ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລົດໄຟລາວ-ຈີນ ຂະບວນລ້ານຊ້າງ ເພີ່ມໃໝ່ອີກໜຶ່ງຂະບວນ ຈະຊ່ວຍຊຸກຍູ້ຂະບວນການຫັນເປັນທັນສະໄໝດ້ານຄົມມະນາຄົມ-ຂົນສົ່ງຂອງລາວ

Jun 17, 2025

ວັນທີ 13 ມິຖຸນານີ້, ຂະບວນລົດໄຟ “ລ້ານຊ້າງ” ຄວາມໄວສູງ D-ເຊຍຣີລຸ້ນ CR200J ເຊິ່ງເປັນຂະບວນ “ລ້ານຊ້າງ” ຂະບວນທີ 5 ຕາມເສັ້ນທາງລົດໄຟລາວ-ຈີນ ໄດ້ເດີນທາງເຖິງສະຖານີໃນປະເທດລາວຢ່າງສະດວກສະບາຍ, ນີ້ບໍ່ພຽງແຕ່ເປັນຂີດໝາຍສຳຄັນຂອງການຍົກລະດັບຄວາມຮັບປະກັນຕໍ່ການຂົນສົ່ງຂອງເສັ້ນທາງລົດໄຟລາວ-ຈີນເທົ່ານັ້ນ, ຫາກຍັງເປັນອີກບາດກ້າວສຳຄັນຂອງການລົງເລິກການຮ່ວມມືໃນຂົງເຂດຄົມມະນາຄົມ-ຂົນສົ່ງລະຫວ່າງຈີນ-ລາວອີກດ້ວຍ ທັງໄດ້ທຸ່ມເທພະລັງຊຸກດັນທີ່ແຂງແຮງເຂົ້າໃສ່ຂະບວນການຫັນເປັນທັນສະໄໝດ້ານຄົມມະນາຄົມ-ຂົນສົ່ງຂອງລາວ ແລະ ໄດ້ສ້າງໂອກາດໃໝ່ໃຫ້ແກ່ການເຊື່ອມຈອດໃນພາກພື້ນ.
ນັບຕັ້ງແຕ່ໄດ້ເປີດບໍລິການຂະບວນລົດໄຟ “ລ້ານຊ້າງ” ເປັນຕົ້ນມາ, ຂະບວນລົດໄຟນີ້ໄດ້ບັນທຸກຄວາມຮັກແພງອັນເລິກເຊິ່ງ ແລະ ອະນາຄົດອັນດີງາມຂອງປະຊາຊົນສອງຊາດລາວ-ຈີນ. ຮູບໂສມພາຍນອກໄດ້ອອກແບບເປັນສາມສີຕາມທຸງຊາດລາວ ຄື: ສີແດງ, ສີຟ້າ ແລະ ສີຂາວ ເຊິ່ງໄດ້ສະແດງໃຫ້ເຫັນເຖິງເອກະລັກພິເສດດ້ານວັດທະນະທຳ ແລະ ພາບພົດຂອງຊາດລາວ, ກາຍເປັນສັນຍາລັກທີ່ມີຊີວິດຊີວາຂອງມິດຕະພາບລະຫວ່າງຈີນ-ລາວ. ຂະບວນລົດໄຟ “ລ້ານຊ້າງ” ໄດ້ນຳໃຊ້ເຕັກໂນໂລຊີທີ່ພັດທະນາຢ່າງເຕັມທີ່ຂອງຈີນໃນການຜະລິດຂະບວນລົດໄຟຄວາມໄວສູງ D-ເຊຍຣີ “ຟູ້ຊິ່ງ”, ໄດ້ອອກແບບຢ່າງລະອຽດປານີດ ແລະ ປັບປຸງໃຫ້ດີຂຶ້ນໃນດ້ານຕ່າງໆ ເຊັ່ນ: ການອັດແຈບຂອງຕົວລົດ, ການຫຼຸດຜ່ອນສຽງເນືອງນັນຂອງລະບົບປັບອາກາດ, ລະບົບປ້ອງກັນການປ່ຽນແປງຄວາມດັນອາກາດ ແລະອື່ນໆ ໂດຍສົມທຽບກັບດິນຟ້າອາກາດ ແລະ ເງື່ອນໄຂພູມສັນຖານຂອງປະເທດລາວ. ນັບຕັ້ງແຕ່ເລີ່ມເປີດບໍລິການເສັ້ນທາງລົດໄຟລາວ-ຈີນໃນວັນທີ 3 ທັນວາປີ 2021 ເປັນຕົ້ນມາ, ນັບລວມແລ້ວ, ເສັ້ນທາງລົດໄຟດັ່ງກ່າວຕອນຢູ່ພາຍໃນປະເທດລາວໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 96,5 ລ້ານເທື່ອຄົນ, ການຂົນສົ່ງຜູ້ໂດຍສານຂ້າມຊາດໄດ້ບັນລຸເຖິງ 530.000 ກວ່າເທື່ອຄົນ. ຕົວເລກຂໍ້ມູນເຫຼົ່ານີ້ໄດ້ສະແດງໃຫ້ເຫັນເຖິງຜົນງານການປະກອບສ່ວນອັນໃຫຍ່ຫຼວງຂອງຂະບວນລົດໄຟ “ລ້ານຊ້າງ” ທີ່ມີຕໍ່ການພັດທະນາເສດຖະກິດ-ສັງຄົມຂອງລາວ ແລະ ໄດ້ສະແດງໃຫ້ເຫັນເຖິງໝາກຜົນອັນອຸດົມສົມບູນທີ່ໄດ້ມາຈາກການຮ່ວມມືໃນຂົງເຂດພື້ນຖານໂຄງລ່າງດ້ານຄົມມະນາຄົມ-ຂົນສົ່ງລະຫວ່າງຈີນ-ລາວ.
