ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ໄທ ສືບຕໍ່ການຮ່ວມມືດ້ານການທ່ອງທ່ຽວ

Oct 19, 2024

ໃນວັນທີ 18 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ສໍຣະວົງ ທຽນທອງ ລັດຖະມົນຕີ ກະຊວງທ່ອງທ່ຽວ ແລະ ກິລາ ແຫ່ງຣາຊະອານາຈັກໄທ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມເຮັດວຽກ ທີ່ ສປປ ລາວ ຂອງ ທ່ານ ສໍຣະວົງ ທຽນທອງ ພ້ອມຄະນະໃນຄັ້ງນີ້ ເຊິ່ງຈະເປັນການປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສອງປະເທດ ໃຫ້ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ ເຊິ່ງລັດຖະບານ ສປປ ລາວ ໄດ້ມີນະໂຍບາຍອໍານວຍຄວາມສະດວກໃຫ້ນັກທ່ອງທ່ຽວໄທທີ່ຖືປື້ມຜ່ານແດນ ສາມາດເຂົ້າມາທ່ອງທ່ຽວ ສປປ ລາວ ໂດຍພັກເຊົາ ຢູ່ ສປປ ລາວ ໄດ້ເຖິງ 10 ວັນ ແລະ ສາມາດທ່ອງທ່ຽວໄປໄດ້ອີກ 2 ແຂວງທີ່ມີຊາຍແດນຕິດຈອດກັນເຊັ່ນ: ຖ້ານັກທ່ອງທ່ຽວໄທ ເຂົ້າຜ່ານທາງຂົວມິດຕະພາບລາວ-ໄທ ແຫ່ງທີ 1 ສາມາດທ່ອງທ່ຽວ ຢູ່ ນະຄອນຫລວງວຽງຈັນ, ແຂວງວຽງຈັນ ຫລື ແຂວງຫລວງພະບາງ.
ການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນການຮ່ວມມືສອງຝ່າຍ ໃນຂະແໜງທ່ອງທ່ຽວ ໄລຍະຊຸມປີຜ່ານມາ ໂດຍສະເພາະ ການລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການທ່ອງທ່ຽວ ຮ່ວມກັນ ໃນປີ 2016 ຜ່ານມາ ເຖິງປັດຈຸບັນ ບົດບັນທຶກດັ່ງກ່າວໄດ້ສິ້ນສຸດແລ້ວ, ແຕ່ໃນການສະໜັບສະໜູນ ໃນການພັດທະນາ ຊັບພະຍາກອນມະນຸດ ຈາກລັດຖະບານໄທ ຍັງສືບຕໍ່ຢ່າງບໍ່ຢຸດຢັ້ງ ໂດຍຜ່ານການຢ້ຽມຢາມແລກປ່ຽນດ້ານວິຊາການ, ເຂົ້າຮ່ວມບັນດາກອງປະຊຸມ ແລະ ເທສະການສາກົນ, ຝຶກອົບຮົມໄລຍະສັ້ນ, ທຶນການສຶກສາໄລຍະຍາວ, ທັດສະນະວິຊາການ ແລະ ການຊ່ວຍເຫລືອດ້ານເຕັກນິກອຸປະກອນ ອັນໄດ້ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ສາຍພົວພັນຮ່ວມມື, ທັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນ ແລະ ທຸກພາກສ່ວນກ່ຽວຂ້ອງ. ພ້ອມນີ້, ສອງຝ່າຍສະແດງຄວາມຍິນຕໍ່ການສະເຫລີມສະຫລອງ ການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 1 ຄົບຮອບ 30 ປີ ແລະ ການສະເຫລີມສະຫລອງ ທີ່ ສປປ ລາວ ກຳນົດເອົາປີ 2024 ເປັນປີທ່ອງທ່ຽວລາວ; ການສະໜັບສະໜູນການເຊື່ອມໂຍງ ດ້ານການທ່ອງທ່ຽວຜ່ານທາງລົດໄຟ ໂດຍພິຈາລະນາຈາກຈໍານວນຖ້ຽວລົດໄຟ ຈາກກຸງເທບ ຫາ ນະຄອນຫລວງວຽງຈັນ (ສະຖານີຄໍາສະຫວາດ) ຈາກເບື້ອງຕົ້ນ 2 ຖ້ຽວ ແລະ ພິຈາລະນາ ຈາກການ Joint Promotional Packages ເພື່ອກະຕຸ້ນໃຫ້ນັກທ່ອງທ່ຽວເດີນທາງຜ່ານທາງລົດໄຟໃຫ້ຫລາຍຂຶ້ນ ຊຶ່ງຈະເປັນທາງເລືອກທີ່ສໍາຄັນ ແລະ ອໍານວຍຄວາມສະດວກໃຫ້ນັກທ່ອງທ່ຽວ ເດີນທາງໄປສະຖານທີ່ທ່ອງທ່ຽວທີ່ສໍາຄັນອື່ນໆຂອງສອງປະເທດ ແລະ ແກ້ໄຂບັນຫາຈໍານວນຖ້ຽວບິນ ທີ່ເດີນທາງໄປຍັງເມືອງທ່ອງທ່ຽວທີ່ບໍ່ພຽງພໍກັບຈໍານວນຄວາມຕ້ອງການຂອງນັກທ່ອງທ່ຽວ; ການສ້າງສິ່ງອໍານວຍຄວາມສະດວກໃນການເດີນທາງກັບບັນດາແຂວງຊາຍແດນລາວ-ໄທ ເພື່ອສົ່ງເສີມການເຊື່ອມໂຍງທາງບົກ; ການຈັດປະຊຸມຄະນະຮັບຜິດຊອບການຮ່ວມມືດ້ານການທ່ອງທ່ຽວ ໄທ-ລາວ, ລາວ-ໄທ ໂດຍຝ່າຍໄທມີ ຄວາມຍິນດີ ເປັນເຈົ້າພາບ.
ໃນຂະນະດຽວກັນ, ທ່ານ ສໍຣະວົງ ທຽນທອງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການຮ່ວມມືກັບຝ່າຍລາວ, ພ້ອມທັງຈະຊຸກຍູ້ຂະແໜງການກ່ຽວຂ້ອງຂອງຝ່າຍໄທ ໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງເຫັນດີຂອງສອງຝ່າຍ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ, ທັງຈະສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນອະນາຄົດ.
ຂ່າວ-ພາບ: ສົມຫວັງ
May be an image of 9 people and table