ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງການກາແດງແຫ່ງຊາດລາວ ແລະ ອົງການກາແດງສະວິດສ໌

Dec 23, 2024

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ “ ໂຄງການ ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ ” ລະຫວ່າງ ອົງການກາແດງແຫ່ງຊາດລາວ ແລະ ອົງການກາແດງສະວິດສ໌ ປະຈຳ ສປປ ລາວ ຈັດຂຶ້ນ ໃນວັນທີ 23 ທັນວາ 2024 ທີ່ໂຮງແຮມ ນິວໂຣສບູຕິກ, ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ຄຳລາວັນ ຈັນທະລາວັນ, ປະທານອົງການກາແດງແຫ່ງຊາດລາວ ເປັນປະທານ, ຕາງໜ້າຝ່າຍອົງການກາແດງສະວິດສ໌ ໂດຍແມ່ນ ທ່ານ ນາງ ບີນີຕາ ໂປ່ເດ໋ວ, ຜູ້ຕາງໜ້າອົງການກາແດງສະວິດສ໌ ປະຈຳ ສປປ ລາວ, ມີບັນດາແຂກຜູ້ເຂົ້າຮ່ວມຈາກຫ້ອງການອົງການກາແດງແຫ່ງຊາດລາວ, ຫ້ອງການວິຊາການ, ສະຖາບັນຕ່າງໆ ແລະ ບັນດາຫ້ອງການອ້ອມຂ້າງຈາກອົງການກາແດງແຫ່ງຊາດລາວ, ບັນດາຜູ້ຕາງໜ້າຈາກກະຊວງສາທາລະນະສຸກ ແລະກະຊວງການຕ່າງປະເທດ ເຂົ້າຮ່ວມ.
ໂຄງການດັ່ງກ່າວ ເປັນໂຄງການຮ່ວມມື , ແລກປ່ຽນທາງດ້ານວິຊາການ ແລະ ງົບປະມານ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນຍຸດທະສາດຂອງອົງການກາແດງແຫ່ງຊາດລາວ ເພື່ອປຸກລະດົມບໍລິຈາກເລືອດ ແລະ ຮັບປະກັນການສະໜອງເລືອດໃຫ້ພຽງພໍ ແລະ ປອດໄພໃຫ້ແກ່ຄົນເຈັບທຸກຄົນທີ່ຕ້ອງການເລືອດ. ໂຄງການນີ້ ຈະໄດ້ຮັບການຈັດຕັ້ງປະຕິບັດໂດຍ ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ເລີ່ມຕັ້ງແຕ່ ເດືອນ ມັງກອນ 2025 ເປັນຕົ້ນໄປ ແລະ ຈະສິ້ນສຸດໃນວັນທີ 31 ທັນວາ 2028 ໂດຍໄດ້ຮັບການສະໜັບສະໜູນຈາກອົງການກາແດງສະວິດສ໌ ເຊິ່ງງົບປະມານໂຄງການທັງໝົດ ແມ່ນ 716,642 ຝຣັ່ງ ສະວິດສ໌ (CHF).
ທ່ານ ດຣ. ຈັນທະລາ ສຸກສາຄອນ, ຫົວໜ້າສະຖາບັນເລືອດແຫ່ງຊາດ ຍັງລາຍງານໃຫ້ຮູ້ວ່າ : ໂຄງການດັ່ງກ່າວ ມີເປົ້າໝາຍຄື:
1). ເພີ່ມທະວີການເຂົ້າເຖິງການບໍລິການເລືອດ ແລະ ປັບປຸງຄຸນນະພາບຂອງການບໍລິຈາກເລືອດ, ປັບປຸງການປະສານງານ ແລະ ສົ່ງເສີມໃຫ້ສັງຄົມປະກອບສວ່ນໃນການບໍລິຈາກເລືອດໃຫ້ຫຼາຍຂື້ນ ເພື່ອໃຫ້ບັນລຸ 100% ການບໍລິຈາກເລືອດແບບສະຫມັກໃຈໂດຍບໍ່ຮຽກຮ້ອງສິ່ງຕອບແທນ,
2). ປັບປຸງການບໍລິການເລືອດໃຫ້ມີຄຸນນະພາບ ໂດຍເພີ່ມການເຂົ້າເຖິງ, ຄຸນນະພາບ, ຄວາມປອດໄພ, ປະສິດທິພາບ ແລະ ຄວາມຍືນຍົງຂອງວຽກງານບໍລິການເລືອດ.
