ໃນຕອນເຊົ້າຂອງວັນທີ 5 ພະຈິກ 2024, ລົດເມ BRT ຊຸດທຳອິດຈຳນວນ 28 ຄັນ ທີ່ນຳເຂົ້າຈາກ ສປ ຈີນ ໄດ້ຂົນສົ່ງມາຮອດສະຖານີດ່ານຂົນສົ່ງສິນຄ້າລົດໄຟວຽງຈັນໃຕ້ຮຽບຮ້ອຍແລ້ວ. ລົດເມຈໍານວນດັ່ງກ່າວແມ່ນໄດ້ເດີນທາງເຂົ້າມາລາວ ຜ່ານດ່ານລົດໄຟສາກົນບໍ່ເຕ່ນ ໂດຍມີພະນັກງານສະເພາະຂອງທາງລົດໄຟລາວ-ຈີນ ເຂົ້າກວດກາສາຍເຫຼັກທີ່ຜູກມັດຕົວລົດກັບລາງລົດໄຟຢ່າງລະອຽດ ແລະ ເພີ່ມມາດຕະການປ້ອງກັນບໍ່ໃຫ້ລົດເຄື່ອນຍ້າຍໄປມາ ອັນຈະເຮັດໃຫ້ລົດໄດ້ຮັບຄວາມເສຍຫາຍໃນລະຫວ່າງການຂົນສົ່ງ.
ຫຼັງຈາກທີ່ລົດເມ 28 ຄັນ ມາຮອດສະຖານີວຽງຈັນໃຕ້ແລ້ວ ພະນັກງານພາກສະໜາມທາງລົດໄຟ ລາວ-ຈີນ ທີ່ປະຈຳຢູ່ສະຖານີວຽງຈັນໃຕ້ ໄດ້ນໍາລົດເມຈຳນວນດັ່ງກ່າວລົງຈາກລາງລົດໄຟຢ່າງລະມັດລະວັງ ແລະ ປອດໄພ ທັງຈັດພະນັກງານວິຊາການສະເພາະທາງລົດໄຟຊີ້ນຳອຳນວຍຄວາມສະດວກ ໃຫ້ເຈົ້າຫນ້າທີ່ຕະຫຼອດໄລຍະເວລາທຳການເຄື່ອນຍ້າຍລົດເມອອກຈາກສະຖານີວຽງຈັນໃຕ້.
ໃນອະນາຄົດອີກບໍ່ດົນ ລົດເມ BRT ເຫຼົ່ານີ້ຈະໃຫ້ບໍລິການຢູ່ເສັ້ນທາງຫຼັກໃນນະຄອນ ຫຼວງວຽງຈັນ, ຈະຜ່ານສະຖານທີ່ທ່ອງທ່ຽວ ແລະ ສູນກະຈາຍນັກທ່ອງທ່ຽວ ເຊັ່ນ: ສະໜາມບິນສາກົນວັດໄຕ, ປະຕູໄຊ, ພະທາດຫຼວງ ແລະ ສະຖານທີ່ສໍາຄັນອື່ນໆ, ຈະເປັນການເປີດປະສົບການການເດີນທາງແບບໃຫມ່ຂອງປະຊາຊົນໃນທ້ອງຖິ່ນ ແລະ ຊ່ວຍຍົກລະດັບການຂົນສົ່ງສາທາລະນະ, ຫລຸດຜ່ອນການນໍາໃຊ້ລົດສ່ວນຕົວ, ປະຢັດພະລັງງານ ແລະ ອໍານວຍຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
ທີ່ມາ: Laos – China Railway Company Limited






