ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

“ລົດ​ໄຟ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ+​ລົດ​ໄຟ​ໂດຍ​ສານ​ສາ​ກົນ”​ ສ້າງ​ໂອກ​າດດ້ານ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ຈີນ​ກັບ​ລາວຫຼາຍ​ຂຶ້ນ

May 10, 2024

ວັນ​ທີ 8 ພຶດ​ສະ​ພາ​ນີ້, ລົດ​ໄຟ​ທ່ອງ​ທ່ຽວ​ກຸ້ຍ​ຢາງ-ສິບ​ສອງ​ພັ່ນ​ນາ​ຖ້ຽວ Y477 ທີ່​ຊື່​ວ່າ “ຂະ​ບວນ​ໝີ​ແພນ​ດາ” ໄດ້​ອອກ​ເດີນ​ທາງ​ຢ່າງ​ເປັນ​ທາງ​ການ. ຂະ​ບວນລົດ​ໄຟ​ທ່ອງ​ທ່ຽວ​ດັ່ງ​ກ່າວ​​ແມ່ນນຳ​ໃຊ້​​ວິ​ທີ​ການ​ອອກ​ເດີນ​ທາງ​ດ້ວຍຫຼາຍ​ຮູບ​ແບບ​ເພື່ອ​ປະ​ສານ​ສົມ​ທົບ​ກັນ​ຄື “​ລົດ​ໄຟ​ທ່ອງ​ທ່ຽວ+​ລົດ​ໄຟ​​ຈີນ-ລາວ+ລົດ​ທ່ອງ​ທ່ຽວ”, ນັກ​ທ່ອງ​ທ່ຽວຈີນ 200 ກວ່າ​ຄົນ​ໄດ້​ຂີ່​ລົດ​ໄຟ​ທ່ອງ​ທ່ຽວ ​“ຂະ​ບວນ​ໝີ​ແພນ​ດາ” ອອກ​ເດີນ​ທາງ​ຈາກ​ນະ​ຄອນ​ກຸ້ຍ​ຢາງ ເທດ​ສະ​ບານ​ແຂວງ​ກຸ້ຍ​ໂຈ່ວ ໄປຮອດສິບ​ສອງ​ພັ່​ນ​ນາ, ແລ້ວ​ຂຶ້ນຕໍ່​ລົດ​ໄຟ​ຈີນ-ລາວ​ໄປ​ຫາ​​ນະ​ຄອນຫຼວງວຽງ​ຈັນ, ວັງ​ວຽງ, ຫຼວງ​ພະ​ບາງ ແລະ ຕົວ​ເມືອງ​ອື່ນໆ​ຂອງ​ລາວ, ແລ້ວ​ຂີ່​ລົດ​​ທ່ອ​ງ​ທ່ຽວ​ໄປຫຼິ້ນ​ແຫຼ່ງ​ທ່ອງ​ທ່ຽວ​ຕ່າງໆຢູ່​ລາວ ເຊັ່ນ: ຕາດກວາງ​ຊີ, ພູ​ສີ, ວັດ​ຊຽງ​ທອງ, ປະ​ຕູ​ໄຊ, ​ພະທາດຫຼວງ ເປັນ​ຕົ້ນ ເພື່ອ​ສຳ​ຜັດ​ກັບ​ທິວ​ທັດ​ທຳ​ມະ​ຊາດ ແລະ ແຫຼ່ງ​ທ່ອງ​ທ່ຽວ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ລາວ.
ນີ້​ແມ່ນ​ລົດ​ໄຟ​ທ່ອງ​ທ່ຽວ​ຂ້າມ​ຊາດ​ຈີນ-ລາວ​ຕາມ​ທາງ​ລົດ​ໄຟ​ຈີ​ນ-ລາວ​ຂະ​ບວນ​ທຳ​ອິດ​ທີ່​ແລ່ນ​ອອກ​ຈາກ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ, ຈະ​ສ້າງ​ເປັນ​ຂົວ​ຕໍ່​ດ້ານ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​​ແຂວງ​ກຸ້ຍ​ໂຈ່ວຂອງ​ຈີນ​ກັບ​ປະ​ເທດ​ລາວ ກໍ​ຄື​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.
