາ ໄປສຶກສາເບິ່ງທ່າແຮງຕົວຈິງ ແລະ ຄວາມເປັນໄປໄດ້ໃນການລົງທຶນ ຢູ່ລາວ ລວມທັງດ້ານນະໂຍບາຍ, ກົດໝາຍ ແລະ ລະບຽບການຕ່າງໆ ເພື່ອອໍານວຍຄວາມສະດວກໃຫ້ແກ່ການລົງທຶນຂອງຕ່າງປະເທດ. ໃນໂອກາດເຄື່ອນໄຫວ ແລະ ເຮັດວຽກ ຢູ່ວໍຊິງຕັນ ດີຊີ ຄັ້ງນີ້, ນາຍົກລັດຖະມົນຕີ ຍັງໄດ້ພົບປະກັບຄະນະທີ່ເປິກສາຂອງອົງການ Legacies of War ຊຶ່ງເປັນອົງການຈັດຕັ້ງບໍ່ສັງກັດລັດຖະບານ ຂອງ ອາເມລິກາ. ຜ່ານມາອົງການໄດ້ເຄື່ອນໄຫວເພື່ອຊຸກຍູ້ ແລະ ລະດົມການຊ່ວຍເຫຼືອວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນປາງສົງຄາມ ຢູ່ລາວ. ນາຍົກລັດຖະມົນຕີ ໄດ້ສະເເດງຄວາມຂອບໃຈຕໍ່ອົງການ Legacies of War ທີ່ໄດ້ເຄື່ອນໄຫວຢ່າງຕັ້ງໜ້າ ເພື່ອໂຄສະນາກ່ຽວກັບຜົນຮ້າຍຂອງລະເບີດບໍ່ທັນແຕກທີ່ຕົກຄ້າງໃນປາງສົງຄາມ ແລະ ຊຸກຍູ້ໃຫ້ອົງການດັ່ງກ່າວສືບຕໍ່ເຜີຍແຜ່ຜົນກະທົບ ແລະ ລະດົມການຊ່ວຍເຫຼືອເຂົ້າໃນວຽກງານດັ່ງກ່າວ ທີ່ຍັງເປັນອຸປະສັກກີດຂວາງການພັດທະນາເສດຖະ ກິດ-ສັງຄົມ ຢູ່ລາວ.
ການຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນຂັ້ນສູງຂອງລາວ ຢູ່ນະຄອນຫລວງ ວໍຊິງຕັນ ດີຊີ ໃນຄັ້ງນີ້ ເປັນຂີດໝາຍສຳຄັນໃນການເສີມຂະຫຍາຍຄວາມເຂົ້າໃຈ ແລະ ການພົວພັນຮ່ວມມືສອງຝ່າຍ ລະຫວ່າງລາວ ແລະ ສ. ອາເມລິກາ ເພື່ອສືບຕໍ່ແກ້ໄຂບັນຫາຕ່າງໆທີ່ຍັງຄົງຄ້າງ ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ສອດຄ່ອງກັບຂອບການຮ່ວມມືແບບກວມລວມ ທີ່ລັດຖະບານສອງປະເທດ ໄດ້ລົງນາມຮ່ວມກັນໃນປີ 2016.


