ວັນທີ 12 ມີນາ 2024 ,ກະຊວງແຜນການ ແລະ ການລົງທຶນ ໃນນາມຕາງໜ້າໃຫ້ແກ່ ລັດຖະບານແຫ່ງ ສປປ ລາວ ແລະ ອົງການຢູນີເຊັບ ໄດ້ປະຊຸມຮ່ວມກັນ ເພື່ອລິເລີ່ມຂະບວນການປະເມີນຄວາມຄືບໜ້າໃນວຽກງານສົ່ງເສີມສິດທິເດັກ ແລະ ວາງເເຜນຍຸດທະສາດວຽກງານດັ່ງກ່າວສຳລັບອະນາຄົດ ເພື່ອຮັບມືກັບສິ່ງທ້າທາຍທີ່ເດັກນ້ອຍພ່ວມປະເຊີນຢູ່ໃນ ສປປ ລາວ. ກອງປະຊຸມຄັ້ງນີ້ ເປັນການທົບທວນຄືນເຖີງຜົນສໍາເລັດໃນວຽກງານສິດທິເດັກໃນປີທີ່ຜ່ານມາໂດຍການນໍາໃຊ້ຂໍ້ມູນຈາກການສຳຫຼຼວດດັດສະນີໝາຍສັງຄົົມລາວ ຄັ້້ງທີ III (LSIS-III)ເເລະຜົນຈາກການສຳລວດອື່ນໆເພື່ອຊ່ວຍຊີ້ນໍາທິດທາງນະໂຍບາຍໃໝ່ໆແລະແກ້ໄຂສິ່ງທ້າທາຍຕ່າງໆໃນອະນາຄົດ. ກອງປະຊຸມ ນີ້ຍັງໄດ້ຍົກໃຫ້ເຫັນເຖີງຄວາມຄືບໜ້າໃນວຽກງານຕ່າງໆທີ່ສຳຄັນຕໍ່ການສົ່ງເສີມສະຫວັດດີພາບຂອງເດັກ, ລວມເຖີງສຸຂະພາບ, ໂພຊະນາການ, ການສຶກສາ, ແລະການປົກປ້ອງ, ເເລະ ຜົນສຳເລັດຂອງການຮ່ວມມືລະຫວ່າງລັດຖະບານເເຫ່ງ ສປປ ລາວແລະອົງການຢູນິເຊັບນັບແຕ່ການລິເລີ່ມດຳເນີນແຜນງານການຮ່ວມມື ໃນໄລຍຍະການເເຜ່ລະບາດຂອງພະຍາດ ໂຄວິດ-19.
ທ່ານນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ,ໄດ້ກ່າວເນັ້ນໜັກເຖິງຄວາມມຸ່ງໝັ້ນຂອງລັດຖະບານເເຫ່ງ ສປປ ລາວໃນການປັບການປະຕິບັດວຽກງານສິດທິເດັກໃຫ້ເຂົ້າກັບສະພາບການປ່ຽນເເປງຕ່າງໆຢ່າງເໝາະສົມ. “ໃນຂະນະທີ່ພວກເຮົາຮັບມືກັບຜົນຈາກວິກິດການລະດັບໂລກໃນຫຼາຍໆດ້ານ, ພວກເຮົາຍັງຄົງມີຄວາມມຸ່ງໝັ້ນໃນການສ້າງກອບວຽກງານທີ່ມີຄວາມທົນທານ ເເລະ ສາມາດປົກປ້ອງສະຫວັດດິການຂອງເດັກຄຽງຂ້າງກັບການສະໜັບສະໜຸນການພັດທະນາຊັບພະຍາກອນມະນຸດຂອງປະເທດຊາດ. ຂໍ້ມູນຈາກ LSIS-III ນັ້ນເເມ່ນມີຄວາມສຳຄັນຫຼາຍ ເເລະ ຈະຊ່ວຍໃນການປັບປຸງນະໂຍບາຍແລະການສະໜອງບໍລິການຕ່າງໆ ໃຫ້ໄດ້ປະສິດຕິຜົນຫຼາຍຂຶ້ນ.”
