ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ໄທ ປຶກສາຫາລືຮ່ວມມື ໃນຂະແໜງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ

Sep 19, 2024

ໃນໂອກາດກອງປະຊຸມ ເວທີສົນທະນາ ຂັ້ນລັດຖະມົນຕີ ຂອງບັນດາປະເທດສະມາຊິກອາຊຽນ ແລະ ສະມາຊິກ ຄະນະກຳມາທິການແມ່ນໍ້າຂອງສາກົນ(ຄມສ) ຄັ້ງທີ II ເຊິ່ງຈັດຂຶ້ນຢູ່ ນະຄອນຫຼວງວຽງຈັນ ໃນວັນທີ 18 ກັນຍາ 2024, ທ່ານ ນ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ສປປ ລາວ ປະທານຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ແລະ ປະທານສະພາມົນຕີຄະນະກຳມາທິການແມ່ນ້ຳຂອງສາກົນ ປີ 2024 ໄດ້ພົບປະສອງຝ່າຍ ກັບ ທ່ານ ສຸຣາສີ ກິດຕິມົນທົນ, ເລຂາທິການສໍານັກງານຊັບພະຍາກອນນໍ້າແຫ່ງຊາດໄທ, ເລຂາທິການຄະນະກໍາມະການແມ່ນໍ້າຂອງແຫ່ງຊາດໄທ ຣາຊະອານາຈັກໄທ ເພື່ອປຶກສາຫາລື ແລະ ສືບຕໍ່ຊຸກຍູ້ການພົວພັນຮ່ວມມື ໃນຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍ່ຄືແນໃສ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ.