ບໍລິສັດທາງລົດໄພລາວ-ຈີນຈຳກັດ ຂໍແຈ້ງມາຍັງທ່ານຊາບວ່າ ລົດໄຟຍັງແລ່ນລົດປົກກະຕິ ແລະສາມາດຂົນສົ່ງເຄື່ອງຊ່ວຍ ເຫຼືອອຸທົກກະໄພໄດ້ ໂດຍເຄື່ອງປະເພດອາຫານ,ນ້ຳດື່ມ, ແລະ ອຸປະກອນສຸກເສີນປະເພດຕ່າງໆ ແມ່ນຈະຂົນສົ່ງຜ່ານລົດໄຟຄວາມໄວສູງ ແລະ ລົດໄຟໂດຍສານແບບທຳມະດາ, ສ່ວນອຸປະ ກອນທີ່ມີຂະໜາດໃຫຍ່ ພວກເຮົາຈະກຽມຂົນສົ່ງດ້ວຍຕູ້ຄອນເທັນເນີ, ຖ້າຫາກມີຄວາມຈຳເປັນ ທາງລົດໄຟລາວ-ຈີນຈະເອົາຫົວຈັກລົດໄຟອອກມານຳໃຊ້ໃນການຂົນສົ່ງເຄື່ອງຊ່ວຍເຫຼືອ.
ນອກຈາກນີ້ທາງລົດໄຟຈະສືບຕໍ່ເພີ່ມທະວີການກວດກາຄວາມປອດໄພຂອງແລວເສັ້ນທາງລົດໄຟຕື່ມອີກ ເພື່ອຮັບປະ ກັນຄວາມປອດໄພໃນການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ໃຫ້ມີຄວາມວ່ອງໄວທັນການ ແລະ ໂລ່ງລ່ຽນໃນໄລຍະນ້ຳຖ້ວມນີ້.
ຖ້າພາກສ່ວນໃດຕ້ອງການຂົນສົ່ງເຄື່ອງບັນເທົາທຸກປະເພດຕ່າງໆ ແລະ ນຳສົ່ງເຈົ້າຫນ້າທີ່, ອາສາສະໝັກກູ້ໄພຂຶ້ນໄປຍັງແຂວງຫຼວງນໍ້າທາ, ທາງລົດໄຟລາວ-ຈີນຈະໃຫ້ບຸລິມະສິດໃນການຂົນສົ່ງເຄື່ອງບັນເທົາທຸກ ແລະເຈົ້າຫນ້າທີ່ໂດຍບໍ່ເກັບຄ່າບໍລິການໃດໆ ພ້ອມທັງກະກຽມອາຫານການກິນໄວ້ໃຫ້ເຈົ້າໜ້າທີ່ພະນັກ ງານຜູ້ມີສ່ວນຮ່ວມໃນການກູ້ໄພ.
ສ່ວນໃດຕ້ອງການຈະຂົນສົ່ງເຄື່ອງບັນເທົາທຸກ ແລະ ນຳເຈົ້າຫນ້າທີ່ຂຶ້ນໄປແຂວງຫຼວງນ້ຳທາ, ກະລຸນາປະສານແຈ້ງລາຍລະ ອຽດຫາ ທ່ານ ວົງທອງ ສຸພັນທອງ ຮອງວິສະວະກອນເອກ ຂອງບໍລິສັດ ລົດໄຟລາວ-ຈີນ ຈຳກັດ ໂດຍໃຊ້ເວລາພຽງ 3 ຊົ່ວໂມງກໍຮອດ.
ທີ່ມາ: CMG FM93