3). ໃຫ້ປະຊາຊົນມີສ່ວນຮ່ວມໃນການປ່ຽນແປງພຶດຕິກຳ ໂດຍເພີ່ມການບໍລິຈາກເລືອດໃນກຸ່ມສະເພາະເພື່ອປ່ຽນພຶດຕິກຳໄປສູ່ການບໍລິຈາກເລືອດ.
4). ສ້າງຄວາມເຂັ້ມແຂງ ແລະ ອຳນວຍຄວາມສະດວກເພື່ອໃຫ້ມີຄວາມຍືນຍົງ, ການຕັດສິນໃຈໃນລະດັບຂັ້ນທ້ອງຖິ່ນ ແລະ ຊຸກຍູ້ໃຫ້ໄດ້ຮັບການສະໜັບສະໜູນທາງດ້ານນະໂຍບາຍ.
ທ່ານ ຄຳລາວັນ ຈັນທະລາວັນ, ປະທານອົງການກາແດງແຫ່ງຊາດລາວ, ໄດ້ຕີລາຄາສູງຕໍ່ການຮ່ວມມືໃນໄລຍະຍາວ ລະຫວ່າງ ອົງການກາແດງສະວິດສ໌ ແລະ ອົງການກາແດງແຫ່ງຊາດລາວ, ເປັນບາດກ້າວໜຶ່ງທີ່ສຳຄັນສຳລັບວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ ທີ່ມີຄວາມເຂັ້ມແຂງ ແລະ ເຊື່ອຖືໄດ້ ເຊິ່ງມີຄວາມສໍາຄັນທີ່ສຸດຕໍ່ການຊ່ວຍຊີວິດ ແລະ ຊ່ວຍສະໜັບສະໜູນລະບົບການປິ່ນປົວສຸຂະພາບ ໃນ ສປປ ລາວ.
ທ່ານ ນາງ ບີນີຕາ ໂປ່ເດ໋ວ, ຜູ້ຕາງໜ້າອົງການກາແດງສະວິດສ໌ ປະຈຳ ສປປ ລາວ, ໄດ້ກ່າວວ່າ : ຂອງອົງການກາແດງສະວິດສ໌ ຈະໃຫ້ການສະໜັບສະໜູນບັນດາເປົ້າໝາຍຍຸດທະສາດຂອງ ອົງການກາແດງແຫ່ງຊາດລາວ ໃນຫຼາຍໆດ້ານ ເຊິ່ງການຮ່ວມມືໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງວິໄສທັດຮ່ວມກັນ ໃນການປັບປຸງຊີວິດການເປັນຢູ່ທີ່ດີ ແລະ ຄວາມສາມາດໃນການຟື້ນຕົວຂອງຊຸມຊົນໂດຍຜ່ານລະບົບການປິ່ນປົວສຸຂະພາບທີ່ເຂັ້ມແຂງ. ອົງການກາແດງສະວິດສ໌ ຮູ້ສຶກພາກພູມໃຈ ທີ່ໄດ້ໃຫ້ການສະໜັບສະໜູນສະເພາະດ້ານໃຫ້ແກ່ສະຖາບັນເລືອດແຫ່ງຊາດ (ສລຊ). ການຮ່ວມມືໃນຄັ້ງນີ້ ຈະຊ່ວຍຍົກລະດັບດ້ານຂີດຄວາມສາມາດ ແລະ ດ້ານປະສິດທິພາບຂອງວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພໃນຂອບເຂດທົ່ວປະເທດ. ໂຄງການນີ້ ບໍ່ພຽງແຕ່ໃຫ້ບຸລິມະສິດທາງດ້ານວິຊາການໃນວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພເທົ່ານັ້ນ ແຕ່ຍັງຊ່ວຍສ້າງຄວາມເຂັ້ມແຂງພື້ນຖານການ ເຄື່ອນໄຫວຂອງວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພອີກດ້ວຍ ໂດຍຜ່ານການຝຶກອົບຮົມ, ປັບປຸງພື້ນຖານໂຄງລ່າງ, ແລະ ສົ່ງເສີມວັດທະນະທຳການບໍລິຈາກເລືອດດ້ວຍຄວາມສະໝັກໃຈ.