ຕາມການລາຍງານຂອງມູນນິທິຮ່ວມໃຈ ໃຫ້ຮູ້ວ່າ: ວັນທີ 7 ຕຸລາ 2024 ເວລາປະມານ 11:36 ນາທີ ມີອຸປະຕິເຫດຕາມທ້ອງຖະໜົນ, ຈຸດເກີດເຫດ: ບ້ານ ວຽງຄໍາຈໍາປາ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.
ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ, ເປັນເພດຍິງ ອາຍຸ 22 ປີ, ບ້ານໜອງແຕ່ງ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ເສຍຊີວິດຄາທີ່).
ບາດເຈັບ 3 ຄົນ ຄື: ຄົນທີ 1 ເພດຍິງ, ອາຍຸ 66 ປີ, ບ້ານໜອງແຕ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ອາການເບື້ອງຕົ້ນແມ່ນ ບາດເປີດຢູ່ຂາເບື້ອງຊ້າຍ ແລະ ຂາເບື້ອງຂວາ. ຄົນທີ 2 ແລະ 3 ແມ່ນພີ່ນ້ອງນໍາສົ່ງໂຮງໝໍ.
ໜ່ວຍກູ້ໄພມູນນິທິຮ່ວມໃຈ ໄດ້ປະຖົມພະຍາບານຄົນເຈັບຂັ້ນຕົ້ນ ແລ້ວນຳສົ່ງຄົນເຈັບໄປຍັງໂຮງໝໍ 150 ຕຽງ, ສ່ວນຜູ້ເສຍຊີວິດ ແມ່ນໃຫ້ທາງມູນນິທິຈີນ 1628 ນໍາສົ່ງກັບບ້ານເພື່ອຈັດພິທິທາງສາດສະໜາ.
ທີ່ມາ: ມູນນິທິຮ່ວມໃຈ







