ໃນວັນທີ 10 ກໍລະກົດ ນີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ກຽດຕ້ອນຮັບ ທ່ານ Park Yomg Cheol ເຈົ້າເມືອງກັງຮວາ ນະຄອນອິນຊອນ ສ.ເກົາຫຼີ ໃນໂອກາດມາເຄື່ອນໄຫວຢຽ້ມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ໂພໄຊ ໄຊຍະສອນ ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັບທ່ານ Park Yomg Cheol ພ້ອມດ້ວຍຄະນະ ໃນຄັ້ງນີ້ ໄດ້ສະແດງຄວາມຂອບໃຈໄປຍັງ ລັດຖະບານ ສ.ເກົາກລີ ເວົ້້າລວມ, ເວົ້າສະເພາະ ກໍຄືກະຊວງ ຮສສ ທີ່ໄດ້ໃຫ້ການຊ່ວຍເຫຼືອຫຼາຍໆດ້ານ, ເປັນຕົ້ນການສ້າງໂອກາດໃຫ້ແຮງງານລາວ ໄດ້ໄປເຮັດວຽກໃນຂະແໜງການຕ່າງ ເປັນຕົ້ນກະສິກຳ ເຮັດໃຫ້ແຮງງານລາວໄດ້ມີທັກສະໃນການເຮັດວຽກທີ່ທັນສະໄໝ ນຳເອົາຄວາມຮູ້ຄວາມສ່ມາດ, ທີ່ສຳຄັນໄດ້ມີລາຍຮັບທີ່ດີ ມາພັດທະນາຄອບຄົວ ແລະ ປະເທດຊາດ. ພ້ອມທັງຍົກສູງຄຸນະພາບຂອງການຜະລິດກະສິກໍາ ເພື່ອສະໜອງພາຍໃນປະເທດໃຫ້ພຽງພໍ ແລະ ກ້າວໄປເຖິງການສົ່ງອອກຜະລິດຕະພັນກະສິກໍາໄປປະເທດຕ່າງໆ, ລັດຖະບານ ສປປ ລາວ ມີນະໂຍບາຍ ແລະ ໃຫ້ຄວາມສໍາຄັນ ໃນການສົ່ງເສີມປະຊາຊົນຜູ້ທີ່ປະກອບອາຊີບກະສິກໍາ ໂດຍສະເພາະຜູ້ທີ່ອາໄສໃນຂົງເຂດຊົນນະບົດ ໃຫ້ມີໂອກາດໃນການເຂົ້າເຖິງການພັດທະນາສີມືແຮງງານ ແລະ ນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝເຂົ້າໃນການຜະລິດກະສິກໍາ ຊຶ່ງແນ່ນອນວ່າ ສ.ເກົາຫຼີ ກໍ່ແມ່ນເປົ້າໝາຍໜຶ່ງທີ່ສໍາຄັນທີ່ລັດຖະບານ ສປປ ລາວ ມີເຈດຈໍານົງໃນການຮ່ວມມືໃນຫຼາຍໆດ້ານ ລວມທັງການຈັດສົ່ງແຮງງານລາວ ໄປເຮັດວຽກໃນຂົງເຂດກະສິກໍາ ເພື່ອຖ່າຍທອດເອົາຄວາມຮູ້ ແລະ ປະສົບການ ຂອງຊາວກະສິກອນ ສ.ເກົາຫຼີ ເພື່ອມາພັດທະນາບ້ານເກີດເມືອງນອນຂອງເຂົາເຈົ້າ.
