ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລົງນາມໂຄງການ ການເສີມວິຕາມິນ ແລະ ແຮ່ທາດ ໃສ່ໃນເຂົ້າ

Mar 7, 2025

ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ (ສປຊ) ໄດ້ລົງນາມໃນໂຄງການເສີມວິຕາມິນ ແລະ ແຮ່ທາດ ໃສ່ໃນເຂົ້າ ເພື່ອແນໃສ່ການສ້າງຄວາມເຂັ້ມແຂງຂະໜາດໃຫຍ່ໃນ ສປປ ລາວ ກ່ຽວກັບການເສີມຈຸນລະສານອາຫານ ໃສ່ໃນເຂົ້າ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານປະເທດອິນເດຍ.
ພິທີລົງນາມໂຄງການດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 6 ມີນາ ນີ້ ທີ່ນະຄອນຫຼວງວຽງຈັນ, ຮ່ວມລົງນາມຄັ້ງນີ້ ໂດຍ ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ບັກໂຮເດຍ ເບີຄະນອ໋ຟ ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ, ທ່ານ ມາກ-ອ​ານເດ​ຣ ໂປ​ຣ​ສ ຜູ້ຕາງໜ້າອົງການອາຫານໂລກ ປະຈໍາ ສປປ ລາວ ໂດຍຊ້ອງໜ້າທ່ານ ໂຍເກສວາ ສັງວານ ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂຄງການທີ່ໄດ້ຕົກລົງຮ່ວມກັນໃນຄັ້ງນີ້ ຊື່ວ່າ “ການສ້າງຄວາມເຂັ້ມແຂງຂະໜາດໃຫຍ່ໃນ ສປປ ລາວ ໃນການເສີມວິຕາມິນ ແລະ ແຮ່ທາດໃສ່ໃນເຂົ້າ, ການລົງທຶນໃນການເສີມວິຕາມິນ ແລະ ແຮ່ທາດ ໃສ່ໃນເຂົ້າ” ຈະຖືກຈັດຕັ້ງປະຕິບັດໃນສອງປີຂ້າງໜ້າ. ໂຄງການນີ້ມີຈຸດປະສົງເພື່ອປັບປຸງຄຸນນະພາບເຂົ້າ ໂດຍການເພີ່ມວິຕາມິນ ແລະ ແຮ່ທາດທີ່ຈໍາເປັນ. ການເພີ່ມສານອາຫານແມ່ນເປັນແນວທາງທີ່ມີປະສິດທິພາບ ແລະ ຄຸ້ມຄ່າທີ່ສຸດ ຕໍ່ດ້ານສາທາລະນະສຸກ ໃນການຫຼຸດຜ່ອນການຂາດສານອາຫານໃນລະດັບໃຫຍ່.
ທ່ານ ນາງ ອາພອນ ວິຊາເທບ ກ່າວວ່າ: ‘’ການເສີມວິຕາມິນ ແລະ ແຮ່ທາດ ບໍ່ແມ່ນວາລະທີ່ໃໝ່ຂອງ ສປປ ລາວ. ນັບຕັ້ງແຕ່ປີ 1995 ເປັນຕົ້ນມາ, ກະຊວງສາທາລະນະສຸກຂອງພວກເຮົາໄດ້ກໍານົດມາດຕະຖານການຜະລິດ ແລະ ການນໍາເຂົ້າຂອງເກືອໄອໂອດີນໃນລາວ ໂດຍກໍານົດໃຫ້ການເສີມໄອໂອດີນໃນເກືອກາຍເປັນຂໍ້ບັງຄັບ. ເຂົ້າໜຽວ ຊຶ່ງເປັນອົງປະກອບທີ່ສຳຄັນທີ່ສຸດຂອງວັດທະນະທຳອາຫານປະຈຳຊາດເຮົາ, ເປັນແຫຼ່ງພະລັງງານທີ່ດີ, ແຕ່ບໍ່ໄດ້ບັນຈຸສານອາຫານທີ່ເປັນປະໂຫຍດເຊັ່ນ: ວິຕາມິນ A, B, ທາດເຫຼັກ ແລະ ສັງກະສີ ຊຶ່ງປະຊາຊົນລາວໂດຍທົ່ວໄປ ແມ່ນຂາດແຄນອາຫານປະເພດນີ້. ການເພີ່ມຈຸລະສານອາຫານ ດັ່ງກ່າວເປັນໂອກາດໃນການຕໍ່ສູ້ກັບພາວະຂາດສານອາຫານຂອງພວກເຮົາ”, ລັດຖະບານປະເທດອິນເດຍ ໄດ້ໃຫ້ການສະໜັບສະໜູນກິດຈະກໍາດັ່ງກ່າວ ເປັນຈໍານວນເງິນປະມານ 1 ລ້ານໂດລາ ໃນໄລຍະ 2 ປີ ໂດຍຜ່ານກອງທຶນຄູ່ຮ່ວມພັດທະນາກັບລັດຖະບານອິນເດຍ ແລະ ສະຫະປະຊາຊາດ.
