ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເຂດເສດຖະກິດສະເພາະ ບໍ່ເຕ່ນແດນງາມ ມີ 4 ກິດ ຈະການໃຫຍ່ຄື : ການຄ້າການເງິນສາກົນ; ວັດທະນະ ທຳ-ທ່ອງທ່ຽວ ແລະ ຜ່ອນຄາຍສາກົນ; ອຸດສາຫະກຳປຸງແຕ່ງ ແລະ ການຂົນສົ່ງໂລຈິສຕິກສາກົນ; ການສຶກສາ ແລະ ການແພດສາກົນ, ມີເນື້ອທີ່ທັງໝົດ 1.640 ເຮັກຕ້າ, ເລີ່ມພັດທະນາເຕັມຮູບແບບໃນປີ 2016 ມີມູນຄ່າການລົງທຶນ 493 ລ້ານໂດລາສະຫະລັດ ແລະ ມີມູນຄ່າສະສົມລົງທຶນສ້າງພື້ນຖານໂຄງລ່າງປະມານ 454 ລ້ານໂດລາ ໂດຍໄດ້ດຳເນີນການປັບແປງບຸກເບີກເນື້ອທີ່ມາແລ້ວ 600 ປາຍເຮັກຕ້າເຊັ່ນ: ການປັບແປງເສັ້ນທາງ ແລະ ສຳເລັດການກໍ່ສ້າງຝັງພາກເໜືອຂອງເຂດແລ້ວ 1 ລ້ານ 5 ແສນຕາແມັດ ໃນນີ້ຕຶກອາຄານທີ່ສ້າງສຳເລັດມອບຮັບໂຄງການແລ້ວກວມ 177,000 ຕາແມັດ, ຕຶກອາຄານທີ່ສຳເລັດການກໍ່ສ້າງໂຄງຮ່າງປະມານ 5 ແສນຕາແມັດ ແລະ ເລີ່ມກໍ່ສ້າງໃໝ່ອີກຈຳນວນໜຶ່ງ. ສ່ວນການຕິດຕັ້ງຕາຂ່າຍໄຟຟ້າ ປະຈຸບັນສຳເລັດແລ້ວ 70%, ນໍ້າປະປາ ສຳເລັດ 70%, ການກໍ່ສ້າງເສັ້ນທາງ ສຳເລັດ 90%, ຂະນະທີ່ ຮອງລະບາຍນໍ້າຝົນ, ນໍ້າເປື້ອນ, ໄຟເຍືອງທາງ ແມ່ນໄດ້ກໍ່ສ້າງໄປຕາມລຳດັບ. ໃນມໍ່ໆນີ້ ຈະເລັ່ງກໍ່ສ້າງເຮືອນພັກ, ໂຮງແຮມ, ປູທາງເບຕົງຮອດດ່ານພາສີ, ສ່ວນໂຮງງານນໍ້າປະປາແຫ່ງໃໝ່ແມ່ນສ້າງສຳເລັດແລ້ວ.
ພ້ອມກັນນີ້ ທາງເຂດກໍເລັ່ງກໍ່ສ້າງລະບົບການສຶກສາ, ການແພດ, ແຫລ່ງທ່ອງທ່ຽວ ແລະ ວັດທະນະທຳ ເພື່ອກຽມເປີດດ່ານຮອງຮັບນັກທ່ອງທ່ຽວ ເຊິ່ງທາງຜູ້ພັດທະນາເຂດຢືນຢັນດ້ວຍຄວາມໝັ້ນໃຈວ່າ ທາງບໍລິສັດ ມີທຶນຮອນພຽງພໍ ໃນການພັດທະນາເຂດແຫ່ງນີ້ ຕາມແຜນພັດທະນາປະມານ 20 ປີ.
