ວັນທີ 7 ພຶດສະພາ 2026, ອົດສະຕຣາລີ ແລະ ລາວ ຢືນຢັນຈະສືບຕໍ່ສາຍພົວພັນການຮ່ວມມືທີ່ມີມາດົນນານລະຫວ່າງສອງປະເທດໃຫ້ເຂັ້ມແຂງກ່ວາເກົ່າ ໃນໂອກາດທີ່ທ່ານທູດ ເມແກນ ຈອນສ໌ ເຂົ້າຢ້ຽມພົບປະ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.
ທ່ານທູດອົດສະຕຣາລີ ໄດ້ສະແດງຄວາມຍິນດີນຳ ທ່ານ ທອງສະລິດ ມັງໜໍ່ເມກ ທີ່ໄດ້ຮັບແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ ແລະ ຢືນຢັນວ່າ ອົດສະຕຣາລີຈະສືບຕໍ່ເຮັດວຽກຮ່ວມມືຢ່າງໃກ້ຊິດກັບປະເທດລາວ ໃນຂະແໜງການຕ່າງໆ ລວມທັງການສຶກສາ, ການພັດທະນາຊັບພະຍາກອນມະນຸດ ແລະຂະແໜງການວັດທະນະທຳ-ສັງຄົມ.
ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ຮັບຮູ້ເຖິງການປະກອບສ່ວນອັນສຳຄັນຂອງອົດສະຕຣາລີ ຕໍ່ການພັດທະນາຂອງລາວ. ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຂະຫຍາຍການຮ່ວມມືລະຫວ່າງສອງປະເທດ ແລະ ຍິນດີຮັບເອົາການສະໜັບສະໜູນຂອງອົດສະຕຣາລີ ເພື່ອປະຕິຮູບການສຶກສາຂອງລາວ, ໂດຍສະເພາະການສຸມໃສ່ຝຶກອົບຮົມຄູໃຫ້ມີຄຸນນະພາບ.

ທ່ານທູດອົດສະຕຣາລີ ໄດ້ຢືນຢັນຄຳໝັ້ນສັນຍາເພື່ອສະໜັບສະໜູນການສຶກສາຂັ້ນພື້ນຖານ ແລະ ການຮຽນຮູ້ແບບມີສ່ວນຮ່ວມຢູ່ໃນລາວ, ໂດຍຜ່ານໂຄງການບີຄວາ (BEQUAL) ແລະ ໂຄງການເວົ້າພາສາລາວ. ໂຄງການເວົ້າພາສາລາວມີຜົນປະໂຫຍດຫຼາຍຕໍ່ການພັດທະນາຂອງລາວ, ຊ່ວຍປັບປຸງຜົນການຮຽນໃຫ້ແກ່ນັກຮຽນທີ່ເວົ້າພາສາລາວບໍ່ໄດ້ດີໃນເຂດເມືອງເປົ້າໝາຍຂອງໂຄງການບີຄວາ.
ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການສືບຕໍ່ຮ່ວມມືພາຍໃຕ້ສະຖາບັນລາວ-ອົດສະຕຣາລີ (LAI). ອົດສະຕຣາລີໄດ້ເນັ້ນໜັກເຖິງຄວາມສຳຄັນຂອງອະດີດນັກສຶກສາທີ່ໄດ້ຮັບທຶນ ແລະ ຮຽນຈົບຈາກອົດສະຕຣາລີ, ຊຶ່ງມີອະດີດນັກສຶກສາຫຼາຍກ່ວາພັນຄົນທີ່ຮຽນຈົບມາ ໄດ້ປະກອບສ່ວນເຮັດວຽກໃນຂະແໜງການຂອງລັດ, ເອກະຊົນ ແລະ ຊຸມຊົນຕ່າງໆໃນທົ່ວປະເທດ.
ທ່ານທູດເມແກນ ຍັງໄດ້ຢືນຢັນວ່າ: ອົດສະຕຣາລີຈະສືບຕໍ່ສະໜັບສະໜູນຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດຂອງລາວຮອດ ປີ 2035 ເພື່ອຮັບປະກັນຄວາມພ້ອມດ້ານແຮງງານຂອງລາວໃນອະນາຄົດ.
ທ່ານ ທອງສະລິດ ມັງໜໍ່ເມກ ໃນນາມເປັນປະທານຄະນະກຳມະການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ສະແດງຄວາມຂອບໃຈອົດສະຕຣາລີທີ່ສະໜັບສະໜູນວຽກງານວັດທະນະທຳ-ສັງຄົມ ໂດຍຜ່ານອົງການສະຫະປະຊາຊາດ, ລວມທັງການຊ່ວຍເຫຼືອສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍຂັ້ນແຂວງ ທີ່ຈັດຕັ້ງປະຕິບັດໂດຍ ອົງການ UNFPA.

ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືເພື່ອສົ່ງເສີມຄວາມສະເໝີພາບລະຫວ່າງຍິງຊາຍ, ການປົກປ້ອງເດັກ, ການພັດທະນາທັກສະຊາວໜຸ່ມ ແລະ ສະຫວັດດີການຂອງຄອບຄົວຄົນລາວ.
ໃນດ້ານສຸຂະພາບ, ນະວັດຕະກໍາທາງວິທະຍາສາດຂອງອົດສະຕຣາລີໄດ້ສະໜັບສະໜູນການສັກຢາກັນພະຍາດໃຫ້ເດັກ ແລະ ຕ້ານພະຍາດທີ່ເກີດມາຈາກຍຸງຢູ່ໃນລາວ. ໃນປີ 2026, ອົດສະຕຣາລີຈະຂະຫຍາຍໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ ໂດຍການນໍາໃຊ້ຍຸງໂວບັກເຄຍ (Wolbachia) ອອກໄປສູ່ແຂວງອຸດົມໄຊ, ຫຼວງພະບາງ, ສະຫວັນນະເຂດ ແລະ ຈຳປາສັກ. ຮອງນາຍົກລັດຖະມົນຕີ ໄດ້ຍ້ອງຍໍໂຄງການສະໜັບສະໜູນຂອງອົດສະຕຣາລີ ແລະ ຊຸກຍູ້ການຮ່ວມມືໃນອະນາຄົດ.
ສອງຝ່າຍເຫັນດີຈະຊອກຊ່ອງທາງເພື່ອສືບຕໍ່ຮັດແໜ້ນການຮ່ວມມືດ້ານທຸລະກິດ, ການຄ້າ ແລະ ການລົງທຶນ, ເພາະສັງເກດເຫັນວ່າ ບໍລິສັດອົດສະຕຣາລີ Linfox Logistics ແລະ Costa Group ໄດ້ມີຜົນສຳເລັດໃນການດຳເນີນທຸລະກິດຢູ່ລາວ ແລະ ປະກອບສ່ວນຢ່າງສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ.


