ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ 28 ປີ ໃນຕອນເຊົ້າ ວັນທີ 5 ພະຈິກ 2024 ທ່ານ ສຸພົນ ຈັນທະວິໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະ ນະ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ລ້ຽງອາຫານທ່ຽງ ມູນຄ່າ 70,000,000 ກີບ ໃຫ້ສະມາຄົມ ຄົນພິການ ແຫ່ງຊາດລາວ. ຮັບໂດຍ ທ່ານ ທອງຈັນ ດວງມະລາໄລ ປະທານສະມາຄົມຄົນພິການເເຫ່ງຊາດລາວ.
ນີ້ເປັນພຽງໜຶ່ງ ໃນຫຼາຍກິດຈະກຳຊ່ວຍເຫຼືອສັງຄົມທີ່ ລາວ ໂທລະຄົມ ໄດ້ປະຕິ ບັດຕະຫຼອດ 28 ປີ ຜ່ານມາ ແລະ ຈະສືບປະຕິບັດຕະຫຼອດໄປ ດັ່ງຄຳຂວັນທີ່ວ່າ: ລາວໂທລະຄົມ ໂທລະຄົມຂອງຄົນລາວ ເພື່ອສັງຄົມລາວ.





