ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລົດໄຟລາວ-ຈີນ ຕ້ອນຮັບນັກທ່ອງທ່ຽວຈາກເມືອງກຸ້ຍຢາງ 240 ຄົນ

May 10, 2024

ວັນທີ 9 ພຶດສະພາ 2024 ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຮ່ວມກັບ ກອງສິລະປະແຫ່ງຊາດລາວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດພິທີຕ້ອນຮັບຂະບວນນັກທ່ອງທ່ຽວ ຈາກເມືອງກຸ້ຍຢາງ ແຂວງກຸ້ຍໂຈ່ວ ສປ ຈີນ ຈຳນວນ 240 ຄົນ.
ໃນພິທີຕ້ອນຮັບໄດ້ຈັດໃຫ້ມີຫລາຍກິດຈະກຳ ສະແດງສິລິປະດົນຕີພຶ້ນເມືອງລາວ, ຮ້ອງເພງລາວ, ຮ້ອງເພງຈີນ ແລະ ຟ້ອນ ຢູ່ເທິງລົດໄຟຂະບວນລ້ານຊ້າງ ເຊິ່ງໄດ້ສ້າງຄວາມຕື່ນຕາຕື່ນໃຈ ແລະ ສ້າງຄວາມເບີກບານມ່ວນຊື່ນ ໃຫ້ແກ່ນັກທ່ອງທ່ຽວ.
ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: ການຈັດກິດຈະກຳຕ້ອນຮັບນັກທ່ອງທ່ຽວຈາກເມືອງກຸ້ຍຢາງ ທີ່ເດີນທາງມາຮອດນະຄອນຫລວງວຽງຈັນໃນຄັ້ງນີ້ ມີຄວາມສຳຄັນຫລາຍ ເນື່ອງຈາກເປັນການໂຄສະນາເຜີຍແຜ່ ວັດທະນະທຳ, ຮີດຄອງປະເພນີລາວ ແລະ ສົ່ງເສີມການທ່ອງທ່ຽວ ແນໃສ່ເປີດໂອກາດໃຫ້ນັກທ່ອງທ່ຽວຈີນ ໄດ້ສຳຜັດກັບວັດທະນະທຳ, ສະ ຖານທີ່ທ່ອງທ່ຽວທາງປະຫວັດສາດ, ທຳມະຊາດຂອງລາວ ແລະ ສຳພັດກັບບັນດາກິດຈະກຳຕ່າງໆ ທີ່ກຽມຕ້ອນຮັບນັກທ່ອງທ່ຽວ.
ປັດຈຸບັນ, ມີຫລາຍຊ່ອງທາງ ທີ່ນັກທ່ອງທ່ຽວຈີນ ສາມາດເດີນທາງມາທ່ອງທ່ຽວຢູ່ລາວ ແລະ ມີຫລາຍທາງເລືອກ ເຮັດໃຫ້ການເດີນທາງໄປມາສະດວກສະບາຍຫລາຍຂຶ້ນກວ່າເກົ່າ ໂດຍສະເພາະທາງລົດ, ທາງລົດໄຟ ແລະ ທາງອາກາດ, ທັງໄດ້ມີການເປີດບໍລິການຖ້ຽວບິນໂດຍກົງ ວຽງຈັນ-ຮົງກົງ ໃນຕົ້ນປີ 2024 ທີ່ຜ່ານມາ ແລະ ໃນຕໍ່ໜ້າອັນໃກ້ໆນີ້ ກໍາລັງກະກຽມເປີດໃຫ້ບໍລິການ ຖ້ຽວບິນ ປາກເຊ-ກວາງໂຈ-ປາກເຊ ແນໃສ່ໂຄສະນາດຶງດູດນັກທ່ອງທ່ຽວ ເດີນທາງໄປທ່ຽວບັນດາແຂວງພາກໃຕ້ຂອງລາວ.