ທ່ານ ໂຍເກສວາ ສັງວານ ກ່າວວ່າ: “ການ​ລົງທຶນດ້ານການເສີມຈຸນລະສານອານຫານ​ຂອງປະເທດ​ອິນ​ເດຍ​​​ ໄດ້​ຮັບ​ຜົນສຳ​ເລັດ​ລະດັບ​ຊາດ ໂດຍ 400 ລ້ານ​ຄົນ​ໃນ​ອິນ​ເດຍ ສາມາດເຂົ້າເຖິງ​ເຂົ້າທີ່ມີການເສີມຈຸນລະສານອາຫານ ​ເພື່ອ​ແກ້ໄຂການ​ຂາດ​ສານ​ອາຫານ. ອິນເດຍມີຄວາມພູມໃຈທີ່ຈະໄດ້ແບ່ງປັນຄວາມຮູ້ ແລະ ປະສົບການດ້ານການເສີມວິຕາມິນ ແລະ ແຮ່ທາດໃສ່ເຂົ້າ ໃຫ້ກັບ ສປປ ລາວ. ການຮ່ວມມືນີ້ສະແດງໃຫ້ເຫັນເຖິງການສ້າງສາຍສໍາພັນທີ່ເຂັ້ມແຂງຂອງສອງຝ່າຍ ແລະ ຄວາມມຸ່ງ ໝັ້ນຂອງພວກເຮົາໃນການສະໜັບສະໜູນການພັດທະນາແບບຍືນຍົງໃນພາກພື້ນ.”
ທ່ານ ບັກໂຮເດຍ ເບີຄະນອ໋ຟ ກ່າວວ່າ: “ ອົງການ ສປຊ ມີບົດບາດສຳຄັນໃນການເປັນພັນທະມິດກັບລັດຖະບານໃນທົ່ວໂລກໃນການຫັນປ່ຽນລະບົບສະບຽງອາຫານ ດ້ວຍວິທີການທີ່ມີປະສິດທິພາບ ແລະ ອີງໃສ່ຫຼັກຖານໃນການແກ້ໄຂບັນຫາ. ການເສີມວິຕາມິນ ແລະ ແຮ່ທາດໃສ່ອາຫານຫຼັກ ແມ່ນວີທີການທີ່ມີປະສິດທິພາບ ແລະ ຄຸ້ມຄ່າໃນການລົງທຶນ ເປັນການນໍາເອົາຈຸນລະສານອາຫານໃສ່ໃນເຂົ້າ ເພື່ອໃຫ້ຄົນລາວທຸກຄົນໄດ້ບໍລິໂພກ ແລະ ຈະບໍ່ປະຖິ້ມໃຜໄວ້ຂ້າງຫຼັງ. ​ເປັນວິທີ​​ການ​ເລັ່ງດ່ວນໃນການ​ຫຼຸດຜ່ອນພາວະ​ຂາດ​ສານ​ອາ​ຫານ ແລະ ການ​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ພວກເຮົາຂໍຂອບໃຈສໍາລັບການຮ່ວມມືກັບອິນເດຍ ໃນການດຳເນີນການລິເລີ່ມທີ່ສໍາຄັນດັ່ງກ່າວ, ຊຶ່ງເປັນຕົວຢ່າງອັນສໍາຄັນຂອງການຮ່ວມມືທັງສອງຝ່າຍ “ນັບ​ແຕ່​ປີ 2013 ​ເປັນ​ຕົ້ນ​ມາ, ອົງການ​ອາຫານ​ໂລກ​ ແຫ່ງ ​​ສປຊ ໄດ້​ເປັນ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ເສີມວິຕາມິນ ແລະ ແຮ່ທາດໃສ່​ເຂົ້າ.
ທ່ານ ມາກ-ອ​ານເດ​ຣ ໂປ​ຣ​ສ ກ່າວວ່າ: “ອົງການອາຫານໂລກ ແມ່ນມີຄວາມຊ່ຽວ​ຊານ​ດ້ານເສີມວິຕາມິນ ແລະ ແຮ່ທາດໃສ່ໃນເຂົ້າໃນທົ່ວ​ໂລກ​ ມາເປັນເວລາ 30 ປີ. ການລົງນາມຮ່ວມກັນໃນມື້ນີ້ ແມ່ນແນໃສ່ການປະຕິບັດບັນດາບາດກ້າວທີ່ໄດ້ວາງໄວ້ໃນແຜນປະຕິບັດງານຍຸດທະສາດ ການເສີມສານອາຫານໃນ ສປປ ລາວ. ຄວາມມຸ່ງໝັ້ນທາງດ້ານການເມືອງທີ່ເຂັ້ມແຂງສົມທົບກັບຄວາມຊ່ຽວຊານຂອງສາທາລະນະລັດອິນເດຍ ແລະ ອົງການອາຫານໂລກ ຈະເປັນການເປີດໂອກາດໃຫ້ພາກລັດ ແລະ ເອກະຊົນ ໄດ້ເສີມສ້າງຂີດຄວາມສາມາດແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງໃນການເສີມສານອາຫານ ແລະ ປັບປຸງໂພຊະນາການຂອງປະຊາຊົນຫຼາຍລ້ານຄົນໃນປະເທດລາວ” ອົງການອາຫານໂລກຂອງ ສປຊ ແມ່ນອົງການມະນຸດສະທໍາທີ່ໃຫຍ່ທີ່ສຸດໃນໂລກ ຊຶ່ງຊ່ວຍຊີວິດຄົນໃນພາວະສຸກເສີນ ແລະ ໃຫ້ການຊ່ວຍເຫຼືອດ້ານສະບຽງອາຫານ ເພື່ອສ້າງເສັ້ນທາງໄປສູ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງສໍາລັບປະຊາຊົນທີ່ຟື້ນຕົວຈາກຄວາມຂັດແຍ້ງ, ໄພພິບັດ ແລະ ຜົນກະທົບຂອງການປ່ຽນແປງດິນຟ້າອາກາດ.
ທີ່ມາ: ປະຊາຊົນ
May be an image of 8 people and text that says 'WFP WorldFood Warld Food Progra Programme oFod ramme हू India-UN India-UNDevelopment Development Partnership PartnershipFund Fund ২) มีหำลิงมามโลงภามเสิม ី ตา.มิมแร่ทาดใส่ใบเถ้า ood Fortification Project igning Cer Ceramo mo March 2025 uphattra (0) ote'