ທ່ານ ລານເຈຍເຫວີຍ ( Lan Jia Wei ) ຫົວໜ້າສູນດຳເນີນການບໍລິຫານ ບໍລິສັດ ພັດທະນາ ເຂດເສດຖະກິດສະເພາະ ບໍ່ເຕ່ນລາວ ຈຳກັດ ໄດ້ໃຫ້ຮູ້ວ່າ: ນັບຕັ້ງແຕ່ເສັ້ນທາງລົດໄຟລາວ-ຈີນ ສ້າງສຳເລັດ ແລະ ເປີດນຳໃຊ້ມາເຖິງປະຈຸບັນ ໄດ້ເຮັດໃຫ້ເຂດເສດຖະກິດສະເພາະແຫ່ງນີ້ ມີສີສັນຫລາຍຂຶ້ນກວ່າເກົ່າ ໂດຍສາມາດດຶງດູດການລົງທຶນ 369 ວິສາຫະກິດ ໃນນີ້ 360 ວິສາຫະກິດ ແມ່ນວິສາຫະກິດຈີນ 100% ເຊິ່ງປະກອບມີ: ການເງິນການທະນາຄານ, ອຸດສາຫະກຳປຸງແຕ່ງ, ການປິ່ນປົ່ວ, ການທ່ອງທ່ຽວ ລວມໄປເຖິງ ບໍລິສັດການຄ້າ ນຳເຂົ້າ-ສົ່ງອອກຕ່າງໆ, ເຕັກໂນໂລຊີທັນສະໄໝ, ຮ້ານອາຫານ, ຮ້ານບັນເທີງ, ຮ້ານຄ້າຍ່ອຍ ແລະ ອື່ນໆ. ຈຸດພົ້ນເດັ່ນຂະນະນີ້ ແມ່ນການລົງທຶນດ້ານການສຶກສາ ການສ້າງໂຮງຮຽນນາໆຊາດ ແລະ ໂຮງງານຕັດຫຍິບ ເຊິ່ງເປັນຜະລິດຕະພັນທີ່ມີຄຸນນະພາບສູງສົ່ງອອກໄປຕ່າງປະເທດ.
ດ້ວຍທ່າແຮງດ້ານທີ່ຕັ້ງຂອງເຂດເສດຖະກິດສະເພາະບໍ່ເຕ່ນ ເປັນດ່ານສາກົນເຊື່ອມຈອດລາວໄປຈີນ ເມື່ອມີເສັ້ນທາງລົດໄຟລາວ-ຈີນ ໄດ້ເຮັດໃຫ້ເຂດແຫ່ງນີ້ ມີພະລະບົດບາດຫລາຍຂຶ້ນ ເປັນທ່າແຮງໃນການຂົນສົ່ງຄ່ຽນຖ່າຍສິນຄ້າທາງບົກ ເຊິ່ງທິດທາງໃນອະນາຄົດ ເຂດນີ້ຈະເປັນສະຖານີທາງຜ່ານຈຸດສຸມແຈກຢາຍສິນຄ້າ, ລວມທັງການຮັກສາພາສີ, ການຜະລິດປຸງແຕ່ງ, ການບໍລິການ, ຕາມຍຸດທະສາດການຮ່ວມມືພັດທະນາເສດຖະກິດລາວ-ຈີນ ພາຍໃຕ້ຂອບການຮ່ວມມື ” ໜຶ່ງແລວ ໜຶ່ງເສັ້ນທາງ ”.
ຫົວໜ້າສູນດຳເນີນການບໍລິຫານ ບໍລິສັດ ພັດທະນາ ເຂດເສດຖະກິດສະເພາະ ບໍ່ເຕ່ນລາວ ຈຳກັດ ໄດ້ໃຫ້ຮູ້ຕື່ມວ່າ: ໃນເຂດແຫ່ງນີ້ ມີປະຊາກອນປະມານ 3.000 ຄົນ, ໃນນີ້ຕ່າງປະເທດ 900 ຄົນ, ຄົນລາວ 2100 ຄົນ, ມີແຮງງານລາວປະມານ 1.100 ຄົນ ໂດຍມີການຄຸ້ມຄອງແຮງງານຕາມນະໂຍບາຍຂອງລັດຖະບານລາວ, ນອກຈາກນີ້ ທ່ານຍັງໄດ້ໃຫ້ຮູ້ເຖິງຜົນກະທົບຂອງພະຍາດໂຄວິດ-19 ມາເຖິງປະຈຸບັນ ເຮັດໃຫ້ການພັດທະນາເຂດແຫ່ງນີ້ ມີຄວາມຫລ້າຊ້າ, ນັກລົງທຶນບໍ່ສາມາດເຂົ້າມາ ສ້າງຜົນທະທົບຫລາຍສົມຄວນ.