ວັນທີ 4 ສິງຫາ 2026 ທີ່ສະຖາບັນສື່ມວນຊົນ ແລະ ໂຄສະນາ ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ນະຄອນຮ່າໂນ້ຍ ຂອງຫວຽດນາມ, ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມມື ລະຫວ່າງ ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນ ປະຕິວັດລາວ ກັບ ສະຖາບັນສື່ມວນຊົນ ແລະ ໂຄສະນາ ຂອງຫວຽດນາມ ສໍາລັບໄລຍະປີ 2026–2030. ຕາງໜ້າລົງນາມບົດບັນທຶກຝ່າຍລາວ ແມ່ນທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ແລະ ຝ່າຍຫວຽດນາມ ແມ່ນ ຮອງສາສະດາຈານ ປະລິນຍາເອກ ຟ້າມມິງເຊິນ ຜູ້ອໍານວຍການສະຖາບັນສື່ມວນຊົນ ແລະ ໂຄສະນາ ຂອງຫວຽດນາມ ມີຜູ້ຕາງໜ້າພາກສ່ວນທີ່ກ່ຽວຂ້ອງຝ່າຍລາວ-ຫວຽດນາມ ເຂົ້າຮ່ວມ.

ທ່ານ ສົມສະຫວາດ ພົງສາ, ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ກ່າວວ່າ: ບົດບັນທຶກຮ່ວມມືສະບັບນີ້ເປັນການສືບຕໍ່ ແລະ ພັດທະນາການຮ່ວມມືອັນດີງາມຂອງສອງຝ່າຍທີ່ດໍາເນີນມາແຕ່ປີ 2011 ໂດຍເນັ້ນໃສ່ພັດທະນາບຸກຄະລາກອນສື່ມວນຊົນ, ການແລກປ່ຽນປະສົບການ, ການຄົ້ນຄວ້າວິຊາການ ແລະ ການຈັດກິດຈະກໍາຮ່ວມກັນ.
ອີງຕາມບົດບັນທຶກສະບັບໃໝ່, ສະຖາບັນສື່ມວນຊົນ ແລະ ໂຄສະນາ ຂອງຫວຽດນາມ ຈະສືບຕໍ່ສະໜັບສະໜູນການບໍາລຸງ ແລະ ກໍ່ສ້າງບຸກຄະລາກອນສື່ມວນຊົນລາວ ຜ່ານການຝຶກອົບຮົມໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ, ເພີ່ມຈໍານວນຊຸດອົບຮົມຜູ້ນໍາພາ ແລະ ຄຸ້ມຄອງສື່ມວນຊົນເປັນ 2 ຊຸດຕໍ່ປີ ພ້ອມທັງຈັດສັນທຶນການສຶກສາໃນລະດັບປະລິນຍາຕີ ແລະ ປະລິນຍາໂທ ດ້ານສື່ມວນຊົນໃຫ້ແກ່ບຸກຄະລາກອນຂອງລາວ.

ພິທີລົງນາມໃນຄັ້ງນີ້ ເພື່ອປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບພິເສດ ລາວ–ຫວຽດນາມ, ພ້ອມທັງຍົກສູງຄຸນນະພາບການພັດທະນາບຸກຄະລາກອນສື່ມວນຊົນ ເພື່ອຮັບໃຊ້ການພັດທະນາວຽກງານສື່ມວນຊົນຂອງລາວ ໃນໄລຍະໃໝ່.
ຂໍ້ມູນຂ່າວ ແລະ ພາບ: ກົມສື່ມວນຊົນ ຄອສພ