ການເປີດນຳໃຊ້ຂະບວນລົດໄຟ “ລ້ານຊ້າງ” ຂະບວນທີ 5 ແມ່ນຖືກກັບການເວລາພໍດີ. ຄຽງຄູ່ກັບພາລະກິດການຂົນສົ່ງຂອງເສັ້ນທາງລົດໄຟ-ລາວຈີນນັບມື້ເພີ່ມຂຶ້ນ, ໂດຍສະເພາະແມ່ນໃນລະດູການທ່ອງທ່ຽວທີ່ຟົດຟື້ນ ແລະ ໃນໄລຍະວັນບຸນທີ່ພັກລັດຖະການ, ຈຳນວນຜູ້ໂດຍສານໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ ເຊິ່ງມີຄວາມຮຽກຮ້ອງຕ້ອງການສູງຂຶ້ນກວ່າເກົ່າຕໍ່ຄວາມສາມາດໃນການຂົນສົ່ງຂອງເສັ້ນທາງລົດໄຟດັ່ງກ່າວ. ສ່ວນການນຳໃຊ້ຂະບວນລົດໄຟ “ລ້ານຊ້າງ” ນີ້ ຈະສາມາດຊ່ວຍຜ່ອນຄາຍຄວາມກົດດັນຈາກການຂົນສົ່ງຜູ້ໂດຍສານຢ່າງມີປະສິດທິຜົນ, ຍົກສູງປະສິດທິພາບ ແລະ ລະດັບການບໍລິການຂອງຂະບວນລົດໄຟໃນການຂົນສົ່ງຜູ້ໂດຍສານ. ຂະບວນລົດໄຟ “ລ້ານຊ້າງ” ນີ້ປະກອບດ້ວຍຕູ້ລົດຂັບເຄື່ອນ, ລົດພ່ວງໄຮ້ມໍເຕີ ແລະ ລົດຄວບຄຸມ, ໄດ້ຈັດໃຫ້ມີບ່ອນນັ່ງຊັ້ນທຸລະກິດ, ບ່ອນນັ່ງຊັ້ນໜຶ່ງ, ບ່ອນນັ່ງຊັ້ນສອງ ພ້ອມດ້ວຍສິ່ງອຳນວຍຄວາມສະດວກສຳລັບຄົນພິການແລະຜູ້ອາຍຸສູງ, ສາມາດບັນຈຸຜູ້ໂດຍສານໄດ້ 632 ຄົນ ແລະ ສາມາດຕອບສະໜອງກັບຄວາມຕ້ອງການຂອງຜູ້ໂດຍສານທີ່ຕ່າງກັນ. ນອກນີ້, ການນຳໃຊ້ຂະບວນລົດໄຟຄວາມໄວສູງ D-ເຊຍຣີຍັງສາມາດຂະຫຍາຍໄລຍະເວລາຂາຍປີ້ລ່ວງໜ້າ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານໃນການກຳນົດແຜນການອອກເດີນທາງລ່ວງໜ້າ. ນີ້ບໍ່ພຽງແຕ່ສາມາດຕອບສະໜອງກັບຄວາມຕ້ອງການຂອງປະຊາຊົນລາວໃນການອອກເດີນທາງທີ່ນັບມື້ເພີ່ມຂຶ້ນເທົ່ານັ້ນ ຫາກຍັງຈະເປັນການສະໜັບສະໜູນຢ່າງແຂງແຮງຕໍ່ການພັດທະນາຂະແໜງການທ່ອງທ່ຽວຂອງລາວອີກດ້ວຍ.
