ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລົດ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ​ຂອງ​ຈີນ​ນຳ​ເອົາ​ການ​ອອກ​ເດີນ​ທາງ​ແບບ​ສີ​ຂຽວ​ມາໃຫ້ປະ​ຊາ​ຊົນ​ລາວ

Nov 1, 2024

ຄ​ຽງ​ຄູ່​ກັບການມີ​ສະ​ຕິ​ຕໍ່​ກັບ​ກາກບອນ​ຕ່ຳ​ ແລະ ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້​ອມຂອງ​ປະ​ຊາ​ຊົນ​ໃນ​ທົ່ວ​ໂລກນັບ​ມຶ້​ນັບ​ສູງ​ຂຶ້ນ​, ​ການ​ອອກ​ເດີນ​ທາງ​ແບບ​ສີ​ຂຽວ​ໄດ້​ກາຍ​ເປັນການ​ພັດ​ທະ​ນາສຳ​ຄັນ​ໃນ​ຂົງ​ເຂດ​ຄົມ​ມະ​ນາ​ຄົມ​; ລົດ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ​ທີ່​ຜະ​ລິດ​ໂດຍ​ຈີນ​ໄດ້​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມຫຼາຍ​ທີ່​ສຸດ​ໃນ​ຕະຫຼາດ​ຂອ​ງ​ລາວຢ່າງວ່ອງ​ໄວ ຍ້ອນ​ມີ​ເຕັກ​ໂນ​ໂລ​ຊີ​​ຂັ້ນ​ສູງ, ຮູບ​ຊົງ​ທີ່​ທັນ​ສ​ະ​ໄໝ, ຂີ່​ສະ​ບາຍ ແລະ ການ​ບໍ​ລິ​ການ​ທີ່​ດີ.
ຕອນ​ເຊົ້າ​ວັນ​ທີ 28 ຕຸ​ລາ​ນີ້, ລົດ​ໄຟ​ຂະ​ບວນ​ໜຶ່ງ​ຕາມ​ທາງ​ລົດ​ໄຟ​ຈີນ-ລາວ​ທີ່​ບັນ​ທຸກ​ລົ​ດ​ເມ​ໃຊ້​ພະ​ລັງ​ງານ​ໃໝ່ BRT ​ທີ່​ຜະ​ລິດ​ໂດຍ​ແຂວງ​ກຸ້ຍ​ໂຈ່ວ​ຂອງ​ຈີນ ໄດ້​ເດີນ​ທາງ​ອອກ​ຈາກນະ​ຄອນ​ກຸ້ຍ​ຢາງ​ ແລະ ຈະ​ເດີນ​ທາງ​ໄປ​ຮອດ​ນະ​ຄອນຫຼວງວຽງ​ຈັນ​ຂອງ​
ລ​າວ​ພາຍໃນ 7 ວັນ. ລົດ​ເມ​ໃຊ້​ພະ​ລັງ​ງານ​ໃໝ່ BRT ຊຸດ​ນີ້​ຈະ​ນຳ​ໃຊ້​ເຂົ້າ​ໃນ​ລະ​ບົບ​ລົດ​ເມ BRT ທີ່​ອັດ​ສະ​ລິ​ຍະ ແລະ ທັນ​ສະ​ໄໝ​ສາຍ​ທຳ​ອິ​ດ​ຂອງ​ນະ​ຄອນຫຼວງວຽງ​ຈັນ​ຂອງ​ລາວ ເຊິ່ງ​ຈະເປັນ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຂງ​ແຮງໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ສີ​ຂຽວ ແລະ ອັດ​ສະ​ລິ​ຍະ​ຂອງ​ຄົມ​ມະ​ນາ​ຄົມ​ຂອງ​ລາວ.
