ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລົດເມພະລັງງານໃໝ່ ຈໍານວນ 28 ຄັນ ຈາກທັງໝົດ 55 ຄັນ ກໍາລັງຂົນສົ່ງມາລາວ

Oct 29, 2024

ລົດໄຟທີ່ບັນທຸກລົດເມພະລັງງານໃໝ່ 28 ຄັນຈາກຈີນ ໄດ້ອອກຈາກທ່າກຳປັ່ນຂົນສົ່ງສິນຄ້າທາງບົກ-ທະເລສາກົນ Dulaying ໃນເມືອງ Guiyang ແຂວງ Guizhou ໃນວັນທີ 28 ຕຸລານີ້ ເພື່ອເດີນທາງມານະຄອນຫຼວງວຽງຈັນຂອງລາວ.
ການຂົນສົ່ງຄັ້ງນີ້ເປັນການສົ່ງອອກໂດຍກົງຄັ້ງທຳອິດຂອງເມືອງກຸ້ຍໂຈ່ວທີ່ຂົນສົ່ງຂອງລົດເມພະລັງງານໃໝ່ທີ່ຜະລິດຢູ່ພາຍໃນຜ່ານທາງລົດໄຟຈີນ-ລາວ.
ຊ່ອງທາງການຂົນສົ່ງທາງລົດໄຟໃໝ່ນີ້ຜ່ານທາງລົດໄຟ ຈີນ-ລາວ ເຊິ່ງເປັນເສັ້ນ ທາງທີ່ມີປະສິດທິພາບໃນການສົ່ງອອກລົດຍົນຂອງກຸ້ຍໂຈ່ວມາລາວ, ອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການຮ່ວມມືໃນຕໍ່ໜ້າ. ຄາດວ່າລົດເມຈະມາຮອດນະຄອນຫຼວງວຽງຈັນພາຍໃນ 7 ວັນ.
ທັງໝົດນີ້ແມ່ນຊຸດທໍາອິດໃນຈໍານວນ ລົດເມພະລັງງານໃໝ່ 55 ຄັນຈະຖືກສົ່ງ ມາລາວເປັນ 2 ຂະບວນ, ຊຸດທີສອງຈະບັນທຸກລົດໂດຍສານອີກ 27 ຄັນ ທີ່ກຳນົດອອກເດີນທາງໃນວັນອັງຄານນີ້.
ທີ່ມາ: CGTN
May be an image of 1 person, train, railroad and text