ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລົດໄຟຂົນສົ່ງຜູ້ໂດຍສານສາກົນຕາມເສັ້ນທາງລົດໄຟຈີນ-ລາວໄດ້ເປີດແລ່ນຫຼາຍກວ່າ 60.000 ຂະບວນ

Oct 25, 2024

ວັນທີ 24 ຕຸລານີ້, ກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸ່ນໝິງໄດ້ແຈ້ງໃຫ້ສື່ມວນຊົນຮູ້ວ່າ: ນັບແຕ່ເສັ້ນທາງລົດໄຟຈີນ-ລາວໄດ້ເປີດນຳໃຊ້ໃນເດືອນທັນວາປີ 2021 ເປັນຕົ້ນມາ, ມາຮອດວັນທີ 23 ຕຸລາປີ 2024, ນັບລວມແລ້ວໄດ້ເປີດແລ່ນລົດໄຟຂົນສົ່ງຜູ້ໂດຍສານສາກົນຫຼາຍກວ່າ 60.000 ຂະບວນ ແລະໄດ້ຂົນສົ່ງຜູ້ໂດຍ ສານທັງໝົດ 41,2 ລ້ານເທື່ອຄົນ.
ຂໍ້ມູນສະແດງໃຫ້ເຫັນວ່າ: ເສັ້ນທາງລົດໄຟຈີນ-ລາວໄດ້ເປີດແລ່ນລົດໄຟຂົນສົ່ງຜູ້ໂດຍສານສາກົນຫຼາຍທີ່ສຸດ 85 ຂະບວນຕໍ່ມື້, ຂົນສົ່ງຜູ້ໂດຍສານເກືອບ 90.000 ເທື່ອຄົນ ເຊິ່ງໄດ້ສະແດງໃຫ້ເຫັນຄວາມສາມາດການຂົນສົ່ງ ແລະ ແຮງດຶງດູດຂອງຕະຫຼາດທີ່ເຂັ້ມແຂງ.
Cr: CMG FM 93
May be an image of 16 people, train and text