ກອງປະຊຸມທົບທວນນີ້ ໄດ້ເປີດເວທີສົນທະນາກ່ຽວກັບການຫັນປ່ຽນຍຸດທະສາດເພື່ອຮັບມືກັບສິ່ງທ້າທາຍຫຼາຍໆດ້ານທີ່ເດັກນ້ອຍໃນ ສປປ ລາວ ປະເຊີນຢູ່, ໂດຍສະເພາະໃນດ້ານໂພຊະນາການ, ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ການຮຽນ, ທາງເພດ ແລະ ອື່ນໆ. ນອກນັ້ນ, ຍັງໄດ້ເປີດເວທີໃຫ້ຜູ້ມີສ່ວນກ່ຽວຂ້ອງໄດ້ປະກອບຄຳເຫັນ ເເລະ ຂໍ້ສະເໜີແນະເພື່ອປັບປຸງແຜນງານການຮ່ວມມືລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການຢູນິເຊັບເພື່ອຮັບປະກັນວ່າມັນຍັງຄົງສອດຄ່ອງກັບບຸລິມະສິດຂອງປະເທດແລະເປົ້າໝາຍການພັດທະນາແບບຍືນຍົງໂດຍລວມ.
ທ່ານນາງ ດຣ. ເພຍ ເຣເບລໂບ ບຣິດໂຕ, ຜູ້ຕາງໜ້າອົງການຢູນີເຊັບ ປະຈຳ ສປປ ລາວ, ໄດ້ຢ້ຳຄືນເຖິງຄວາມໝຸ້ງໝັ້ນຂອງອົງການຢູນິເຊັບ ໃນການສະໜັບການພັດທະນາເເບບມີສ່ວນຮ່ວມ ຂອງ ສປປ ລາວ. “ສິ່ງທ້າທາຍທີ່ພວກເຮົາປະເຊີນໃນທຸກມື້ນີ້, ຈາກສິ່ງທ້າທາຍດ້ານເສດຖະກິດ ຈົນໄປເຖີງສິ່ງແວດລ້ອມ, ເເມ່ນຕ້ອງການວິທີເເກ້ໄຂທີ່ມີນະວັດຕະກຳ ແລະ ການຈັດຕັ້ງປະຕິບັດຮ່ວມມືລະຫວ່າງທຸກພາກສ່ວນ. ກອງປະຊຸມລິເລີ່ມຂະບວນການທົບທວນກາງສະໄໝຂອງແຜນງານພວກເຮົາໃນມື້ນີ້ ເປັນບາດກ້າວທີ່ສຳຄັນສຳລັບຄວາມພະຍາຍາມນີ້ ເເລະຈະຊ່ວຍໃຫ້ພວກເຮົາສາມາດປະເມີນຍຸດທະສາດຄືນໃໝ່, ເພື່ອຮັບປະກັນວ່າ ສປປ ລາວ ສາມາດແກ້ໄຂທ່າແຮງຂອງຊັບພະຍາກອນມະນຸດອັນລ້ຳຄ່າຂອງປະເທດ ແລະເພື່ອໃຫ້ເດັກນ້ອຍລາວທຸກຄົນມີຊີິວິດທີ່ດີແລະສາມາດປະກອບສ່ວນເຂົ້າໃນການພັດທະນາຂອງສປປລາວຢ່າງເຕັມທີ່.
ກອງປະຊຸມລິເລີ່ມຂະບວນການທົບທວນກາງສະໄໝຂອງ ແຜນງານການຮ່ວມມືລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການຢູນິເຊັບ ໃນປີ 2022-2026ແມ່ນຂີດໝາຍອັນສໍາຄັນສຳລັບ ອົງການຢູນິເຊັບ ປະຈຳ ສປປ ລາວ ແລະ ລັດຖະບານເເຫ່ງ ສປປ ລາວ, ເພື່ອຢືນຢັນຄືນເຖີງຄວາມມຸ່ງໝັ້ນຂອງທັງສອງຟາຍຕໍ່ການສ້າງອະນາຄົດທີ່ສົດໃສເພື່ອເດັກທຸກໆຄົນໃນ ສປປ ລາວ, ເເກ້ໄຂສິ່ງທ້າທາຍ ແລະ ນຳໃຊ້ໂອກາດໃນຕໍ່ໜ້າໃຫ້ເກີດໝາກຜົນສູງ.