ເສັ້ນທາງລົດໄຟລາວ-ຈີນແມ່ນຜົນສຳເລັດສຳຄັນຈາກການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ແລະ ລາວ ທັງເປັນສູນກາງການຄົມມະນາຄົມທີ່ສຳຄັນໃນການເຊື່ອມຈອດກັນໃນພາກພື້ນ. ເສັ້ນທາງລົດໄຟສາຍນີ້ບໍ່ພຽງແຕ່ໄດ້ສ້າງ ໂອກາດໃນການພັດທະນາໃຫ້ແກ່ລາວເທົ່ານັ້ນ, ຫາກຍັງໄດ້ສະໜອງເງື່ອນໄຂດ້ານການຄົມມະນາຄົມທີ່ສະດວກສະບາຍໃຫ້ແກ່ປະເທດອື່ນໃນພາກພື້ນອີກດ້ວຍ. ຄຽງຄູ່ກັບເສັ້ນທາງລົດໄຟລາວ-ຈີນໄດ້ຮັບການພັດທະນາ ແລະ ມີຄວາມສົມບູນຂຶ້ນເລື້ອຍໆ, ຈະມີບົດບາດຂະຫຍາຍວົງກວ້າງອອກຢ່າງບໍ່ຢຸດຢັ້ງ, ຊຸກຍູ້ການພັດທະນາເສດຖະກິດ ແລະ ການຍົກລະດັບອຸດສາຫະກຳໃນຂອບເຂດອ້ອມຂ້າງ. ທັງນີ້ຈະມີຜົນດີຕໍ່ການຊຸກຍູ້ການຄ້າ, ການຮ່ວມມືດ້ານການລົງທຶນ ແລະ ການແລກປ່ຽນດ້ານວັດທະນະທຳພາຍໃນພາກພື້ນ ແລະ ຊຸກຍູ້ໃຫ້ເສດຖະກິດຂອງພາກພື້ນມີຄວາມຈະເລີນຮຸ່ງເຮືອງ.
ສິ່ງທີ່ຕ້ອງເວົ້າເຖິງນັ້ນກໍຄື ເມື່ອບໍ່ດົນມານີ້, ຈີນ ແລະ ລາວໄດ້ຮັບຄວາມຄືບໜ້າອັນຕັ້ງໜ້າໃນການສ້າງຄວາມສະດວກໃຫ້ແກ່ການຜ່ານດ່ານຂອງຜູ້ເດີນທາງຜ່ານທາງລົດໄຟລາວ-ຈີນ ດ້ວຍການກວດກາຢູ່ຈຸດດຽວ ຫຼື ກວດກາຜ່ານປະຕູດຽວ. ເຊື່ອໝັ້ນວ່າໃນອະນາຄົດອັນໃກ້ນີ້, ຄຽງຄູ່ກັບການເປີດບໍລິການຂະບວນລົດໄຟ “ລ້ານຊ້າງ” ຂະບວນໃໝ່ ແລະ ການເພີ່ມຄວາມສາມາດການຂົນສົ່ງ, ລວມເຖິງມາດຕະການ “ກວດກາການຜ່ານດ່ານຢູ່ຈຸດດຽວ” ຈະເຮັດໃຫ້ປະສິດທິພາບການຜ່ານດ່ານສູງຂຶ້ນ ແລະ ຈະເຮັດໃຫ້ການບໍລິການຂອງເສັ້ນທາງລົດໄຟລາວ-ຈີນ ທັງທາງດ້ານຮາດແວ ແລະ ຊອບແວໄດ້ຍົກສູງຂຶ້ນຄູ່ກັນ.
ທ່ານງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວກ່າວວ່າ: ການເປີດນຳໃຊ້ຂະບວນລົດໄຟຄວາມໄວສູງ D-ເຊຍຣີຂະບວນທີ 5 ຈະມີ ຜົນດີຕໍ່ການຍົກປະສິດທິພາບດ້ານການຂົນສົ່ງຂອງເສັ້ນທາງລົດໄຟໃຫ້ສູງຂຶ້ນຕື່ມອີກ, ເຮັດໃຫ້ປະຊາຊົນລາວມີຄວາມສະດວກສະບາຍຫຼາຍຂຶ້ນກວ່າເກົ່າໃນການອອກເດີນທາງ ແລະ ຊຸກຍູ້ຂະບວນການຫັນເປັນທັນສະໄໝດ້ານການຄົມມະນາຄົມ-ຂົນສົ່ງ. ຂະບວນ “ລ້ານຊ້າງ” ຈະແລ່ນໄວປານບິນຢູ່ຕາມເສັ້ນທາງລົດໄຟລາວ-ຈີນ ໂດຍສືບຕໍ່ບັນທຸກຄວາມຮັກແພງອັນເລິກເຊິ່ງ ແລະ ຄວາມຫວັງຂອງປະຊາຊົນສອງຊາດລາວ-ຈີນ, ເພີ່ມຄວາມມີຊີວິດຊີວາອັນໃໝ່ເຂົ້າໃນການພັດທະນາຂອງສອງປະເທດ ແລະ ປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າເພື່ອສ້າງຄວາມຈະເລີນຮຸ່ງເຮືອງໃນພາກພື້ນ.