ຕໍ່ມາໄດ້ມີ ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈັດສົ່ງຜູ້ອອກແຮງງານລາວໄປເຮັດວຽກຢູ່ ສ.ເກົາຫຼີ ຕາມລະດູການ ລະຫວ່າງ ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ແລະ ເມືອງ ກັງວອນ ສ.ເກົາຫຼີ. ຕາງໜ້າເຊັນໂດຍ ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງຮສສ ແລະ ທ່ານ Park Yomg Cheol ເຈົ້າເມືອງກັງຮວາ ສ.ເກົາຫຼີ, ມີບັນດາ ຄະນະພະແນກ, ວິຊາການ ຂອງ ກົມການຈັດຫາງານ ພ້ອມຄະນະທັງສອງຝ່າຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພິທີດັ່ງກ່າວ, ຫົວໜ້າກົມການຈັດຫາງານ ກະຊວງຮສສ ໄດ້ກ່າວລາຍງານ ໃນການຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການທີ່ ຢູ່ ປະເທດ ສ.ເກົາຫລີ ນັບແຕ່ເດືອນພຶດສະພາ 2022 ມາຮອດປັດຈຸບັນ ກົມການຈັດຫາງານໄດ້ມີບົດບັນທຶກການຮວາມມື ຢູ່ 2 ແຂວງ ແລະ 80 ເມືອງ ສາມາດຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການຢູ່ ສ.ເກົາຫລີ ທັງໝົດ 11 ພັນກວ່າຄົນ, ຍິງ 5 ພັນກວ່າຄົນ.
ສຳລັບເມືອງກັງຮວາ ສ.ເກົາຫຼີ ກໍ່ເຫັນວ່າມີຄວາມຕ້ອງການແຮງງານລາວທີ່ໄປເຮັດວຽກຢູ່ເມືອງດັ່ງກ່າວໄດ້ຮັບຜົນປະໂຫຍດສູງສຸດ ແລະ ສອງຝ່າຍຍັງໄດ້ພ້ອມກັນປັບປຸງບັນດານະໂຍບາຍຕ່າງໆ ສຳຄັນແມ່ນປ້ອງກັນບັນແຮງງານໂຕນໜີ, ເຊິ່ງເປັນຫາຫາສຳຄັນຫລາຍ. ເຖິງຢ່າງໃດການຮວ່ມມືຄັ້ງນີ້ຖືວ່າຈະເປັນບາດກ້າວສໍາຄັນ ແລະ ສ້າງຜົນປະໂຫຍດໃຫ້ແກ່ສອງຝ່າຍ. ສໍາລັບແຮງງານຂອງ ສປປ ລາວ ກໍ່ຈະໄດ້ຮັບການພັດທະນາສີມືແຮງງານ ແລະ ມ່ີລາຍຮັບໃຫ້ແກ່ຕົນແຮງງານເອງ ແລະ ຄອບຄົວ ພ້ອມທັງຈະຊ່ວຍຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ ຂອງ ສປປ ລາວ ພ້ອມທັງເຮັດໃຫ້ຊາວກະສິກອນ, ເຈົ້າຂອງບັນດາຟາມ ພາຍໃນ ເມືອງ ກໍ່ຈະມີແຮງງານເຂົ້າຮັບໃຊ້ການຜະລິດກະສິກໍາໃຫ້ຫຼາຍຂຶ້ນ. ສະນັ້ນ, ກົມການຈັດຫາງານ ຈຶ່ງໄດ້ປະສານງານກັບຜູ້ຮັບຜິດຊອບວຽກງານການຈັດສົ່ງແຮງງານຕາມລະດູການ ຂອງ ເມືອງດັ່ງກ່າວໂດຍຜ່ານລະບົບເອເລັກໂຕນິກ ຊຶ່ງທັງສອງຝ່າຍໄດ້ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ຮ່າງບົດບັນທຶກການຮ່ວມມື ແລະ ສາມາດເປັນເອກະພາບຕໍ່ເນື້ອໃນຂອງຮ່າງບົດບັນທຶກການຮ່ວມມື ຮ່ວມກັນ ຊຶ່ງນໍາມາສູ່ພິທີການເຊັນສັນຍາຮ່ວມກັນໃນມື້ນີ້.

ທີ່ມາ: ຂ່າວສານຮສສ


