ອີງຕາມຂໍ້ມູນຈາກກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງວ່າ: ນັບແຕ່ເສັ້ນທາງລົດໄຟລາວ-ຈີນ ເປີດໃຫ້ບໍລິການຈົນມາ ຮອດທ້າຍເດືອນກຸມພາປີ 2025, ໄດ້ຂົນສົ່ງຜູ້ໂດຍສານຫຼາຍ ກວ່າ 48 ລ້ານ 6 ແສນເທື່ອຄົນ, ຂົນສົ່ງສິນຄ້າ 54 ລ້ານໂຕນ.
ໃນນັ້ນ ຂົນສົ່ງສິນຄ້າຂ້າມຊາຍແດນຫຼາຍກວ່າ 12 ລ້ານ 5 ແສນໂຕນ. ໃນດ້ານການລົງເລິກການແລກປ່ຽນດ້ານວັດທະນະ ທຳ, ການຊຸກຍູ້ການເຊື່ອມໂຍງເຊື່ອມຈອດກັນໃນພາກພື້ນ ແລະ ການຊຸກຍູ້ການພັດທະນາດ້ານເສດຖະກິດ ລ້ວນແຕ່ໄດ້ຮັບຜົນ ງານອັນພົ້ນເດັ່ນ, ໄດ້ທຸ້ມເທກຳລັງແຮງຢ່າງເຂັ້ມແຂງເຂົ້າໃນການ ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ.
ໃນຕອນຮຸ່ງເຊົ້າຂອງວັນທີ 4 ມີນານີ້, ຂະບວນລົດໄຟສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ແລ່ນຕາມທາງລົດໄຟລາວ- ຈີນໄດ້ບັນທຸກໝາກທຸລຽນແລະໝາກກ້ວຍເຕັມຕູ້ເດີນທາງໄປຮອດສະຖານີຫວາງເຈຍຢີງຕາເວັນຕົກນະຄອນຄຸນໝິງ.
ພ້ອມກັນນັ້ນ, ເຄື່ອງໄຟຟ້າອັດສະລິຍະທີ່ຜະລິດຈາກເຂດສາມຫຼ່ຽມແມ່ນ້ຳຢາງຊີກ້ຽງແລະອາຫານສີຂຽວຂອງຢຸນນານກຳລັງຂຶ້ນຂະບວນລົດໄຟຖ້ຽວກັບເພື່ອຂົນສົ່ງໄປສູ່ນະຄອນ ຫຼວງວຽງຈັນຂອງລາວ, ນີ້ໄດ້ສະແດງໃຫ້ເຫັນວ່າເສັ້ນທາງລົດໄຟລາວ-ຈີນໄດ້ເພີ່ມພະລັງແຮງໃຫ້ແກ່ການພັດທະນາດ້ານເສດຖະ ກິດຂອງພາກພື້ນ.