ນັບ​ແຕ່​ລົດ​ໄຟ​ໂດຍ​ສານ​ສາ​ກົນ​ຕາມ​ທາງ​ລົດ​ໄຟ​ຈີນ-ລາວ​ເປີດ​ນຳ​ໃຊ້​ເປັນ​ເວ​ລາ​ໜຶ່ງ​ປີກວ່າ​ມາ​ນີ້, ອັດ​ຕາ​ບ່ອນ​ນັ່ງ​ຂອງ​ຕູ້​​ລົດໄຟ​ໂດຍ​ສານ​​ຍັງ​ຮັກ​ສາ​ຢູ່​ໃນ​ລະ​ດັບ​​ເກືອບ​ເຕັມ​ຕູ້​ທຸກ​ຖ້ຽວ, ເຮັດ​ໃຫ້​ການ​ທ່ອງ​ທ່ຽວ​ສິບ​ສອງ​ພັ່ນ​ນ​ນາ, ຫຼວງ​ພະ​ບາງ ແລະ ຕົວ​ເມືອງ​ອື່ນໆ​ໄດ້​ກາຍ​ເປັນ​ກະ​ແສ​ນິ​ຍົມ ພ້​ອມ​ທັງ​ໄດ້​ຊຸກ​ຍູ້​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ ແລະ ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ລາວ. ນະ​ຄອນຫຼວງ​ປັກ​ກິ່ງ, ນະ​ຄອນ​ຮາ​ບິນ, ນະ​ຄອນ​ເສີນ​ຢາງ ແລະ ຕົວ​ເມືອງ​ອື່ນໆ​ຂອງ​ຈີນ​ໄດ້​ນຳ​ໃຊ້​ຮູບ​ແບບ​ໃໝ່ “ລົດ​ໄຟ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ+​ລົດ​ໄຟ​ໂດຍ​ສານ​ສາ​ກົນ”​, ພາ​ກັນ​ຈັດ​ຕັ້ງກຸ່ມ​ນັກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ປະ​ເທດ​ລ​າວ ເຊິ່ງ​ໄດ້​ເປີດກວ້າງ​ຂອບ​ເຂດ​ບໍ​ລິ​ການ​ຂອງ​ລົດ​ໄຟ​ໂດຍ​ສານ​ສາ​ກົນ​ດັ່ງ​ກ່າວ.
ພ​າກ​ສ່ວນ​ທາງ​ລົດ​ໄຟ ແລະ ພາກ​ສ່ວນ​ການ​ທ່ອງ​ທ່ຽວ​ຂອງ​ຈີນ ແລະ ລາວ​ໄດ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັນ ເພື່ອ​ສ້າງ​ເສັ້ນ​ທາງ​ການ​ທ່ອງ​ທ່ຽວ​ທີ່​ມີ​ຄຸນ​ນະ​ພາບ​ສູງ. ອີງ​ຕາມ​ສະ​ຖິ​ຕິ​ສ​ະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ໄຕ​ມາດ​ທຳ​ອິດ​ປີ 2024, ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ປະ​ເທດ​ລາວ​ໄດ້​ບັນ​ລຸຫຼາຍກວ່າ 2 ແສນ 4 ໝື່​ນ​ເທື່ອ​ຄົນ, ຢູ່​ອັນ​ດັບ 3 ຂອງ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ທີ່​ໄປ​ທ່ຽ​ວ​ປະ​ເທດ​ລາວ. ກ່ອນ​ໜ້າ​ນີ້, ລັດ​ຖະ​ບານ​ລາວ​ໄດ້​ວາງ​ແຜນ​ການ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຈີນ​ເປັນ​ໄລ​ຍະ 3 ປີ ໂດຍ​ວາງ​ແຜນ​ຈະ​ບຳ​ລຸງ​ສ້າງ​ຜູ້​ນຳ​ທ່ຽວ​ທີ່​ເວົ້າ​ພາ​ສາ​ຈີນ​ໄດ້, ເພີ່ມຖ້ຽວ​ບິນ​ລະ​ຫວ່າງ​ຕົວ​ເມືອງ​ໃຫຍ່​ຕ່າງໆ​ຂອງ​ຈີນ​ກັບ​ປະ​ເທດ​ລາວ, ອະ​ນຸ​ຍາດ​ໃຫ້​ຮັບ​ເງິນຢວນ​ຈີນ​ຢູ່​ຕົວ​ເມືອງ​ລຽບ​ຕາມ​ທາງ​ລົດ​ໄຟ​ຈີນ-ລາວ, ​ເປີດ​ບໍ​ລິ​ການ​ທີ່​ຊຳ​ລະ​ເງິນ​ດ້ວຍ​ໂທ​ລະ​ສັບ​ມື​ຖື ແລະ​ມາດ​ຕະ​ການ​ອື່ນໆ ເພື່ອ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ປະ​ເທດ​ລາວ.
ໃນ​ປີ 2024, ​ການ​ພັດ​ທະ​ນາການ​ທ່ອງ​ທ່ຽວ​ເປັນ​ຈຸດ​ສຳ​ຄັ​ນຂອງ​ລັດ​ຖະ​ບານ​ລາວ​ໃນ​ການ​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຂອງ​ລາວ.
ໃນ​ທ້າຍ​ປີ 2023 ຜ່ານ​ມາ, ລາວ​ໄດ້​ເລີ່ມ​ຈັດ​ກິດ​ຈະ​ກຳ “ປີ​ທ່ອງ​ທ່ຽວ​ລາວ 2024”, ລັດ​ຖະ​ບານ​ລາວ​ໄດ້​ວາງ​ເປົ້າ​ໝາຍ​ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຢ່າງ​ໜ້ອຍ​ໃຫ້​ໄດ້ 4 ລ້ານ 6 ແສນ​ເທື່ອ​ຄົນ​ພາຍ​ໃນ​ປີນີ້ ໂດຍ​ຜ່ານ​ການ​ຈັດ​ກິດ​ຈະ​ກຳ​ໂຄ​ສະ​ນາ ແລະ ສົ່ງ​ເສີມ​ການ​ທ່ອງ​ທ່ຽວ. ອີງ​ຕາມ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​ຈາກ​ກະ​ຊວ​ງ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະທຳ ແລະ ທ່ອງ​ທ່ຽວ​ລາວ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ໄຕ​ມາດ​ທຳ​ອິດ​ປີ​ນີ້, ລາວ​ໄດ້​ຕ້ອ​ນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດຫຼາຍກວ່າ 1 ລ້ານ 1 ແສນ​ເທື່ອ​ຄົນ​ແລ້ວ, ເພີ່ມ​ຂຶ້ນ 34% ເມື່ອ​ທ​ຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ.
ຄຽງ​ຄູ່​ກັບ​ການ​ຈັດ​ກິດ​ຈະ​ກຳ​ຕ່າງໆ​ໃນ “​ປີ​ທ່ອງ​ທ່ຽວ” ແລະ ການ​ຊຸກ​ຍູ້​ຢ່າງ​ແຂງ​ແຮງ​ຈາກ​ທາງ​ລົດ​ໄຟ​ຈີນ-ລາວ ແລະ ປັດ​ໄຈ​ອື່ນໆ, ຄາດ​ວ່າ​ການ​ທ່ອງ​ທ່ຽວ​ຂອງ​ລາວ​ຈະ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງຫຼວງຫຼາຍ​ໃນ​ປີ​ນີ້.