ຕອນແລງ ວັນທີ 28 ຕຸລາ 2024 ທີ່ສໍານັກງານໃຫ່ຍ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກົມປ່າໄມ້ ຕາງໜ້າໃຫ້ ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ເພື່ອສຶກສາຄວາມເປັນໄປໄດ້ ໃນການຮ່ວມມືທົດລອງນໍາໃຊ້ເຕັກໂນໂລຢີເຂົ້າໃນການປະເມີນ ແລະວັດແທກປ່າໄມ້ (Forest Assessment and Measurement).
ຮ່ວມລົງນາມໂດຍ ທ່ານ ຮສ. ປອ ສົມຫວັງ ພິມມະວົງ, ຫົວໜ້າ ກົມປ່າໄມ້ ແລະ ທ່ານ ສຸພົນ ຈັນທະວີໄຊ, ຜູ້ອໍານວຍ ການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ປອ. ລິນຄຳ ດວງສະຫວັນ, ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍ ທ່ານຮອງລັດຖະມົນຕີ, ຄະນະກົມ, ຄະນະຜູ້ບໍລິຫານ ແລະ ພະນັກງານຂອງທັງສອງຝ່າຍ.
ຈຸດປະສົງຂອງການຮ່ວມມືໃນຄັ້ງນີ້ ແມ່ນສືບເນື່ອງມາຈາກທີ່ ສປປ ລາວ ເປັນປະເທດທີ່ມີຄວາມອຸດົມສົມ ບູນທາງດ້ານຊັບພະຍາກອນທຳມະຊາດປ່າໄມ້ ທີ່ມີພື້ນ ທີ່ກວມລວມເອົາເຖິງ 57% ຂອງພື້ນທີ່ທົ່ວປະເທດ. ປ່າໄມ້ເຫລົ່ານີ້ມີຄວາມສຳຄັນເປັນຍ່າງຍິ່ງຕໍ່ການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ແລະນັບໄດ້ວ່າ ເປັນແຫລ່ງກຳເນີດຂອງຊັບພະຍາກອນທີ່ມີມູນຄ່າທາງດ້ານເສດຖະກິດເປັນອັນດັບຕົ້ນໆ ຂອງປະເທດທີ່ທຸກຝ່າຍຈະຕ້ອງໄດ້ຮ່ວມມືກັນໃນການປົກປັກຮັກສາໃຫ້ຍືນຍົງ.
ໃນຂະນະດຽວກັນ ລາວ ໂທລະຄົມ ແລະ ໄທຄົມ ເປັນບໍລິສັດໂທລະຄົມມະນາຄົມຄົບວົງຈອນ ແລະ ມີເທັກໂນໂລຍີຮັບຮູ້ທາງໄກ (Remote Sensing) ໂດຍນຳໃຊ້ເຕັກໂນໂລຊີອາວະກາດ (Space Tech) ທີ່ພັດທະນາໂດຍບໍລິສັດ ໄທຄົມ ມະຫາຊົນ ທີ່ສາມາດນໍາໃຊ້ເຂົ້າໃນວຽກງານການສຳຫລວດປ່າໄມ້ ເພື່ອການພັດທະນາກະສິກຳ ແລະ ປົກປັກຮັກສາປ່າໄມ້ໃຫ້ຍືນຍົງ ເຊິ່ງເປັນສ່ວນໜຶ່ງຂອງເປົ້າໝາຍການພັດທະນາດ້ານກະສິກໍາຂອງປະ ເທດ.
ພາຍໃຕ້ການຮ່ວມມືດັ່ງກ່າວ, ສອງຝ່າຍຈະຮ່ວມກັນສືກສາຄົ້ນຄວ້າ ໂດຍນຳໃຊ້ເຕັກໂນໂລຊີຮັບຮູ້ທາງໄກ (Remote Sensing) Space Tech ຂອງໄທຄົມ ເຂົ້າໃນການສຶກສາທົດລອງ ເພື່ອຄຸ້ມຄອງເນື້ອທີ່ປ່າໄມ້ 2,889 ເຮັກຕາ ທີ່ບ້ານໂພນສູງ, ເມືອງວັງວຽງ. ແຂວງວຽງຈັນ ເປັນເຂດທົດລອງປະສິດທິພາບ ຂອງການນໍາໃຊ້ເຕັກໂນໂລຢີ ເຂົ້າໃນວຽກງານກວດກາປ່າໄມ້, ການຄຸ້ມຄອງຊັບພະຍາກອນທໍາມະຊາດປ່າໄມ້ ແລະ ສົ່ງ ເສີມການຂະຫຍາຍຕົວຂອງເສດຖະກິດດິຈິຕອນ, ໂດຍສະເພາະແມ່ນການນໍາໃຊ້ເຕັກໂນໂລຢີໃນການຄຸ້ມຄອງສິ່ງແວດລ້ອມຂອງເຂດປ່າໄມ້ 3 ວຽກງານ ປະກອບມີ:
1). ການຊອກຫາຈຸດຄວາມຮ້ອນ ແລະ ເຂດຮອຍເຜົາໄໝ້ຂອງໄຟປ່າ (Forest Hot Spot and Burn Scar Detection) ເພື່ອລະບຸຈຸດຄວາມຮ້ອນ ຈະຊ່ວຍໃນການກວດຫາ ແລະ ຕິດຕາມໄຟໄໝ້ປ່າໄດ້ໄວ, ຂໍ້ມູນທີ່ໄດ້ມາຈະຊ່ວຍໃນການປະເມີນສະພາບການ ແລະ ດໍາເນີນກະກຽມຄວາມພ້ອມໃນການປ້ອງກັນ ຄວບຄຸມໄຟປ່າໃຫ້ທ່ວງທັນກັບເຫດການ.
2). ການຊອກຫາພື້ນທີ່ປ່າໄມ້ທີ່ມີການບຸກລຸກ (Forest Enrochement Detection) ຈະຊ່ວຍໃນການກວດກາການປ່ຽນແປງຂອງປ່າໄມ້, ລວມທັງການບຸກລຸກ ຫຼືການຕັດໄມ້ທຳ ລາຍປ່າໄດ້ຢ່າງມີປະສິດທິຜົນ.
3). ປະເມີນການສະສົມກາກບອນປ່າໄມ້ (Forest Carbon Sequestration) ເພື່ອຊ່ວຍໃຫ້ການປະເມີນປະລິມານການສະສົມກາກບອນປ່າໄມ້ ມີຄວາມຖືກຕ້ອງສູງ, ການປະເມີນນີ້ຈະຖືກສົມທຽບ ຄຽງຄູ່ກັບຂໍ້ມູນຈາກການສໍາຫຼວດພາກພື້ນດິນ ເພື່ອໃຫ້ໄດ້ທັດສະນະລວມ ແລະ ຄວາມເຂົ້າໃຈຢ່າງລະອຽດໂດຍການຄາດຄະເນທີ່ຖືກຕ້ອງ ແລະ ຊັດເຈນ.
ລວມເຖິງການສະໜັບສະໜູນນະວັດຕະກໍາໃນການພັດທະນາສີຂຽວແບບຍືນຍົງ ເຊິ່ງໃນປັດຈຸບັນ ບັນດາປະເທດທົ່ວໂລກ ຕ່າງກໍ່ໄດ້ໃຫ້ຄວາມສຳຄັນໃນວຽກງານສິ່ງແວດລ້ອມສີຂຽວແບບຍືນຍົງເຊັ່ນດຽວກັນ.





