ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ໄທ ປຶກສາຫາລືເພື່ອບັນລຸເປົ້າໝາຍການເພີ່ມມູນຄ່າການຄ້າສອງຝ່າຍເປັນ 2 ເທົ່າ ພາຍໃນປີ 2025

Oct 8, 2024

ການພົບປະສອງຝ່າຍ ລະຫວ່າງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ແຫ່ງສປປ ລາວ ກັບ ທ່ານ ພິໄຊ ນະຣິບທະພັນ ລັດຖະ ມົນຕີກະຊວງ ການຄ້າ ແຫ່ງຣາຊະອານາຈັກໄທ ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນວັນທີ 7 ຕຸລາ 2024 ເພື່ອປຶກສາຫາລືໃນວຽກງານເສີມສົ່ງ ແລະ ຂະຫຍາຍການຮ່ວມມືດ້ານເສດຖະກິດ-ການຄ້າສອງຝ່າຍ ລາວ-ໄທ.
ໃນໂອກາດນີ້, ທ່ານ ມະໄລທອງ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ທ່ານ ພິໄຊ ນະຣິບທະພັນ ທີ່ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີກະຊວງການຄ້າ ແຫ່ງ ຣາຊະອາ ນາຈັກໄທ, ແລະ ໄດ້ສະເໜີແລກປ່ຽນຫລາຍບັນຫາສຳຄັນ ໂດຍສະເພາະແມ່ນການເສີມຂະຫຍາຍການຮ່ວມມືການຄ້າສອງຝ່າຍ ເພື່ອໃຫ້ບັນລຸເປົ້າໝາຍການເພີ່ມມູນຄ່າການຄ້າສອງຝ່າຍເປັນ 2 ເທົ່າ ຫລື 11 ຕື້ໂດລາສະຫະລັດ ພາຍໃນປີ 2025 ຕາມແຜນປະຕິບັດງານວ່າດ້ວຍການເປັນຄູ່ຮ່ວມມືຍຸດທະສາດ (ລົງນາມ 2022) ແລະ ການຕົກລົງໃນກອງປະຊຸມ JC ລາວ-ໄທ ຄັ້ງທີ 22 (ຈັດແຕ່ປີ 2021) ແລະ ສືບຕໍ່ກະກຽມກອງປະຊຸມແຜນການຮ່ວມມືຂອງກະຊວງອຸດສາຫະກຳ ແລະ ການຄ້າ, ສປປ ລາວ ແລະ ກະຊວງການຄ້າ ແຫ່ງ ຣາຊະອານາຈັກໄທ ຄັ້ງທີ 8 ທີ່ຝ່າຍໄທ ຈະເປັນເຈົ້າພາບ ເນື່ອງຈາກໄດ້ເລື່ອນມາຫລາຍຄັ້ງ ແຕ່ປີ 2020; ຫລຸດຜ່ອນ ຫລື ລົບ ລ້າງສິ່ງກີດຂວາງດ້ານການຄ້າ (ທີ່ບໍ່ແມ່ນພາສີ) ເປັນຕົ້ນ ລະບຽບການຈຳກັດການນຳເຂົ້າສິນຄ້າກະສິກຳ ແລະ ການກຳນົດໂກຕານໍາເຂົ້າ ທີ່ບໍ່ສອດຄອງກັບສັນຍາ ATIGA (ສາລີ, ກາເຟ, ພືດຜັກ) ນະໂຍບາຍສະໜັບສະໜູນ ແລະ ການສົ່ງເສີມການຊື້ສິນຄ້າຂອງລາວໃຫ້ຫລາຍຂຶ້ນ ເພື່ອຫລຸດຜ່ອນການຂາດດູນການຄ້າລະຫວ່າງ ລາວ ແລະ ໄທ ແລະ ເປັນການສົ່ງເສີມການຜະລິດສິນຄ້າພາຍໃນປະເທດ, ດຶງດູດນັກລົງ ທຶນຈາກໄທເຂົ້າມາລົງທຶນໃນຂົງເຂດອຸດສາຫະກຳປຸງແຕ່ງ ແລະ ອື່ນໆ.
ພ້ອມກັນນີ້ ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານໄທ ທີ່ໄດ້ໃຫ້ການສະ ໜັບສະໜູນ ແລະ ຊ່ວຍເຫລືອໃນການເປັນປະທານອາຊຽນ 2024 ຂອງ ສປປ ລາວ ເປັນຕົ້ນ ການຊ່ວຍເຫລືອຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ຄັ້ງທີ 2 ຜ່ານມາ, ການປັບປຸງຫ້ອງ VIP ສະໜາມບິນ ແລະ ອຸປະກອນຮັບໃຊ້ກອງປະຊຸມ, ທັງສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນຕໍ່ນະໂຍບາຍຂອງກະຊວງພານິດ ແຫ່ງຣາຊະອານາຈັກໄທ ໃນການຊຸກຍູ້ ແລະ ສົ່ງເສີມວຽກງານການຄ້າ ເປັນຕົ້ນ ການສົ່ງເສີມການຈັດຕັ້ງປະຕິບັດສັນຍາການຄ້າເສລີ (FTAs), ການບໍລິຫານຄວາມດູນດ່ຽງລະຫວ່າງ ພາກທຸລະກິດ ແລະ ຜູ້ຊົມໃຊ້, ສົ່ງເສີມພານິດຈັງຫວັດ, ນະໂຍບາຍປັບປຸງໂຄງສ້າງການສົ່ງອອກໃຫ້ທັນສະໃຫມ, ການສົ່ງເສີມການຜະລິດສິນຄ້າຂອງຜູ້ປະກອບ ທີ່ເປັນມິດກັບສິ່ງແວດລ້ອມ, ການສະໜັບສະໜູນ ແລະ ຊ່ວຍເຫລືອລາວໃນການພັດທະນາການຄ້າຜ່ານແຜນງານ ແລະ ໂຄງການຮ່ວມມືດ້ານວິຊາການລາວ -ໄທ/TICA ຊຶ່ງກະຊວງ ອຸດສາຫະກໍາ ແລະ ການຄ້າຂອງລາວ ໄດ້ຮັບ 3 ໂຄງການໃນໄລຍະຜ່ານມາ ຄື: (1) ໂຄງການສົ່ງເສີມການຄ້າ ແລະ ODOP), ໂຄງການຊຸກຍູ້ ແລະ ພັດທະນາການປຸງແຕ່ງສິນຄ້າກະສິກຳ ແລະ (3) ໂຄງການເສີມຂະຫຍາຍວຽກງານການຄ້າຊາຍແດນທີ່ກຳລັງຈັດຕັ້ງປະຕິບັດ.
ນອກຈາກນີ້, ສອງຝ່າຍໄດ້ກ່າວເຖິງການຮ່ວມມືກັນຫລາຍບັນຫາ ໂດຍສະເພາະແມ່ນ ການຄ້າ ແລະ ຮ່ວມມືເສດຖະກິດສາກົນເປັນໃຈກາງໃນການປະສານກົມການຄ້າຕ່າງປະເທດ ແລະ ບັນດາກົມກ່ຽວຂ້ອງຂອງສອງກະຊວງ ອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ກະຊວງການຄ້າ ແຫ່ງ ຣາຊະອານາຈັກໄທ ເພື່ອສືບຕໍ່ປະສານງານ, ຄົ້ນຄວ້າ ແລະ ວາງແຜນຈັດຕັ້ງຜັນຂະຫຍາຍການຮ່ວມມືສອງຝ່າຍໃນຕໍ່ໜ້າ.
#ພາບ: ແສງຈັນ