ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລົງນາມສຶກສາໂຄງການປູກດອກໄມ້ເມືອງໜາວ, ພືດຜັກ ແລະ ໄມ້ໃຫ້ໝາກ ເປັນສິນຄ້າ ຢູ່ແຂວງໄຊສົມບູນ

Jan 2, 2025

ພິທີລົງນາມບົດບັນທຶກຄວາມເຂົ້າໃຈການຮ່ວມມືລາວ-ຫວຽດນາມ ກ່ຽວກັບ ການປູກດອກໄມ້ເມືອງໝາວ, ພືດຜັກ ແລະ ໄມ້ໃຫ້ໝາກເປັນສິນຄ້າ ລະຫວ່າງ ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ບໍລິສັດຮຸ້ນສ່ວນການລົງທຶນກວາງຫຸຍ ຈໍາກັດ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊສົມບູນ ໃນວັນທີ 31 ທັນວາ ຜ່ານມານີ້ ທີ່ກະຊວງກະສິກໍາ ແລະ ປ່າໄມ້.
ຮ່ວມລົງນາມໃນສັນຍາ ຕາງໜ້າຝ່າຍລາວ ໂດຍ ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ນາງ ຫງວຽນ ທິ ຮົງ ປະທານບໍລິສັດ ຮຸ້ນສ່ວນການລົງທຶນກວາງຫຸຍ ຈໍາກັດ, ທ່ານ ບຸນເດດ ສຸດທະວິໄລ ຫົວໜ້າກົມແຜນ ການ ແລະ ການຮ່ວມມື, ທ່ານ ບຸນທອນ ປັນແກ້ວ ຮັກສາການຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊສົມບູນ.
ຈຸດປະສົງ ເພື່ອສ້າງເປັນໂຄງການຕົວແບບໃນການປູກດອກ ໄມ້ເມືອງໜາວ, ພືດຜັກ ແລະ ໄມ້ໃຫ້ໝາກ ເພື່ອຫຼຸດຜ່ອນຄວາມທຸກຍາກ ຂອງປະຊາຊົນ, ສ້າງອາຊີບຄົງທີ່ໃຫ້ປະຊາຊົນ ພາຍໃນແຂວງ, ຕິດພັນກັບການທ່ອງທ່ຽວທີ່ເປັນເອກະລັກຂອງແຂວງ ຊຶ່ງກໍານົດພື້ນທີ່ດິນໃນການຈັດຕັ້ງປະຕິບັດໂຄງການ ແມ່ນເຂດບ້ານນໍ້າຍອນ ເມືອງອະນຸວົງ ແຂວງໄຊສົມບູນ ມີເນື້ອທີ່ເບື້ອງຕົ້ນ ປະມານ 5 ເຮັກຕາ ເປັນພື້ນທີ່ເປົ້າໝາຍ ໃນການຊຸກຍູ້ສົ່ງເສີມປະຊາຊົນປູກດອກໄມ້ເມືອງໜາວ ແລະ ພືດຜັກ ຮ່ວມ ກັບປະຊາຊົນ, ສໍາລັບພື້ນທີ່ດິນກະສິກໍາຢູ່ເຂດເມືອງລ່ອງແຈ້ງ 490 ກວ່າເຮັກຕາ ບໍລິສັດ ຮຸ້ນສ່ວນການລົງທຶນກວາງຫຸຍ ຈໍາກັດ ແມ່ນຕ້ອງໄດ້ຮ່ວມກັນສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ ເພື່ອເຮັດການຜະລິດກະສິກໍາ.
(ຂ່າວ-ພາບ: ແສງຈັນ)