ຄຽງ​ຄູ່​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ລາວ​ໄດ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ວິ​ສາ​ຫະ​ກິດ​ລົດ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ​ຂອງ​ຈີນໄດ້​ຮ່ວມ​ມື​ກັບ​ວິ​ສາ​ຫະ​ກິດ​ຂອງ​ລາວນັບ​ມື້ນັບຫຼາຍ​ຂຶ້ນ ​ແລະ ​ເຂົ້າ​ສູ່​ຕະຫຼາດ​ຂອງ​ລາວ. ໃນ​ເດືອນ​ຕຸ​ລາ​ປີ 2019, ບໍ​ລິ​ສັດ BYD ​ຂອງ​ຈີນໄດ້​ຮ່ວມ​ມື​ກັບບໍ​ລິ​ສັດ​ MOK ຂອງ​ລາວ ແລະ ກາຍ​ເປັນ​ຍີ່​ຫໍ້​ລົດ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ​ຍີ່​ຫໍ້​ທຳ​ອິດ​ຂອງ​ຈີນ​ທີ່ເຂົ້າ​ສູ່​ປະ​ເທດ​ລາວ. ໃນ​ເດືອນຕຸ​ລາ​ປີ 2020, ​ບໍ​ລິ​ສັດ GEELY ຂອງ​ຈີນ​ໄດ້​ເຊັນ​ສັນ​ຍ​າ​ໂຄງ​ການ​ລົດ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ​ກັບ​ບໍ​ລິ​ສັດ​ລາວ ແລະ ໃນ​ທ້າຍ​ປີ 2023, ບໍ​ລິ​ສັດ Hong Qi ​ຂອງ​ຈີນ​ກໍໄດ້​ເຊັນ​ສັນ​ຍາ​ກັບ​ລັດ​ຖະ​ບານ​ລາວ ເພື່ອ​ເປີດກວ້າງ​ຕະຫຼາດ​ລົດ​ໃຊ້​ທາງ​ລັດ​ຖະ​ກິດ​ຂອງ​ລາວ. ການ​
ຮ່ວ​ມ​ມື​ລະ​ຫວ່າງ​ບໍ​ລິ​ສັດ​ຈີນ​ກັບ​ລາວ ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ຍີ່​ຫໍ້​ລົດ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ​ຂອງ​ຈີນ​​ໃຫ້​ເປັນ​ທີ່​ຮູ້​ຈັກ ແລະ ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຕະຫຼາດ​ຂອງ​ລາວ​ໃຫ້​ດີ​ເທົ່າ​ນັ້ນ ​ຫ​າກຍັງ​ສາ​ມາດ​ຍົກ​ສູງ​ຄວາມ​ສ​າ​ມາດ​ການ​ແຂ່ງ​ຂັນ​ຂອງ​ຍີ່​ຫໍ້​ລົດ​ຈີນ​ ໂດຍ​ຜ່ານ​ການ​​ດຳ​ເນີນ​ການຜະ​ລິດ ແລະ ການ​ບໍ​ລິ​ການ​ຢູ່​ພາຍ​ໃນ​ປະ​ເທດ​ລາວ.
ນອກ​ຈາກນີ້, ຍີ່​ຫໍ້​ລົດ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ​ຂອງ​ຈີນ​ໄດ້​ຈຳ​ໜ່າຍ​ລົດຫຼາຍ​ລຸ້ນ ເພື່ອ​ຕອບ​ສະ​ໜອງ​​ຕາມຄວາມ​ຕ້ອງ​ການ​ທີ່​ແຕກ​ຕ່າງ​ກັນ​ຂອງ​ຜູ້​ບໍ​ລິ​ໂພ​ກ. BYD ບໍ່​ພຽງ​ແຕ່​ຈຳ​ໜ່າຍ Atto3 ເທົ່າ​ນັ້ນ ຍັງ​ມີອີກຫຼາຍ​ລຸ້ນ​ຕື່ມ​ອີກ ​ເຊັ່ນ: Han EV, Tang EV, ລົດ​ເມ​ໃຊ້ພະ​ລັງ​ງານ​ໄຟ​ຟ້າ ເປັນ​ຕົ້ນ ໂດຍ​ປົກ​ຄຸມ​ຕະຫຼາດການ​ນຳ​ໃຊ້​ແບ​ບ​ທົ່ວ​ໄປ ແລະ ການ​ນຳ​ໃຊ້​ທາງທຸ​ລະ​ກິດ.
ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນຄື ການ​ພັດ​ທະ​ນາ​ຂອງ​ການ​ທ່ອງ​ທ່ຽວໄດ້​ເປີດກວ້າງ​ຕະຫຼາດ​ໃຫ້​ແກ່​ລົດ​ໃຊ້​ພະ​ລັງ​ງານ​ໃໝ່ ໂດຍ​ສະ​ເພາະ​ແມ່ນ​ພາຍຫຼັງ​ທາງ​ລົດ​ໄຟ​ຈີນ-ລາວ​ເປີດ​ບໍ​ລິ​ການແລ້ວ, ​ໄດ້ມີ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ນັບ​ມື້​ນັບຫຼາຍ​ຂຶ້ນ​ເຂົ້າ​ມາ​ທ່ຽວ​ປະ​ເທດ​ລາວ. ປັດ​ຈຸ​ບັນ, ແອັບ​ທີ່​ສາ​ມາດເອີ້ນ​ເອົາ​ລົດ​​ຕັກ​ຊີ​​ໂດຍ​ຜ່ານ​ທາງ​ອິນ​ເຕີ​ເນັດຂອງ​ລາວ​ໄດ້​ເລີ່ມ​ໃຫ້​ບໍ​ລິ​ການ​ດ້ວຍ​ລົດ​ໃຊ້​ພະ​ລັງ​ງານໄຟ​ຟ້າຫຼາຍ​ລຸ້ນ​ແລ້ວ ເຊິ່ງ​ລວມ​ທັງ​ລົດ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ​ຂອງ​ຈີນ.
ສ່ວນ​ລັດ​ຖະ​ບານ​ລາວ ໄດ້​ຊຸກ​ຍູ້​ການ​ນຳ​ໃຊ້​ລົດ​ໃຊ້​ພະ​ລັງ​ງານ​ໃໝ່​ເຊັ່ນ​ກັນ. ຕາມ​ຂ່າວ​ລ​າຍ​ງານ​ວ່າ: ໃນ 5 ເດືອນ​ປີ​ນີ້, ​ປະ​ລິ​ມານການ​ນຳ​ເຂົ້າ​ລົດ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ​ຂອງ​ລາວ​ໄດ້​ມີຫຼາຍກວ່າ​ປະ​ລິ​ມານ​​ການ​ນຳ​ເຂົ້າໃນ​ໝົດ​ປີ​ກາຍ​ແລ້ວ. ນອກ​ນີ້, ລັດ​ຖະ​ບານ​ລາວ​ຍັງ​ໄດ້​ວາງ​ເປົ້າ​ໝາຍ​ວ່າ ເມື່ອ​ຮອດ​ປີ 2030, ປະ​ລິ​ມານ​ລົດ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ​ຂອງ​ລາວ​ຈະກວມ​ເອົາຫຼາຍກວ່າ 30% ຂອງ​ຍອດ​ປະ​ລິ​ມານ​ລົດ​ຢູ່​ພາຍ​ໃນ​ປະ​ເທດ​ລາວ, ພ້ອມ​ທັງ​ໄດ້​ວາງ​ນະ​ໂຍ​ບາຍ​ກະ​ຕຸ້ນ​ຕ່າງໆ ເຊັ່ນ: ​ນະ​ໂຍ​ບາຍ​ພິ​ເສດ​ດ້ານ​ພາ​ສີ ແລະ ອື່ນໆ. ປັດ​ຈຸ​ບັນ, ລາວ​ກຳ​ລັງ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ສ້າງ​ເຄືອ​ຂ່າຍ​ຄົບ​ວົງ​ຈອນ​ຂອງ​ຂະ​ແໜງ​ການ​ລົດ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ, ຊຸກ​ຍູ້​ໃຫ້​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ເຂົ້າ​ສູ່​ຕະຫຼາດ​ລົດ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ​ຂອງ​ລາວ​ໃຫ້ຫຼາຍກວ່າ​ເກົ່າ ເພື່ອ​ຕອບສະ​ໜອງ​​ຕາມຄວາມ​ຕ້ອງ​ການ​ຂອງ​ຕະ ຫຼາດລາວ.
​ລົດ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ​ຂອງ​ຈີນ​ ບໍ່​ພຽງ​ແຕ່​ໄດ້​ຕອບ​ສະ​ໜອງ​​ຕາມຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ​ລາວ​ໃນ​ການ​ອອກ​ເດີນ​ທາງ​ແບບ​ສີ​ຂຽວ​ເທົ່າ​ນັ້ນ ຍັງ​ໄດ້​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ​ພະ​ລັງ​ງານ​ໃໝ່​ລະ​ຫວ່າງ​ລາວ​ກັບ​ຈີນ​ໃຫ້​ເຂົ້າ​ສູ່​ລວງ​ເລິກ​ອີກ​
ດ້​ວຍ ເຊິ່ງ​ຈະ​ປະ​ກອບ​ສ່ວນຫຼາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​ຫັນ​ເປັນ​ກາກບອນ​ຕ່ຳ ແລະ ຫັນ​ເປັນ​ສີ​ຂຽວ​ຂອງ​ລາວ ກໍ​ຄື​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.