ພິທີເຊັນສັນຍາໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລ ວິທະຍາສາດສຸຂະພາບ (LAO-15) ກະຊວງສາທາລະນະສຸກ ລະຫວ່າງ ກະຊວງສາທາລະນະສຸກ ແລະ ບໍລິສັດອີລຊ່ອງ (ILSUNG) ໄດ້ຈັດຂຶ້ນໃນວັນທີ 19 ມິຖຸນານີ້ ທີ່ໂຮງແຮມຄລາວພລາຊາ ນະຄອນຫຼວງວຽງຈັນ. ລົງນາມໃນຄັ້ງນີ້ ໂດຍ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ອີ ຊັງຮອນ (Mr. LEE, Sang-Hyun) ຜູ້ອໍານວຍການບໍລິສັດ ILSUNG ສ ເກົາຫຼີ ແລະ ເປັນກຽດເຂົ້າຮ່ວມຂອງທ່ານ ຈອງຢອງຊູ ເອກອັກຄະລະຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ, ມີຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີອະທິການບໍດີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລແຫ່ງທໍາອິດຂອງ ສປປ ລາວ ຊຶ່ງໄດ້ຮັບທຶນກູ້ຢືມດອກເບ້ຍຜ່ອນຜັນຈາກ ສ ເກົາຫຼີ ດ້ວຍມູນຄ່າການລົງທຶນ 120 ລ້ານໂດລາ. ໃນນີ້, ມີທຶນສົມທົບຂອງລັດຖະບານລາວ ຈໍານວນ 21 ລ້ານໂດລາ. ໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລວິທະຍາ ສາດສຸຂະພາບ ມີຂະໜາດ 400 ຕຽງ ແມ່ນຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຊຶ່ງເປົ້າໝາຍນໍາໃຊ້ເປັນສະຖານທີ່ໃຫ້ການບໍລິການບົ່ງມະຕິ-ປິ່ນປົວພະຍາດ, ສິດສອນ-ຮໍ່າຮຽນ ເພື່ອຜະລິດບຸກຄະລາກອນສາທາລະນະສຸກ ທີ່ມີຄຸນນະພາບອອກໄປຮັບໃຊ້ສັງຄົມ ໂດຍຈະສະໜອງໃຫ້ບັນດາສະຖານບໍລິການສາທາລະນະສຸກທັງໂຮງໝໍສູນກາງ, ໂຮງໝໍແຂວງ, ໂຮງໝໍເມືອງ, ສຸກສາລາ ແລະ ສະຖານບໍລິການຕ່າງໆ ລວມທັງພາກລັດ ແລະ ເອກະຊົນ ທີ່ຢູ່ຕົວເມືອງ ແລະ ຊຸມຊົນເຂດຫ່າງໄກສອກຫຼີກ. ນອກຈາກນີ້, ໂຮງໝໍດັ່ງກ່າວຍັງເປັນສະຖານທີ່ຝຶກອົບຮົມໃຫ້ກັບພະນັກງານແພດຈາກທ້ອງຖິ່ນ ລວມທັງການຄົ້ນຄວ້າວິໄຈດ້ານວິຊາການແພດ ແລະ ສາທາລະນະສຸກ ເພື່ອນໍາເອົາຂໍ້ມູນ, ຫຼັກຖານດ້ານວິທະຍາສາດມາສ້າງເປັນນະໂຍບາຍ, ແນວທາງການບົ່ງມະຕິ, ປິ່ນປົວຕະຫຼອດເຖິງການປັບປຸງ ແລະ ພັດທະນາບຸກຄະລາກອນທາງການແພດ ແລະ ສາທາລະນະສຸກ ໃຫ້ມີຄຸນນະພາບຫຼາຍຂຶ້ນກວ່າເກົ່າ. ໂຄງການດັ່ງກ່າວ ຍັງຈະໄດ້ສ້າງສູນຝຶກຈໍາລອງ ຫຼື Simulation center, ສະໜອງອຸປະກອນການແພດ, ອຸປະກອນການສຶກສາ ແລະ ລະບົບຂໍ້ມູນຂ່າວສານທາງການແພດ ຫຼື Health Information System (HIS) ຊຶ່ງຖືວ່າເປັນການພັດທະນາພື້ນຖານໂຄງລ່າງດ້ານການແພດຍຸກໃໝ່ ທີ່ທັນສະໄໝ, ຮັບປະກັນທັງຄຸນນະພາບ, ຄວາມສະດວກວ່ອງໄວ. ພ້ອມນັ້ນ, ລັກສະນະສະເພາະຂອງໂຄງການນີ້, ປະກອບດ້ວຍອາຄານການຮຽນຮູ້, ອາຄານໂຮງໝໍທີ່ທັນສະໄໝເຂົ້າເຖິງງ່າຍດາຍ, ປອດໄພ ເປັນມິດກັບສິ່ງແວດລ້ອມ ຊຶ່ງບັນດາທີ່ປຶກສາຂອງໂຄງການ, ຜູ້ຮັບເໝົາກໍ່ສ້າງ, ຜູ້ສະໜອງອຸປະກອນການແພດອຸປະກອນການສິດສອນ ທາງການແພດ ແລະ ລະບົບໄອທີຕ່າງໆ ສ່ວນໃຫຍ່ແມ່ນນໍາເຂົ້າຈາກ ສ ເກົາຫຼີ. ການກໍ່ສ້າງໂຮງໝໍດັ່ງກ່າວຈະເລີ່ມກໍ່ສ້າງໃນທ້າຍປີ 2025 ແລະ ຈະໃຫ້ສໍາເລັດໃນປີ 2028 ເປັນເວລາ 3 ປີ.
ທີ່ມາ: ປະຊາຊົນ




