ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລົດໄຟລາວ-ຈີນ ສັນຍາລັກຂອງການເປັນ“ເສັ້ນທາງຄຳດ້ານການຂົນສົ່ງ”ທີ່ດີທີສຸດຂອງ ສປປ ລາວ

Jan 8, 2025

ອີງຕາມຂໍ້ມູນຈາກບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໄດ້ໃຫ້ຮູ້ວ່າ: ນັບແຕ່ເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ມາຮອດວັນທີ 31 ທັນວາ 2024 ສາມາດຂົນຜູ້ໂດຍສານໄດ້ 7,818,000 ຄົນ ແລະ ຂົນສົ່ງສິນຄ້າໄດ້ 11,155,000 ໂຕນ ເສັ້ນທາງດັ່ງກ່າວນີ້ໄດ້ສ່ອງແສງໃຫ້ເຫັນເຖິງປະສິດທິຜົນ ຂອງການຂົນສົ່ງຜ່ານທາງລົດໄຟລາວ-ຈີນ ໄດ້ກາຍເປັນສັນຍາລັກຂອງການເປັນ “ ເສັ້ນທາງຄໍາດ້ານການຂົນສົ່ງ ”ທີ່ດີທີສຸດ, ປອດໄພທີ່ສຸດ ແລະ ຖືກທີ່ສຸດຂອງສປປລາວ
ອີງຕາມຂໍ້ມູນໃຫ້ຮູ້ຕື່ມອີກວ່າ: ສະພາບຂົນສົ່ງສິນຄ້ານັບແຕ່ເປີດບໍລິການຮອດວັນທີ 31/12/2024 ຂົນສົ່ງສິນຄ້າໄດ້ 11,155,000 ໂຕນ ສະເລ່ຍ 9,907 ໂຕນ/ມື້, ສິນຄ້າສົ່ງໄດ້ສູງສຸດ 22,217 ໂຕນ/ມື້. ປະເພດສິນຄ້າຕົ້ນຕໍມີໝາກໄມ້, ແປ້ງມັນຕົ້ນ, ໝາກເດື່ອ, ຢາງພາລາ, ເບຍ, ແຮ່ເຫຼັກ, ທາດເຫຼັກເຂັ້ມຂຸ້ນ ແລະ ປຸ໋ຍເຄມີ, ຂາເຂົ້າຈາກຈີນມາລາວ 2,294,000 ໂຕນ, ຂາອອກຈາກລາວໄປຈີນ 8,791,000 ໂຕນ, ຂົນສົ່ງພາຍໃນ 70,000 ໂຕນ.
ສໍາລັບ ສິນຄ້າ ໃນປີຕົ້ນປີ2024 ຮອດທີ 31 ເດືອນ 12 ຂົນສົ່ງໄດ້ 4,786,000 ໂຕນ, ເພີ່ມຂຶ້ນ 17% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ສະເລ່ຍແມ່ນ 13076 ໂຕນ/ມື້, ການສົ່ງອອກສິນຄ້າສູງສຸດ 22,217 ໂຕນ. ສິນຄ້າຕົ້ນຕໍມີ: ໝາກໄມ້, ແປ້ງມັນຕົ້ນ, ໝາກເດື່ອ, ຢາງພາລາ, ເບຍ, ແຮ່ເຫຼັກ, ແຮ່ barite ແລະ ປຸ໋ຍເຄມີ, ສິນຄ້ານໍາເຂົ້າຈາກຈີນມາລາວ 1,260,000 ໂຕນ, ສິນຄ້າຈາກລາວໄປຈີນ 3,508,000 ໂຕ້ນ, ຂົນສົ່ງພາຍໃນ 18,000 ໂຕ້ນ. ນັບແຕ່ມື້ເປີດໃຫ້ບໍລິການທີ 12/03/2021 ເປັນຕົ້ນມາ ສົ່ງໝາກໄມ້ອອກທັງໝົດ 12,799 ຄັນລົດ, 250,619 ໂຕ້ນ. ປີ 2024 ຢູ່ຈຸດຄຽນຖ່າຍວຽງຈັນໃຕ້ ຄຽນຖ່າຍອອກໄປ 138ຖ້ຽວ ຕູ້ຄອນເທນເນີ້ 5720 ຕູ້, ຄຽນຖ່າຍເຂົ້າມາ 140 ຖ້ຽວ 5771 ຕູ້.
ສະພາບການຂົນສົ່ງໂດຍສານ: ນັບແຕ່ມື້ເປີດໃຫ້ບໍລິການຮອດວັນທີ 31/12/2024 ຂົນສົ່ງໂດຍສານໄດ້ 7,818,000 ຄົນ, ສະເລ່ຍ 6,943 ຄົນ/ມື້ ແລະ ຂົນສົ່ງໄດ້ຫຼາຍສຸດ 16,007 ຄົນ/ມື້, ນັບແຕ່ໄດ້ເປີດໃຊ້ລົດໄຟຂ້າມແດນທີ 13/04/2023 ຂົນສົ່ງໂດຍສານໄດ້ 392,000 ຄົນ, ໃນນັ້ນ ຂາອອກໄປຈີນ 193,000 ຄົນ ສະເລ່ຍ 307 ຄົນ/ມື້, ຂາເຂົ້າມາລາວ 199,000 ຄົນ ສະເລ່ຍ 317 ຄົນ/ມື້.
ສະເພາະໃນປີ 2024 ຕົ້ນປີ ຮອດທີ 31 ເດືອນ 12: ໂດຍສານ: ໄດ້ 3,787,000 ຄົນ, ເພີ່ມຂຶ້ນ 46% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ສະເລ່ຍ 10,348 ຄົນ/ມື້. ໃນປີ 2024 ຂົນສົ່ງໂດຍສານຂ້າມແດນທັງໝົດ 280,000 ຄົນ, ໃນນັ້ນ ຂາອອກໄປຈີນ 137,000 ຄົນ ສະເລ່ຍ 375 ຄົນ/ມື້. ຂາເຂົ້າມາລາວ 137,000 ຄົນ ສະເລ່ຍ 375 ຄົນ/ມື້. ລົດໂດຍສານຂ້າມແດນເຂົ້າມາລາວ 143,000 ຄົນ ສະເລ່ຍ 390ຄົນ/ມື້.
ທີ່ມາ: CMG