ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ໄທ ຈັດກິດຈະກຳພົບປະຜູ້ຊື້-ຜູ້ຂາຍ ໃນທຸລະກິດບໍລິການທ່ອງທ່ຽວ

May 20, 2025

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ການທ່ອງທ່ຽວແຫ່ງປະເທດໄທ (ທທທ) ຈັດກິດຈະກຳພົບປະ ຜູ້ຊື້-ຜູ້ຂາຍ ໃນທຸລະກິດບໍລິການທ່ອງທ່ຽວ ພາກເໜືອ-ພາກຕາເວັນອອກສ່ຽງເໜືອ ກັບທຸລະກິດບໍລິການທ່ອງທ່ຽວ ແຂວງຈຳປາສັກ ໃນວັນທີ 18 ພຶດສະພາ 2025 ທີ່ນະຄອນປາກເຊ ແຂວງຈໍາປາສັກ ໂດຍທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຈໍາປາສັກ, ທ່ານ ສົມຊາຍ ຊົມພູນ້ອຍ ຜູ້ອໍານວຍການພູມມິພາກ, ພາກເໜືອສິນຄ້າ ແລະ ບໍລິການ ທາງການທ່ອງທ່ຽວພາກເໜືອ ປະເທດໄທ, ມີຂະແໜງການກ່ຽວຂ້ອງຂອງແຂວງຈໍາປາສັກ, ຜູ້ປະກອບການທຸລະກິດການທ່ອງທ່ຽວ ແຂວງຈໍາປາສັກ ແລະ ຜູ້ປະກອບການທຸລະກິດທ່ອງທ່ຽວບັນດາແຂວງພາກເໜືອ ຂອງຣາຊະອານາຈັກໄທ ເຂົ້າຮ່ວມ.
ກິດຈະກຳຄັ້ງນີ້ ມີຈຸດປະສົງ ເພື່ອນໍາສະເໜີສິນຄ້າ ແລະ ບໍລິການ ດ້ານການທ່ອງທ່ຽວພາກເໜືອ ຂອງໄທ ແລະ ສ້າງສາຍພົວພັນຮ່ວມກັນ ລະຫວ່າງ ຜູ້ປະກອບການດ້ານທຸລະກິດການທ່ອງທ່ຽວ ຣາຊະອານາຈັກໄທ ແລະ ສປປ ລາວ ເພື່ອເຊື່ອມໂຍງແລກປ່ຽນນັກທ່ອງທ່ຽວໃນອະນາຄົດ.
ໂອກາດນີ້, ທ່ານ ສົມຊາຍ ຊົມພູນ້ອຍ ໄດ້ນໍາສະເໜີໃຫ້ຮູ້ກ່ຽວກັບ ການທ່ອງທ່ຽວຢູ່ບັນດາແຂວງພາກເໜືອຂອງໄທ, ກິດຈະກໍາ Travel Talk “ລ້ານນາ ສູ່ ລ້ານຊ້າງ”, ຈາກນັ້ນກໍມີການພົບປະ (Table Top Sale) ເພື່ອສົ່ງເສີມການທ່ອງທ່ຽວ ລະຫວ່າງ ຜູ້ປະກອບການທຸລະກິດທ່ອງທ່ຽວ ແຂວງຈໍາປາສັກ ສປປ ລາວ ກັບ ຜູ້ປະກອບການທຸລະກິດທ່ອງທ່ຽວ ພາກເໜືອ ຂອງປະເທດໄທ.
ຂ່າວ: ຈັນທະວີສັກ