ລົດດ້າມຕຳກັບລົດຕູ້ຂົນສົ່ງນັກທ່ອງທ່ຽວ

ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງຫລວງພະບາງ ລາຍງານວ່າ: ວັນທີ 23 ກຸມພາ 2025 ເວລາ 08:42 ນາທີ ເກີດອຸບັດຕິຕິເຫດ ຢູ່ບ້ານຫລັກ8 (ທາງໄປຕາດກວາງຊີ) ນະຄອນ ຫລວງພະບາງ. ເຮັດໃຫ້ມີຜູ້ບາດເຈັບ 5 ຄົນ, ຍິງ 2 ຄົນ. ໃນນັ້ນຄົນຕ່າງປະເທດ 4 ຄົນ ແລະ ຄົນລາວ 1 ຄົນ ຄື:
ຜູ້ທີ 1: ໜ້າຜາກມີບາດແຜຈີກໃຫ່ຍ, ເຈັບບໍລິເວນສະໂພກ;
ຜູ້ທີ 2: ຄີ້ວເບື້ອງຂວາມີບາດແຜທະເຫຼີ້ນໃຫ່ຍ, ໜ້າແຂ່ງເບື້ອງຊ້າຍມີບາດແຜທະເຫຼີ້ນນ້ອຍ;
ຜູ້ທີ 3: ຂໍ້ສອກຊ້າຍຜີດຮູບເລັກນ້ອຍ;
ຜູ້ທີ4: ໜ້າຜາກເບື້ອງຂວາມີບາດແຜຈີກໃຫ່ຍ, ແຂນສອກເບື້ອງຊ້າຍຜີດຮູບ;
ຜູ້ທີ 5: ໜ້າຜາກມີບາດແຜຈີກໃຫ່ຍ.
ທີມງານກູ້ໄພໄດ້ປະຖົມພະຍາບານຂັ້ນຕົ້ນໃຫ້ຄົນເຈັບແລ້ວນຳສົ່ງໂຮງໝໍແຂວງຫລວງພະບາງ.





